ສະພາຕໍ່າສະຫະລັດ ຈະລົງຄະແນນສຽງ ກ່ຽວກັບໜີ້ສິນ ຂອງປະເທດ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ສະມາຊິກສະພາຕໍ່າສັງກັດພັກຣີພັບບລີກັນ ພວມພາກັນຟັງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຕໍ່ໜ້າຕຶກ ຫໍລັດຖະສະພາ ທີ່ກຸງວໍຊິງຕັນ (28 ກໍລະກົດ 2011)

ພວກຜູ້ນຳຂອງພັກຣີພັບບລີກັນໃນສະພາຕໍ່າຂອງສະຫະລັດ ຈະພະຍາຍາມຈັດໃຫ້ມີການ
ລົງຄະແນນສຽງໃນວັນສຸກມື້ນີ້ ກ່ຽວກັບແຜນການຂອງພວກທ່ານ ທີ່ຈະເພີ່ມຂີດຈຳກັດໃນ
ການກູ້ຢືມເງິນຂອງສະຫະລັດ ແລະຕັດການໃຊ້ຈ່າຍລົງ ຫຼັງຈາກພວກທ່ານ ໄດ້ຖືກບັງຄັບ
ໃຫ້ເລື່ອນເວລາໃນການລົງຄະແນນສຽງ ຍ້ອນມີການຄັດຄ້ານຕໍ່ແຜນການຂອງພວກທ່ານ.

ສະພາຕໍ່າທີ່ຢູ່ພາຍໃຕ້ການນຳພາຂອງພັກຣີພັບບລີກັນ ມີກຳນົດລົງຄະແນນສຽງ ໃນວັນພະ
ຫັດວານນີ້ເພື່ອຮັບຮອງເອົາແຜນການທີ່ຮ່າງໂດຍປະທານສະພາຕໍ່າທ່ານ John Boehner ຊຶ່ງຈະເພີ່ມຂີດຈຳກັດໃນການກູ້ຢືມເງິນຂອງສະຫະລັດຂຶ້ນຈາກ 14 ພັນ 300 ຕື້ໂດລາເພື່ອ ເປັນການແລກປ່ຽນກັບການຕັດການໃຊ້ຈ່າຍຕ່າງໆລົງ 900 ຕື້ໂດລາໃນໄລຍະ 10 ປີຕໍ່ໜ້າ.
ສະຫະລັດຈະໝົດເງິນ ສຳລັບໃຊ້ໜີ້ ຖ້າຫາກບໍ່ມີການເພີ່ມຂີດຈຳກັດດັ່ງກ່າວ ພາຍໃນວັນທີ
2 ສິງຫາຄືວັນອັງຄານຈະມາ ຊຶ່ງຈະເຮັດໃຫ້ລັດຖະບານສະຫະລັດຜິດສັນຍາ.

ແຕ່ໃນຖັນແຖວຂອງພັກຣີພັບບລີກັນ ຮວມທັງ ພວກທີ່ເປັນພັນທະມິດ ຂອງກຸ່ມນິຍົມແນວ
ທາງເດີມຈັດ Tea Party ໄດ້ຄັດຄ້ານຕໍ່ແຜນການຂອງທ່ານ Boehner ໂດຍເວົ້າວ່າບໍ່ໄດ້ ຈັດການໃຊ້ຈ່າຍຂອງລັດຖະບານລົງພຽງພໍ.

ສ່ວນບັນດາສະມາຊິກຂອງພັກເດໂມແຄຣັທທັງຢູ່ໃນສະພາຕໍ່າແລະສະພາສູງຕ່າງກໍໄດ້ຄັດ
ຄ້ານຢ່າງແຂງຂັນເຊັ່ນກັນ ຕໍ່ແຜນການຂອງທ່ານ Boehner ທີ່ຮຽກຮ້ອງໃຫ້ມີການລົງຄະ
ແນນສຽງອີກຄັ້ງນຶ່ງໃນທ້າຍປີນີ້ ເພື່ອເພີ່ມຂີດຈຳກັດໃນການກູ້ຢືມເງິນຂຶ້ນຕື່ມເພື່ອເປັນການ ແລກປ່ຽນກັບການຕັດການໃຊ້ຈ່າຍຂອງລັດຖະບານ ທີ່ໃຫຍ່ກວ່າເກົ່າລົງ. ປະທານາທິບໍດີ
ບາຣັກໂອບາມາໄດ້ຂູ່ວ່າຈະໃຊ້ ສິດຢັບຢັ້ງຫຼືວີໂຕ້ຕໍ່ຮ່າງກົດໝາຍສະບັບນີ້ ຖ້າລັດຖະສະພາ ສະຫະລັດຫາກຮັບຮອງເອົາ.

ຜູ້ນຳຂອງພັກເດໂມແຄຣັທໃນສະພາສູງ ທ່ານ Harry Reid ໄດ້ໃຫ້ການສະໜັບສະໜຸນ
ຕໍ່ແຜນການທີ່ເປັນຄູ່ແຂ່ງ ທີ່ທ່ານເວົ້າວ່າ ຈະຕັດການໃຊ້ຈ່າຍຂອງລັດຖະບານລົງ 2 ພັນ
500 ຕື້ໂດລາ ຂະນະທີ່ຈະເພີ່ມຂີດຈຳກັດໃນການກູ້ຢືມເງິນຂອງລັດຖະບານໄປຈົນຮອດປີ
2012.

ທ່ານໂອບາມາຮຽກຮ້ອງໃຫ້ທັງສອງພັກຮ່ວມກັນແກ້ໄຂບັນຫາໜີ້ສິນຂອງປະເທດ: