ທ່ານໂອບາມາ ຍັງມີຄວາມຫວັງ ກ່ຽວກັບການຕົກລົງ ໃນດ້ານໜີ້ສິນ

  • ໄພສານ ວໍຣະຈັກ

ປະທານາທິບໍດີບາຣັກໂອບາມາ ຖະແຫຼງໃຫ້ຊາບ ກ່ຽວກັບການສືບຕໍ່ ສົນທະນາຫາລືໃນເລື່ອງງົບປະມານ ກັບ ພວກຜູ້ນຳລັດຖະສະພາ ທີ່ທຳນຽບຂາວ (19 ກໍລະກົດ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາກ່າວວ່າ ທ່ານຍັງບໍ່ທັນໝົດຫວັງເທື່ອກ່ຽວ
ກັບອັນທີ່ທ່ານເອີ້ນວ່າ “ການຕໍ່ຮອງຂະໜາດໃຫຍ່” ເພື່ອເພີ່ມຂີດຈຳກັດໃນການກູ້ຢືມເງິນ ຂອງປະເທດໃນຂະນະທີ່ຕັດໜີ້ສິນຂອງປະເທດລົງນຳດ້ວຍນັ້ນ

ໂຄສົກຂອງທຳນຽບຂາວທ່ານ Jay Carney ກ່າວໃນມື້ວັນພຸດວານນີ້ວ່າ ຍັງມີເວລາເຫຼືອ
ຢູ່ສຳລັບພັກຣີພັບບລີກັນແລະພັກເດໂມແຄຣັທທີ່ຈະບັນລຸການຕົກລົງກັນ. ຍັງມີເວລາເຫຼືອ
ຢູ່ບໍ່ຮອດ 2 ອາທິດ ກ່ອນທີ່ລັດຖະບານ ຈະຜິດສັນຍາ ກ່ຽວກັບການຈ່າຍໜີ້ສິນ 14 ພັນ
300 ຕື້ໂດລານັ້ນ.

ນອກນັ້ນແລ້ວ ທ່ານ Carney ຍັງເວົ້າວ່າ ທ່ານໂອບາມາຈະຮັບເອົາການຕົກລົງກັນໃນ
ໄລຍະສັ້ນ ເພື່ອເພີ່ມຂີດຈຳກັດໃນການເປັນໜີ້ຂອງປະເທດ ອັນເປັນພາກສ່ວນນຶ່ງຂອງ ແຜນການຫຼຸດຜ່ອນການຂາດດຸນງົບປະມານໃນຂອບເຂດທີ່ກວ້າງຂວາງ.

ກ່ອນນີ້ປະທານາທິບໍດີໂອບາມາໄດ້ປະຕິເສດຕໍ່ມາດຕະການໄລຍະສັ້ນເພື່ອເພີ່ມຂີດຈຳກັດ
ກ່ຽວກັບໜີ້ສິນຂອງປະເທດ. ແຕ່ທ່ານ Carney ເວົ້າວ່າປະທານາທິບໍດີໂອບາມາຈະພິຈາ
ລະນາໃຫ້ການຍົກເວັ້ນເພື່ອໃຫ້ເວລາເພີ່ມຕື່ມກ່ຽວກັບຮ່າງກົດໝາຍໃນຂອບເຂດທີ່ກວ້າງ
ຂວາງດຳເນີນການຜ່ານຂັ້ນຕອນນິຕິບັນຢັດນັ້ນ.

ໃນມື້ວານນີ້ ປະທານາທິບໍດີໂອບາມາໄດ້ເຈລະຈາຫາລືທີ່ທຳນຽບຂາວກັບພວກຜູ້ນຳລັດ
ຖະສະພາສະຫະລັດ ກ່ຽວກັບແຜນການທີ່ໄດ້ນຳສະເໜີໂດຍສະມາຊິກສະພາສູງຈາກທັງ
ສອງພັກການເມືອງກຸ່ມນຶ່ງ ຊຶ່ງເປັນທີ່ຮູ້ກັນໃນນາມ “ກຸ່ມ 6 ຄົນນັ້ນ”.

ແຜນການທີ່ວ່ານີ້ ແມ່ນຮຽກຮ້ອງໃຫ້ຕັດການໃຊ້ຈ່າຍລົງໃນທັນທີ 500 ພັນລ້ານໂດລາ
ອັນເປັນພາກສ່ວນນຶ່ງ ຂອງແຜນການຂະໜາດໃຫຍ່ ທີ່ຈະຕັດການໃຊ້ຈ່າຍລົງ 4 ພັນຕື້
ໂດລາໃນໄລຍະນຶ່ງທົດສະວັດຕໍ່ໜ້າ. ນອກນັ້ນແລ້ວແຜນການດັ່ງກ່າວນີ້ ຍັງຈະໄດ້ມີການ
ປ່ຽນແປງຢ່າງສຳຄັນກ່ຽວກັບໂຄງການສັງຄົມສົງເຄາະຕ່າງໆເຊັ່ນເມດີແຄຣ໌ເປັນຕົ້ນແລະ
ເພີ່ມລາຍໄດ້ຈາກພາສີ 1 ພັນຕື້ໂດລາໃນໄລຍະ 10 ປີຂ້າງໜ້າ.