ປະທານາທິບໍດີສະຫະລັດ ພົບປະຜູ້ນຳລັດຖະສະພາ ກ່ຽວກັບເລື່ອງໜີ້ສິນ ຂອງປະເທດ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ພົບປະກັບບັນດາຜູ້ນຳລັດຖະສະພາ ເພື່ອປຶກສາຫາລື ກ່ຽວກັບ ການຊອກຫາຊ່ອງທາງ ຫຼຸດຜ່ອນໜີ້ສິນຂອງປະເທດ ທີ່ທຳນຽບຂາວ (11 ກໍລະກົດ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຈະພົບປະກັນອີກກັບຜູ້ນຳຂອງລັດຖະສະພາ
ສະຫະລັດຢູ່ທີ່ທຳນຽບຂາວໃນວັນອັງຄານມື້ນີ້ ຫຼັງຈາກບໍ່ໄດ້ເກີດຄວາມກ້າວໜ້າໃນການເຈ
ລະຈາຫາລືກັນໃນມື້ວັນຈັນວານນີ້ ກ່ຽວກັບຂໍ້ຕົກລົງ ທີ່ຍັງ​ບັນລຸ​ກັນ​ບໍ່​ໄດ້ເພື່ອເພີ້ມຂີດຈຳກັດ ຂອງໜີ້ສິນຂອງຊາດນັ້ນ.

ກ່ອນທີ່ທັງສອງຝ່າຍຈະເຂົ້າຮ່ວມປະຊຸມກັນໃນມື້ວານນີ້ ທ່ານໂອບາມາ​ໄດ້ກ່າວໃນກອງປະ
ຊຸມຖະແຫຼງຂ່າວທາງໂທລະພາບວ່າມັນເຖິງເວລາແລ້ວທີ່ຈະຕ້ອງຢຸດເຊົາຫຼິ້ນການເມືອງແລະ
ມາເຮັດຂໍ້ຕົກລົງກັນ. ທ່ານເວົ້າວ່າ ຍັງມີວຽກງານອີກຫຼາຍຢ່າງ ທີ່ຈະຕ້ອງໄດ້ກະທຳ ກ່ອນ
ວັນເສັ້ນຕາຍ ທີ 2 ສິງຫາ ຊຶ່ງສະຫະລັດຈະຜິດສັນຍາໃນການຊຳລະໜີ້ເປັນເທື່ອທຳອິດໃນ
ປະວັດສາດຂອງປະເທດ ຖ້າ​ຫາກຕົກລົງ​ກັນ​ບໍ່​ໄດ້.

ນອກນັ້ນ ທ່ານປະທານາທິບໍດີຍັງໄດ້ປະຕິເສດຕໍ່ທາງເລືອກອີກທາງນຶ່ງທີ່ສະເໜີໂດຍພັກຣີ
ພັບບລີກັນນັ້ນ​ໂດຍ​ກ່າວວ່າທ່ານຈະປະຕິເສດບໍ່ຍອມລົງນາມໃນມາດຕະການຊົ່ວຄາວໃດໆ ເພື່ອແກ້ໄຂວິກິດການໜີ້ສິນຂອງປະເທດນັ້ນ.

ປະທານສະພາຕໍ່າສະຫະລັດ ທ່ານ John Boehner ຊຶ່ງເປັນສະມາຊິກຂອງພັກຣີພັບບລີ
ກັນກ່າວໃນມື້ວັນຈັນວານນີ້ວ່າ ບໍ່ມີຮ່າງກົດໝາຍສະບັບໃດ ສາມາດຜ່ານສະພາຕໍ່າໄດ້ນອກ ຈາກວ່າຈະມີການຕັດການໃຊ້ຈ່າຍລົງແລະປະຕິເສດຕໍ່ການຂຶ້ນພາສີ. ພວກນິຍົມແນວທາງ
ເດີມກ່າວວ່າ ມັນບໍ່ມີຄວາມໝາຍຫຍັງເລີຍ ທີ່ຈະຂຶ້ນພາສີພວກຊາວອະເມຣິກັນ ທີ່ປະ​ເທດ​
ຊາດຄາດໝາຍ​ໃຫ້ທຳການລົງທຶນຢູ່ໃນເສດຖະກິດແລະສ້າງວຽກເຮັດງານທຳນັ້ນ.

ລັດຖະມົນຕີກະຊວງການເງິນຂອງສະຫະລັດທ່ານ Timothy Geithner ກ່າວວ່າ ການບໍ່​
ສາມາດ​ເພີ່ມຂີດຈຳກັດຂຶ້ນ​ ຈາກຈໍານວນ​ 14 ພັນ 300 ຕື້ໂດລາ ສຳລັບກູ້ຢືມເງິນຢ່າງຖືກ
ຕ້ອງຕາມກົດໝາຍຂອງລັດຖະບານ ເພື່ອມາຈ່າຍໜີ້ນັ້ນ ຈະສ້າງຄວາມເສຍຫາຍຢ່າງຮ້າຍ
ແຮງຕໍ່ເສດຖະກິດຂອງສະຫະລັດ.