ການເຈລະຈາ ລະຫວ່າງ ສຫລ ແລະ ຄິວບາ ຄືບໜ້າ ແຕ່ ຍັງຕົກລົງ ຂັ້ນສຸດທ້າຍ ບໍ່ໄດ້

ລັດຖະມົນຕີຊ່ວຍວ່າການຕ່າງປະເທດ ສຫລ ທ່ານນາງ Roberta Jacobson (ຊ້າຍ) ແລະທ່ານນາງ Josefina Vidal (ຂວາ) ຫົວໜ້າຫ້ອງການສະຫະລັດ ຂອງກະຊວງຕ່າງປະເທດ ຄິວບາ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ແລະ​ຄິວ​ບາ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​
ທຳ​ຄວາມ​ຄືບ​ໜ້າ ​ໃນ​ການ​ຟື້ນ​ຟູ​ຄວາມສຳພັນ ດ້ານ​ການ​ທູດ
​ຄືນ​ໃໝ່ ​ແຕ່​ວ່າ​ຍັງ​ມີໜ້າ​ວຽກການ​ຫລາຍຢ່່າງ​ທີ່​ຈະ​ຕ້ອງ​ໄດ້​ປະ
ຕິບັດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ໃຫ້ຄວາມເຫັນ​ດັ່ງກ່າວ ໃນ​ວັນ​ສຸກວານນີ້
ຫລັງ​ຈາກ​ໄດ້ມ້ວນ​ທ້າຍ​ຮອບ​ທີ່ສີ່​ຂອງ​ການ​ເຈລະຈາຫາລື ທີ່ວໍ
​ຊິງ​ຕັນ.

ຢູ່ໃນການ​ປະຊຸມເປັນເວລາສອງ​ວັນ​ນັ້ນ ບັນດາ​ນັກ​ເຈລະ​ຈາ​ໄດ້​ເນັ້ນ​ໜັກ​ໃສ່​ບັນຫາຕ່າງໆ ທີ່​ຮວມທັງຂັ້ນຕອນໃນກນາເປີດ​ສະຖານທູດ​ຄືນ​ໃໝ່ ຫລັງ​ຈາກ​ທີ່ໄດ້​ມີການຕັດຄວາມ
ສຳພັນ​ຢ່າງເປັນທາງການ ລະຫ່າງສະຫະລັດແລະຄິວ​ບາເປັນ ເວລາ 50 ປີກວ່າໆ.

ທ່ານ​ນາງ Roberta Jacobson ຫົວ​ໜ້າ​ເຈລະຈາຝ່າຍສະຫະລັດ ກ່າວ​ວ່່າ “ຂ້າ​ພ​ະ​ເຈົ້າ
ຍັງ​ມອງ​ເຫັນໄປໃນ​ແງ່​ດີ ​ແຕ່​ວ່າ ຂ້າພ​ະ​ເຈົ້າກໍເປັນຄົນທີ່ຍອມຮັບ​ຄວາມ​ຈິງ​ກ່ຽວກັບ 54 ປີ​
ທີ່​ພວກ​ເຮົາຕ້ອງໄດ້​ເອົາຊະນະ”.

ທ່ານ​ນາງ Jacobson ​ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະ​ເທດ ຮັບຜິດ ຊອບກິດ
ຈະການຊີກ​ໂລກຕາ​ເວັນ​ຕົກ ກ່າວ​ວ່າ ທັງ​ສອງ​ຝ່າຍ​ຍັງ​ມີ “ບາງເລື້ອງທີ່​ຈະຕ້ອງ​ໄດ້ຕົກ
ລົງກັນ” ​ແລະ​ກໍຈະດຳເນີນການດັ່ງກ່າວໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຄູ່​ຕຳ​ແໜ່​ງຝ່າຍຄິວ​ບາ ຂອງ​ທ່ານ​ນາງ Josefina Vidal ກ່າວ​ວ່າ ທັງ​ສອງ​ຝ່າຍ​ເຫັນ​ດີ​ທີ່
​ຈະ​ສືບ​ຕໍ່​ການ​ສົນທະນາ​ກ່ຽວ​ກັບ​ບັນ​ຫາ​ອັນ​ສຳຄັນ​ຕ່າງໆ.

ທ່ານ​ນາງ Vidal ຫົວໜ້າພະ​ແນ​ກສະຫະລັດ ຂອງ ກະຊວງ​ຕ່າ​ງປະ​ເທດ​ຄິວ​ບາ ກ່າວ​ວ່າ
“ຜູ້​ແທນ​ທັງ​ສອງຝ່າຍ ​ເຫັນ​ດີ​ສືບ​ຕໍ່​ການ​ແລກປ່ຽນຄວາມຄິດຄວາມເຫັນ ທີ່ພົວພັນ​ກັບ
ການ​ປະຕິບັດ​ງານດ້ານ​ການ​ທູດ.”

​ໃນການຖະແຫຼງຂ່າວ ໃນ​ວັນ​ສຸກ​ວານນີ້ ທ່ານ​ນາງ Jacobson ​ໄດ້ສະແດງໃຫ້ເຫັນ​ວ່າ
ການ​ເຂົ້າ​ເຖິງທາງ​ດ້ານການ​ທູດ ອາດ​ເປັນ​ນຶ່ງ​ຂອງ​ຈຸດ​ສຳຄັນ​ທີ່​ຍັງ​ຄ້າງ​ຄາ​ຢູ່.

ທ່ານ​ນາງ Jacobson ກ່າວ​ວ່າ “ມີ​ຫລາຍໆສະພາບ​ການ ທີ່ບັນດາ​ສະຖານທູດ ປະ​ຕິ​ບັດ
​ງານ​ຢູ່​ໃນ​ບັນຍາກາດ​ແບບຈຳກັດ.”

ທ່ານ​ນາງ Jacobson ກ່າວ​ເພີ້ມອີກ​ວ່າ “ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ​ເວລາ​ໃດ​ທີ່​ພວກ​ເຮົາ​ຕົກລົງ​ກັນ ສະຖານທູດ​ຂອງ​ພວກ​ເຮົາ​ຈະ​ສາມາດ​ປະຕິບັດ​ງານ ​ເພື່ອ​ໃຫ້​ພວກ​ເຈົ້າ
ໜ້າ​ທີ່ໄດ້ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ.”

Your browser doesn’t support HTML5

US Cuba Talks