ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວໃນວັນພຸດວານນີ້ວ່າ ສະຫະລັດ ແລະ ຄິວບາ ໄດ້ຕົກລົງທີ່ຈະສ້າງສາຍພົວພັນທາງການທູດຄືນໃໝ່ ແລະ ວາງແຜນທີ່ຈະເປີດບັນດາສະຖານທູດຄືນໃໝ່ໃນນະຄອນຫຼວງ ວໍຊິງຕັນ ແລະ ຮາວານາ ພາຍ ໃນເດືອນນີ້, ເຊິ່ງເປັນຄວາມກ້າວໜ້າຄັ້ງຫຼ້າສຸດເພື່ອເຮັດໃຫ້ການເປັນປໍລະປັກກັນຫຼາຍປີ ລະຫວ່າງສອງປະເທດ ສິ້ນສຸດລົງ.
ປະທານາທິບໍດີ ໂອບາມາ ໄດ້ກ່າວວ່າ ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ຈະເດີນທາງໄປນະຄອນຫຼວງ ຮາວານາ ໃນລະດູຮ້ອນປີນີ້ ເພື່ອຊັກທຸງຊາດ ສະຫະລັດຂຶ້ນສູ່ປາຍເສົາ ຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາວານາເປັນຄັ້ງທຳອິດໃນຮອບຫຼາຍກວ່າ 5 ທົດສະວັດ.
ການປິດລ້ອມທາງການຄ້າຂອງ ສະຫະລັດ ແລະ ປະຫວັດສິດທິມະນຸດຂອງ ຄິວບາ ແມ່ນ ສ່ວນນຶ່ງຂອງບັນຫາທີ່ຍັງກີດກັ້ນ ຕໍ່ການມີສາຍສາຍພົວພັນທີ່ເປັນປົກກະຕິ ຊຶ່ງໄດ້ແຕກ
ຫັກລົງຫລັງ ຈາກການປະຕິວັດຂອງທ່ານ Fidel Castro.
ການຟື້ນຟູສາຍພົວພັນຢ່າງເປັນທາງການແມ່ນ ບາດກ້າວຫຼ້າສຸດໃນການດຳເນີນການຕັ້ງແຕ່ປະທານາທິບໍດີ ໂອບາມາ ແລະ ທ່ານ Raul Castro ໄດ້ປະກາດໃນເດືອນທັນວາ ວ່າ ສອງປະເທດໄດ້ຟື້ນຟູສາຍພົວພັນທາງການທູດ.
ພາບເຂດທີ່ ສະຫະລັດ ໃຫ້ຄວາມສົນໃຈ ໃນການດຳເນີນພາລະກິດ ທາງການທູດໃນ ນະຄອນຫຼວງ ຮາວານາ
ຜູ້ນຳທັງສອງໄດ້ຈັດການເຈລະຈາເຊິ່ງໜ້າກັນໃນກອງປະຊຸມໃຫຍ່
ຂອງບັນດາປະເທດໃນທະວີບອາເມຣິກາ ທີ່ປະເທດ ປານາມາ.
ໃນນະຄອນນິວຢອກ, ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ
Ban Ki-moon ໄດ້ສະແດງຄວາມຍິນດີຕໍ່ການປະກາດວ່າ ຄິວບາ
ແລະສະຫະລັດຈະເປີດສະຖານທູດໃນນະຄອນຫຼວງຂອງກັນແລະ
ກັນ. ທ່ານ Ban ໄດ້ກ່າວວ່າ ມັນເປັນບາດກ້າວ ທີ່ສຳຄັນ ໃນເສັ້ນ
ທາງຕໍ່ການເຮັດໃຫ້ສາຍພົວຂອງສອງປະເທດກັບຄືນສູ່ປົກກະຕິ.
ການບໍລິການທາງອາກາດ ແລະ ເຮືອ ລະຫວ່າງສອງປະເທດໄດ້ຮັບ ຫຼື ກຳລັງຖືກຟື້ນຟູ ແລະ ການຈຳກັດທາງການສື່ສານກໍໄດ້ຖືກຜ່ອນເບົາລົງ, ເຖິງແມ່ນວ່າປະຊາຊົນຂອງສະຫະລັດ ພຽງແຕ່ສາມາດເດີນທາງໄປ ຄິວບາ ພາຍໃຕ້ນະໂຍບາຍທີ່ຈຳກັດ. ໃນເດືອນພຶດສະພາຜ່ານມາ, ສະຫະລັດ ໄດ້ລົບຊື່ ຄິວບາ ອອກຈາກບັນຊີປະເທດທີ່ສະໜັບສະໜູນການກໍ່ການຮ້າຍ, ຊຶ່ງເປັນການເຄື່ອນໄຫວທີ່ເບິ່ງກັນວ່າມີຄວາມສຳຄັນຕໍ່ການຟື້ນຟູ ສາຍພົວພັນການທູດ. ຈັ່ງໃດກໍຕາມ, ອຸປະສັກກໍຍັງຄົງມີຢູ່, ລວມທັງການປິດລ້ອມທາງການຄ້າຂອງ ສະຫະລັດ ຕໍ່ ຄິວບາ ທີ່ມີມາເປັນເວລາຫຼາຍທົດສະວັດແລ້ວ ເຊິ່ງມີພຽງແຕ່ສະພາເທົ່ານັ້ນທີ່ສາມາດລົບລ້າງໄດ້.
Your browser doesn’t support HTML5
Obama on Cuba: This is What Change Looks Like