ໃນຂະນະທີ່ພວກນິຍົມ ພວກສະໜັບສະໜຸນ ໄດ້ພາກັນໂຮຮ້ອງວ່າ “Viva Cuba Viva Fidel” ທຸງຊາດຄິວບາໄດ້ຫ້ອຍຢູ່ຂ້າງນອກສະຖານທູດ ໃນນະຄອນຫຼວງວໍຊິງຕັນ ໃນວັນຈັນວານນີ້.
ການສະແດງຢ່າງວ່ານີ້ ໄດ້ເປັນຂີດໝາຍໃນສັນຍາລັກຂອງການສິ້ນສຸດລົງຂອງການເປັນປໍລະປັກ ແລະການບໍ່ໄວ້ເນື້ອເຊື່ອໃຈກັນ ລະຫວ່າງທັງສອງປະເທດ ຫຼາຍກວ່າ 5 ທົດສະວັດ.
ສະຫະລັດ ກໍເປີດສະຖານທູດຂອງຕົນ ໃນຢູ່ປະເທດ Cuba ໃນວັນຈັນວານນີ້ ແຕ່ບໍ່ມີພິທີການແຕ່ຢ່າງໃດ ຊຶ່ງມັນຈະມີຂຶ້ນໃນຂະນະທີ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຢ້ຽມຢາມ Havana ໃນວັນທີ 14 ສິງຫາຈະມານີ້.
ຕອນບ່າຍຂອງວັນຈັນວານນີ້ ທ່ານ Kerry ແລະລັດຖະມົນຕີການຕ່າງປະເທດ Cuba
ທ່ານ Bruno Rodriguez ໄດ້ໂອ້ລົມສົນທະນາ ໃນຄະນະທີ່ທຳການຢ້ຽມຢາມຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ Cuba ທີ່ກະຊວງການຕ່າງປະເທດສະຫະລັດ ໃນຮອບຫຼາຍກວ່າ 50 ປີ.
ທ່ານ John Kerry ຈັບມືກັບ ລມຕ. ທ່ານ Bruno Rodríguez Parilla, ວໍຊີງຕັນ, 20 ກໍລະກົດ 2015.
ທ່ານ Kerry ໄດ້ຮ້ອງການຟື້ນສາຍພົວພັນທັງການທູດ ກັບ Cuba ວ່າ ເປັນ “ການເລີ້ມຕົ້ນໃໝ່,” ແຕ່ວ່າ ຄວາມແຕກຕ່າງກັນ ຍັງຄົງມີຢູ່.
ທ່ານໄດ້ກ່າວວ່າ ຂັ້ນຕອນການດຳເນີນງານໄປສູ່ສາຍພົວພັນປົກກະຕິ “ຍັງຈະຕ້ອງໃຊ້ເວລາແລະສະລັບສັບຊ້ອນ.”
ທ່ານ Kerry ກ່າວວ່າ: “ ໃນເສັ້ນທາງຕໍ່ໄປນີ້, ພວກເຮົາໝັ້ນໃຈວ່າ ຈະຕ້ອງປະເຊີນກັບບັນຫາ ຢູ່ບ່ອນນັ້ນ ຢູ່ບ່ອນນີ້ ແລະບາງທີ ອາດຈະເຄັ່ງຄຽດ ເພາະສະນັ້ນ ຄວາມອົດທົນ ກໍຈຳເປັນຕ້ອງມີ.”
ທ່ານ Rodriguez ໄດ້ກ່າວອອກມາຢ່າງລະອຽດ ເຖິງຄວາມແຕກຕ່າງ ທີ່ໄດ້ໂອ້ລົມສົນທະ ນາກັບທ່ານ Kerry ຊຶ່ງຮວມທັງຄວາມປະສົງໃນການສິ້ນສຸດລົງຂອງການລົງໂທດດ້ານການຄ້າ ຮວມທັງການສົ່ງຄືນຖານທັບສະຫະລັດ ທີ່ອ່າວ Guantanamo.
ການ ປ່ຽນແປງທາງດ້ານການທູດແມ່ນ ມີຂຶ້ນ 54 ປີ ຫຼັງຈາກໄດ້ມີການຕັດຂາດລົງ ທີ່ມີຂຶ້ນ ໃນຊ່ວງລັດຖະບານຂອງປະທານາທິບໍດີ John F. Kennedy.
ພວກຖືປ້າຍຕ່າງໆນາ ຂ້າງນອກສະຖານທູດ Cuba ໃນນະຄອນຫຼວງວໍຊີງຕັນ 20 ກໍລະກົດ 2015. (VOA/ P. Dockins)
ເບິ່ງ: ການປະທ້ວງຂ້າງນອກ ສະຖານທູດ Cuba ໃນນະຄອນຫຼວງວໍຊີງຕັນ
Your browser doesn’t support HTML5
Protesters Outside Cuban Embassy in Washington DC