ບັນດາ ສະ​ມາ​ຊິກ ສະພາສູງ ພັກຣີພັບບລິກັນ ສົ່ງໝັງສື ໄປຫາ ອີຣ່ານ

ທ່ານ Tom Cotton ຈາກລັດ Arkansas ນັກປະພັນໜັງສື ທີ່ສົ່ງ ໄປຫາ ອິຣ່ານ ເພື່ອຊອກຫາລາຍລະອຽດກ່ຽວກັບຂໍ້ຕົກລົງ ນິວເຄລຍ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຕິ​ຕຽນສະ
ມາຊິກ​ສະພາ​ສູງສັງກັດພັກຣີພັບ​ບລິກັນ 47 ຄົນ ທີ່​ໄດ້​ເຕືອນ​
ອີຣ່ານ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຂໍ້ຕົກລົງນິວ​ເຄລຍໃດໆກໍຕາມ ທີ່ອີ
ຣ່ານເຈລະຈາກັບ​ທ່ານ Obama ນັ້ນ ອາດ​ຈະ​ໝົດອາຍຸລົງ
ຫລັງ​ຈາກທ່ານ​ອອກ​ຈາກ​ຕຳ​ແໜ່​ງໄປແລ້ວ ​ໃນ​ຕົ້ນ​ປີ 2017.

ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ທີ່ທຳນຽບຂາວ ​ໃນ​
ວັນ​ຈັນ​ວານ​ນີ້​ວ່າ ການ​ປະຕິບັດ​ຂອງ​ພັກຣີພັບ​ບລິ​ກັນນັ້ນ​ ແມ່ນ
ເປັນ “​ການເຍາະ​ເຍີ້​ຍ” ​ເພາະວ່າ​ບັນດາ​ສະມາຊິກສະພາ​ສູງ
ປາກົດ​ວ່າ ​ຢາກ​ເຂົ້າ​ຂ້າງ​ວາງຕົວເປັນພັນທະມິດກັບ “ພວກຫົວ
ແຂງກະດ້າງ” ​ໃນ​ອີຣ່ານ. ທ່ານ​ກ່າວ​ວ່າ “​ມັນ​ເປັນ​ກຸ່ມປະສົມ​ທີ່ຂ້ອນ ຂ້າງຜິດປົກກະຕິ.”

ລັດຖະມົນຕີຕ່າງປະ​ເທດອີຣ່ານ ທ່ານ Javad Zarif ຍັງ​ໄດ້​ຕິຕຽນ​ໜັງ​ສື​ຂອງ ພັກຣີພັບ​
ບລິ​ກັນວ່າ “ມັນ​ບໍ່​ມີ​ຄຸ່ນ​ຄ່າ​ໃດໆທາງດ້ານກົດໝາຍແລະ​ສ່ວນໃຫຍ່ແລ້ວ ເປັນແຜນການ
ໂຄສະນາ​ຊວນ​ເຊື່ອ​.” ທ່ານ​ກ່າວ​ວ່າ ຖ້າ​ຫາກ​ລັດຖະບານສະຫະ ລັດ ຫາກ​ລົບ​ລ້າງ​ຂໍ້​
ຕົກລົງ​ໃດໆ​ກັບ​ອີຣ່ານ ມັນ​ກໍຈະ​ເປັນ​ການ​ “ລະເມີດຢ່າງ​ເປີດ​ແປນ​ຕໍ່​ກົດໝາຍ​ສາກົນ.”

ຢູ່​ໃນ​ໜັງສື​ໄປ​ຫານະຄອນ​ເຕຫະຣານນັ້ນ ບັນດາ​ສະມາຊິກສະພາ​ສູງ​ພັກຣີພັບ​ບລິ​ກັນ
ກ່າວ​ວ່າ ຖ້າ​ຫາກ​ຂໍ້ຕົກລົງໃດໆ​ກໍຕາມທີ່ກຳລັງເຈລະຈາກັບສະຫະລັດ ​ແລະ​ຫ້າ​ປະ​ເທດ
​ມະຫາ​ອຳນາດ​ອຶ່ນໆຢູ່​ໃນ​ປັດ​ຈຸ​ບັນນີ້ ​ບໍ່​ໄດ້​ຮັບ​ການອະນຸມັດ​ຈາກ​ສະພາແລ້ວ ມັນ​ຈະຖືກ
​ພິຈາລະນາວ່າ​ຂໍ້​ຕົກລົງ​ດັ່ງກ່າວ “ບໍ່​ມີ​ຫຍັງ​ຫລາຍ​ໄປ​ກວ່າຂໍ້​ຕົກລົງຂອງຝ່າຍບໍລິ​ຫານ
”ລ​ະຫວ່າງປະທານາທິບໍດີ Obama ​ແລະຜູ້ນຳ​ສູງ​ສຸດຂອງອີຣ່ານ Ayatollah Ali Kahamenei.

Your browser doesn’t support HTML5

IRAN NUCLEAR US SENATORS VOSOT