ສະພາຕໍ່າອະນຸມັດ 59 ພັນ ລ້ານໂດລາສໍາລັບອັຟການິສຖານ

  • ໄພສານ ວໍຣະຈັກ

ຕຶກຫໍລັດຖະສະພາສະຫະລັດ

ສະພາຕໍ່າຂອງສະຫະລັດໄດ້ຮັບ​ຜ່ານ ຮ່າງກົດໝາຍມູນຄ່າ 59 ພັນລ້ານໂດລາ ເພື່ອນຳໄປໃຊ້ ຈ່າຍໃນການເພີ້ມກຳລັງທະຫານ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນອັຟການິສຖານ.

ໃນວັນອັງຄານວານນີ້ ສະມາຊິກສະພາຕໍ່າສະຫະລັດ ໄດ້ລົງຄະແນນສຽງ 308 ຕໍ່ 114 ເຫັນພ້ອມນຳ ຮ່າງກົດໝາຍ ຊຶ່ງບັດນີ້ ຈະຖືກສົ່ງໄປໃຫ້ ປະທານາທິບໍດີ ລົງນາມ​ເປັນ​ກົດໝາຍ. ຮວມຢູ່ໃນຮ່າງກົດໝາຍ ສະບັບນີ້ ກໍມີ 37 ພັນລ້ານໂດລາ ເພື່ອນຳໄປໃຊ້ຈ່າຍ ໃນການສົ່ງທະຫານຕື່ມອີກ 30 ພັນຄົນ ໄປເພີ້ມຢູ່ໃນອັຟການິສຖານ ແລະຄ່າໃຊ້ຈ່າຍອື່ນໆ ຢູ່ໃນອີຣັກ. ສະພາສູງສະຫະລັດ ໄດ້ຮັບຮອງ​ເອົາ ຮ່າງກົດໝາຍສະບັບດັ່ງກ່າວນີ້ແລ້ວ.

ລັດຖະສະພາສະຫະລັດ ໄດ້ອະນຸມັດເງິນຫຼາຍກວ່າ 1 ພັນຕື້ໂດລາ ເພື່ອເຮັດສົງຄາມ ຢູ່ໃນອີຣັກ ແລະອັຟການິສຖານ ນັບແຕ່ປີ 2001 ເປັນຕົ້ນມາ.

ມີສະມາຊິກ ພັກເດໂມແຄຣັດ 100 ກ່ວາ​ຄົນ ລົງຄະແນນສຽງ ບໍ່ເຫັນພ້ອມ ກັບຮ່າງກົດໝາຍສະບັບນີ້ ຊຶ່ງບາງທ່ານກ່າວວ່າ ການຮົ່ວໄຫຼ ຂອງເອກະສານລັບ ຫຼາຍສິບພັນໜ້າ ກ່ຽວກັບກອງທັບສະຫະລັດ ໂດຍເວັບໄຊທ໌ WIKILEAKS ແມ່ນໄດ້ເນັ້ນຢໍ້າ ຄວາມສົງໄສບໍ່ແນ່ໃຈ ຂອງພວກເຂົາເຈົ້າ ກ່ຽວກັບຄວາມກ້າວໜ້າ ໃນການເຮັດສົງຄາມ ຢູ່ໃນອັຟການິສຖານ.

ແຕ່ແນວໃດກໍຕາມ ຮ່າງກົດໝາຍສະບັບນີ້ ໄດ້ຮັບການສະໜັບສະໜຸນ ຢ່າງແຂງຂັນ ຈາກສະມາຊິກ ຂອງພັກຣີພັບບລີກັນ ຊຶ່ງມີພຽງ 12 ຄົນທໍ່ນັ້ນ ທີ່ລົງຄະແນນສຽງ ບໍ່ເຫັນພ້ອມນຳ.