ພາສີເງິນເດືອນຂອງ ຊາວອະເມຣິກັນ ຫລາຍລ້ານຄົນ ອາດຈະສູງຂຶ້ນ

  • ທອງປານ ເທບວົງສາ

ທ່ານ John Boehner ຈາກລັດ Ohio, ປະທານສະພາຕໍ່າຂອງລັດຖະສະພາສະຫະລັດ ໄດ້ກ່າວປະຕິເສດ ແຜນການຕັດພາສີເງິນເດືອນ ທີ່ໄດ້ຮັບການສະໜັບສະໜູນ ຈາກປະທານາທິບໍດີ Barack Obama ນັ້ນໃນກອງປະຊຸມຕໍ່ນັກຂ່າວ ໃນລັດຖະສະພາສະຫະລັດ ໃນວັນອັງຄານທີ 20 ທັນວາ, 2011 ນີ້ (AP Photo/Susan Walsh)

ຊາວ​ອະ​ເມຣິກັນ​ຫລາຍ​ລ້ານ​ຄົນ​ອາດ​ເຫັນ​ພາສີ​ເງິນ​ເດືອນ​ຂອງເຂົາ​ເຈົ້າ​ສູງ​ຂຶ້ນ ​ແລະ​ໃນ​
ຂະນະ​ທີ່​ພວກ​ອື່ນໆ​ອາດ​ສູນ​ເສຍ​ເງິນ​ປະກັນໄພຫວ່າງ​ງານ​ໄປ​ໃນ​ບໍ່​ຊ້າ​ນີ້ ​ເນຶ່ອງຈາກ​ສະ
ພາບ​ການ​ເມືອງ​ທີ່​ຍັງ​ຕົກລົງ​ກັນ​ບໍ່​ໄດ້​ໃນ​ວໍ​ຊິງ​ຕັນ ນັ້ນ.

ເມື່ອ​ວັນ​ອັງຄານ​ວານ​ນີ້ ພວກ​ສະມາຊິກ​ສະພາ​ຕໍ່າ ພາກັນ​ບໍ່​ລົງ​ຄະ​ແນນສຽງ​ຮັບ​ຜ່ານ​ຮ່າງ​
ກົດໝາຍສະບັບ​ນຶ່ງ​ເພື່ອ​ຕໍ່​ອາຍຸ​ການ​ຕັດ​ພາສີ​ເງິນ​ເດືອນ​ຊົ່ວຄາວ ແຕ່ກົງກັນ​ຂ້າມ​ໄດ້ຮຽກ
ຮ້ອງໃຫ້ມີ​ການ​ເຈ​ລະ​ກັນ​ອີກ​ຮອບ​ໃໝ່​ເພື່ອ​ຕໍ່​ອາຍຸ​ການ​ຕັດ​ພາສີ​ນີ້ອອກ​ໄປນຶ່ງ​ປີ​ເຕັມ.

ທ່ານ ຈອນ ​ເບ​ນ​ເນີ ປະທານ​ສະພາ​ຕໍ່າ ບອກ​ຜູ້ສື່​ຂ່າວ​ຫລັງ​ຈາກ​ພວກ​ສະມາ​ຊິກ​ສະພາ​ຕໍ່າ​
ພັກຣີພັບ​ບລິ​ກັນໄດ້​ປະຕິບັດໜ້າ​ທີ່​ຂອງ​ພວກເຂົາ​ເຈົ້າ​ແລ້ວ ​ໂດຍໄດ້​ຖິ້ມ​ໂທດ​ໃສ່​ພວກ​ສະມາ
ຊິກ​ສະພາ​ສູງ​ສະຫະລັດ​ນັ້ນ.

ການ​ທີ່​ພວກ​ສະມາຊິກ​ສະພາ​ຕໍ່າ​ພັກຣີພັບ​ບລິ​ກັນ​ບໍ່​ຮັບ​ຜ່ານ​ຮ່າງ​ກົດໝາຍ​ຂອງ​ສະພາ​ສູງ​ນັ້ນ ​ແມ່ນໄດ້​ຮັບ​ຄໍາ​ຕອບ​ທີ່​ໂກດ​ແຄ້ນ​ຈາກ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ.