CDC ຢືນຢັນ ກໍລະນີ ທຳອິດ ຂອງ ເຊື້ອໄວຣັສ MERS ໃນ ສຫລ (ວີດີໂອ)

ຫ້ອງຄົ້ນຄວ້າພະຍາດ Mountain ພົບເຫັນເຊື່້ອພະຍາດ MERS ທີ່ເປັນພະຍາດຊະນິດໃໝ່ ຈາກຕາເວັນອອກກາງ

ສູ​ນກາງ​ຄວບ​ຄຸມ ​ແລະ​ປ້ອງກັນພະຍາດຂອງສະຫະລັດ
ຫຼື CDC ​ໄດ້​ຢືນຢັນ​ກ່ຽວກັບກໍລະນີທຳອິດຂອງເຊື້ອໄວ
ຣັສ ​ລະບົບຫາຍ​ໃຈ​ທີ່​ຮ້າຍແຮງ ຈາກພາກຕາເວັນອອກ
ກາງຫລື MERS ຢູ່​ໃນສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່ ສູ​ນກາງ​ຄວບ​ຄຸມ ​ແລະ​ປ້ອງກັນພະ
ຍາດສະຫະລັດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ພະນັກງານ​
ການແພດອາເມຣິກັນຄົນ​ນຶ່ງທີີ່ໄດ້​ເດີນທາງ​ໄປປະ​ເທດ​
ຊາອຸ​ດີ ​ອາ​ຣາເບຍ ຫວ່າງ​ມໍ່ໆ​ມາ​ນີ້​ ໄດ້​ເຂົ້າ​ໂຮງໝໍ ຍ້ອນ
ຕິດເຊື້ອໄວຣັສດັ່ງກ່າວ ຢູ່ລັດ Indiana ທາງພາກກາງ
ຂອງສະຫະລັດ.

Your browser doesn’t support HTML5

Experts Watching MERS Outbreak for Global Menace


​ເຂົາ​ເຈົ້າກ່າວ​ວ່າ ຄົນ​ເຈັບ​ໄດ້​ຖືກແຍກໄວ້​ຢູ່​ບ່ອນ​ໂດດດ່ຽວ ​ແລະ​ມີອາການຄົງທີ່ແລ້ວ.
ຜູ້ອຳນວຍການ ສູ​ນກາງ​ສັກ​ຢາ​ປ້ອງ​ກັນແຫ່ງ​ຊາດ ​ແລະຮັກສາ​ພະຍາດກ່ຽວກັບລະ
ບົບ​ຫາຍ​ໃຈທ່ານ​ນາງ Anne Schuchat ກ່າວ​ວ່າ ກໍລະນີ​ດັ່ງກ່າວ​ໄດ້ເກີດ ຂຶ້ນ​ຢ່າງ​
ກະທັນຫັນ ​ແລະ CDC ກຳລັງ​ດຳເນີນ​ງານ​ເພື່ອ​ຊອກ​ຫາ ຜູ້​ທີ່​ອາດ​ໄດ້ ​ແຕະຕ້ອງ​
ຫລືຈັບບາຍ​ຄົນ​ເຈັບ. ທ່ານ​ນາງ Shuchat ກ່າວ​ວ່າ ຄົນເຈັບ​ໄດ້​ເດີນ ທາງ​ຈາກນະ
ຄອນ Riyadh ປະ​ເທດ ຊາ​ອຸ​ດີ ​ອາຣາ​ເບຍ ​ໃນ​ວັນ​ທີ 14 ​ເດືອນ​ເມສາ ​ໄປ​ນະຄອນ​
ລອນ​ດອນ ​ແລະ​ຫລັງຈາກນັ້ນກໍມາລັດ Indiana.

ເຊື້ອໄວຣັສ MERS ​ໄດ້ປາກົດຕົວເປັນເທຶ່ອທຳ​ອິດໃນ​ເດືອນ​ກັນຍາ ປີ 2012 ​ແລະ​ກໍລະນີທັງໝົດ​ແມ່ນມີສ່ວນ​ພົວພັນ​ກັບຫົກ​ປະ​ເທດ​ຢູ່ໃນ​ແຫລມອາຣາ​ເບຍ ແລະສ່ວນ
ໃຫຍ່ຂອງກໍລະນີຕ່າງໆ ແມ່ນເກີດຂຶ້ນທີ່ປະ​ເທດຊາ​ອຸ​ດີ ອາຣາ​ເບຍ.

Your browser doesn’t support HTML5

US MERS SOTVO