ສປຊ ຈະສືບສວນ ການໂຈມຕີ ພະນັກງານ ຊ່ວຍເຫຼືອ ໃນ ຊູດານໃຕ້

ພະນັກງານຊ່ວຍເຫຼືອ ຈາກຫຼາຍອົງການບໍ່ຂຶ້ນກັບລັດຖະບານ ປະຕິບັດໜ້າທີ່ໃນຊູດານໃຕ້ ເດີນທາງຮອດສະໜາມບິນ Wilson ໃນນະຄອນຫຼວງ ໄນໂຣບີ ປະເທດເຄັນຢາ, 13 ກໍລະກົດ, 2016.

ອົງການສະຫະປະຊາຊາດ ຫຼື UN ຈະສືບສວນສອບສວນ​ເບິ່ງລາຍງານທີ່ກອງກຳລັງຮັກ ສາສັນຕິພາບສະຫະ​ປະຊາ​ຊາດໃນປະເທດຊູດານໃຕ້ ບໍ່​ສາມາດໄປຊ່ວຍເຫຼືອຜູ້​ຄົນ ທີ່ຖືກ ໂຈມຕີຢູ່ບໍລິ​ເວນໂຮງແຮມ​ແຫ່ງ​ໜຶ່ງ ໃນນະຄອນຫຼວງ Juba ເມື່ອວັນທີ 11 ກໍລະກົດແລ້ວ ນີ້.

ພວກທະຫານ ຊູດານໃຕ້ ໄດ້ລວມກຸ່ມກັນຂົ່ມຂືນ, ທຳຮ້າຍຮ່າງກາຍ, ແລະ ໄດ້ປຸ້ນເອົາຊັບ ສິນຂອງບັນດາພະນັກງານຊ່ວຍເຫຼືອ, ເຊິ່ງແນເປົ້າໝາຍໂດຍສະເພາະເຈາະຈົງໃສ່ຊາວ ອາເມຣິກັນ ທີ່ພັກຢູ່ໂຮງແຮມ Terrain, ອີງຕາມລາຍງານ ຂອງອົງການຂ່າວ​ເອພີ ໃນວັນ ຈັນທີ່ຜ່ານມານີ້.

ຜູ້ເຫັນເຫດການຫຼາຍຄົນ ທີ່ຖືກສຳພາດໂດຍອົງການຂ່າວໄດ້ກ່າວວ່າ ພວກທະຫານໄດ້ ທຳທ່າ ​ຄື​ກັບ​ຈະປະຫານຊີວິດ ແລະ ໄດ້ບັງຄັບໃຫ້ຊາວຕ່າງຊາດເບິ່ງໃນຂະນະທີ່ພວກ ເຂົາຂ້ານັກຂ່າວໃນທ້ອງຖິ່ນ.

ບົດລາຍງານຂອງອົງການຂ່າວ AP ຍັງໄດ້ລະບຸວ່າ ຄົນທີ່ຢູ່ໃນບໍລິ ເວນໂຮງແຮມ Terrain ເຊິ່ງເປັນສະຖານທີ່ໆໄດ້ຮັບຄວາມນິຍົມສຳລັບຄົນຕ່າງປະເທດ ແລະ ຜູ້ນຳຂັ້ນ ສູງຂອງ ຊູດານໃຕ້, ໄດ້ຮ້ອງຂໍຄວາມຊ່ວຍເຫຼືອຫຼາຍຊົ່ວໂມງຈາກກອງກຳລັງຮັກສາສັນ ຕິພາບ UN ເຊິ່ງຕັ້ງຢູ່ຫ່າງບໍ່ເຖິງ 1 ກິໂລແມັດຈາກ​ບ່ອນ​ເກີດ​ເຫດ, ແລະ ຈາກສະຖານທູດ ສະຫະລັດ.

ທະຫານຮັກສາສັນຕິພາບ ອົງການສະຫະປະຊາຊາດ ປະຕິບັດການໃນ ຊູດານໃຕ້ ຫຼື (UNMISS) ໃນຮູບທີ່ຖືກຖ່າຍວັນທີ 14 ກໍລະກົດ, 2016, ໃນນະຄອນຫຼວງ ຈູບາ, ປະເທດ ຊູດານໃຕ້. ຫຼາຍຄັ້ງ ໄດ້ຖືກວິຈານ ສຳລັບການບໍ່ເຮັດວຽກຢ່າງພຽງພໍ ເພື່ອປົກປ້ອງພົນລະເຮືອນ.

​ເອກ​ອັກຄະ​ລັດ​ຖະທູດ ສະຫະລັດ ປະຈຳອົງການສະຫະປະຊາດຊາດ ທ່ານນາງ Samantha Power ໄດ້ກ່າວເຖິງຄວາມລົ້ມແຫຼວທັງ​ຂອງ ລັດຖະບານ ຊູດານໃຕ້ ແລະ ກອງກຳລັງຮັກສາສັນຕິພາບ UN.

ທ່ານນາງ Power ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ຕະຫຼອດຄວາມຂັດແຍ້ງທີ່ມີ ມາ 3 ປີນີ້, ລັດຖະບານຊູດານໃຕ້ ໄດ້ອະນຸຍາດໃຫ້ມີການຂ້າຄົນ ແລະ ໃຊ້ຄວາມຮຸນ ແຮງທາງເພດໂດຍບໍ່ໄດ້ຮັບການລົງ ໂທດ ຢູ່ເປັນປະຈຳ."

ທ່ານນາງໄດ້ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງວ່າ ກອງກຳລັງຮັກສາສັນຕິ ພາບ UN ອາດຈະບໍ່ມີຄວາມສາມາດ ຫຼືບໍ່ ກໍບໍ່ເຕັມໃຈທີ່ຈະຕອບຮັບຕໍ່ການຮຽກຮ້ອງ ຂໍຄວາມຊ່ວຍເຫຼືອນັ້ນ. ພວກເຮົາໄດ້ຂໍຮ້ອງ ແລະ ກຳລັງລໍຖ້າຄຳຕອບຈາກການສືບ ສວນສອບສວນ ໂດຍອົງການສະຫະປະຊາຊາດ ແລະ ໄດ້ຮຽກຮ້ອງໃຫ້ມີການ​ເອົາ​ບາດກ້າວ ​ແກ້​ໄຂຢ່າງວ່ອງໄວ ກ່ຽວກັບເຫດ​ເກີດ​ຂຶ້ນນັ້ນ ຖ້າ​ຫາກ​ວ່າການກ່າວຫາເປັນ ຄວາມຈິງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ