ປ. ​ຝຣັ່ງ ກ່າວວ່າ ການໂຈມຕີ ຂອງເທີກີ ໃນຊີເຣຍ ຍິ່ງຈະເຮັດໃຫ້ ສະຖານະການ ຮ້າຍແຮງຂຶ້ນ

Your browser doesn’t support HTML5

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ຕ້ອງ​ຕິ​ການ​ປະຕິບັດ​ງານ​ທາງ​ທະຫານ​ ຂອງ​ເທີ​ກີ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ​ ​ໂດຍ​ກ່າວ​ວ່າ ການ​ແຊກ​ແຊ​ງຫຼາຍຢ່າງ​ ທີ່​ບໍ່​ລົງລອຍກັນ ຢູ່​ທີ່​ນັ້ນ ​ແມ່ນ​ສ່ຽງ​ຕໍ່​ການ​ເກີດ​ບັນຫາ​ຂັດ​ແຍ້​ງລຸກ​ໄໝ້​ເປັນ​ແປວ​ໄຟ.

ນອກ​ນັ້ນ ທ່ານ Hollande ຍັງ​ໄດ້​ກ່າວ​ຢ້ຳ​ໃນ​ວັນ​ອັງຄານ​ມື້ນີ້ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງມີ​ການ​ຢຸດ​ຍິງ​ຢູ່​ໃນ​ຊີ​ເ​ຣຍ ​ແລະ​ກັບ​ຄືນ​ໄປສູ່ໂຕະ​ເຈລະຈາ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ ມີ​ຂຶ້ນນຶ່ງ​ມື້ຫລັງ​ຈາກລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ຮຽກຮ້ອງ​ເທີ​ກີ “ໃຫ້ເພັງ​ເລັ່ງໃສ່​ການ​ປາບ​ປາມ​ກຸ່ມ​ລັດ​ອິສລາມ ​ແລະ​ບໍ່​ໃຫ້​ເຂົ້າ​ໄປ​ພົວພັນກັບ​ກອງ​ກຳລັງ​ຊາວ​ເຄີ​ດທີ່​ເປັນພັນທະມິດກັບ ສະຫະລັດ ທີ່​ກຳລັງ​ຕ້ານ​ຢັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ຊີ​ເຣຍ.”

ກອງ​ກຳລັງ​ຂອງ​ເທີກີ ​ແລະ​ພວກ​ຕໍ່ຕ້ານ​ລັດຖະ​ໃນ​ຊີ​ເຣຍ ທີ່​ເປັນ​ພັນທະ​ມິດ​ຂອງ​ຕົນ ​ແມ່ນ​ເລີ້ມການ​ໂຈມ​ຕີມາ​ໄດ້​ອາທິດ​ນຶ່ງ​ແລ້ວ ທີ່​ແນ​ໃສ່​ເພື່ອ​ຂັບ​ໄລກຸ່ມ​ລັດ​ອິສລາມ​ແລະ​ກຳລັງ​ ຊາວ​ເຄີ​ດ YPG ຊຶ່ງເປັນສ່ວນ​ນຶ່ງ​ຂອງ​ກອງ​ກຳລັງ​ປະຊາທິປະ​ໄຕ​ໃນຊີ​ເຣຍທີ່​ໜຸນ​ຫຼັງ​ໂດຍ​ສະຫະ ລັດ​ນັ້ນ ອອກໄປຈາກ​ເມືອງຊາຍແດນ​ Jarablus ​ແລະ​ໃນ​ຂົງ​ເຂດ​ອ້ອມ​ແອ້ມ​.

Your browser doesn’t support HTML5

Carter Calls on Turkey to ‘Stay Focused’ on Islamic State

“ສະຫະລັດ ​ແມ່ນ​ໃຫ້ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ ແລະ​ໃຫ້ການ​ສະໜັບສະ​ໜຸນເທີ​ກີ ໂດຍລວມ​ໃນ​ການ​ປະ​ຕິດ​ບັດ​ງານ​ຕ່າງ​ໆຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ ​ແລະ​ທຸກ​ສິ່ງ​ຢ່າງ​ທີ່​ພວກ​ເຂົາ​ໄດ້​ກະທຳ​ ເພື່ອ​ປົກ​ປ້ອງ​ຂົງ​ເຂດ​ລະຫວ່າງ​ຊາຍ​ແດນ​ ແລະເມືອງ Jarablus ​ແລະ​ໄປ ​ທາງ​ພາກ​ຕາ​ເວັນ​ຕົກ ​ແຕ່​ວ່າ​ບໍ່​ໄປ​ທາງໃຕ້​ຂອງເມືອງ Jarablus,” ນັ້ນຄື ​ຄຳ​ເວົ້າຂອງ​ທ່ານ Carter ​ທີ່ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ຢູ່​ທຳນຽບຫ້າ​ແຈ ​ໃນ​ວັນ​ຈັນ​ວານ​ນີ້.

​ຫວ່າງ​ມໍ່ໆ​ມາ​ນີ້ ກອງ​ກຳລັງຂອງ​ຊາວ​ເຄີ​ດ ​ໄດ້​ຊ່ອຍຂັບ​ໄລ່​ພວກ​ນັກ​ຕໍ່ສູ້​ຂອງກຸ່ມ​ລັດ​ອິສລາມ ອອກ​ຈາກ​ເມືອງ Manbij ຂອງຊີເຣຍ ທີ່ຕັ້ງຢູ່ປະມານ 40 ກິໂລແມັດ ທາງພາກໃຕ້ ຂອງ ເມືອງ Jarablus ແລະປະມານ 30 ກິໂລແມັດ ໄປທາງພາກຕາເວັນຕົກ ຂອງແມ່ນ້ຳ Euphrates.

ກຸ່ມພວກຕໍ່ສູ້ ຊາວເຄີດ (YPG) ຢູ່ໃກ້ໆກັບລົດ ໃນເມືອງ Qamishli, ຊີເຣຍ, 22 ເມສາ 2016.

ສະຫະລັດກ່າວວ່າ ​ກອງ​ກຳລັງ​ຊາວ​ເຄີ​ດ YPG ໄດ້ຮັບ​ການຄ້ຳປະກັນວ່າ ພວກເຂົາເຈົ້າ ຈະກັບຄືນໄປຍັງພາກຕາເວັນອອກ ຂອງແມ່ນ້ຳດັ່ງກ່າວ ​ເວລາ​ໃດທີ່ເມືອງ Manbij ໄດ້ມີ​ການກວດລ້າງ ກອງ​ກຳລັງຂອງພວກກຸ່ມ​ລັດ​ອິສລາມແລ້ວ. ທ່ານ Carter ໄດ້ກ່າວ ໃນວັນ ຈັນວານນີ້ວ່າ ກອງ​ກຳລັງ​ເຫລົ່ານັ້ນ “ຈະຖອນອອກຈາກຂົງເຂດແລະ​ຖອນ​ໄປ​ທາງພາກ ຕາເວັນອອກ” ແລະສະຫະລັດ ແມ່ນພະຍາຍາມທີ່ຈະໃຫ້​ຄວາມ​ກະຈ່າງແຈ້ງ​ແກ່​ເທີກີ ​ແລະອົງ​ປະກອບ​ຕ່າງໆ​ຂອງ​ກອງທັບ​ປະ​ຊາ​ທິປະ​ໄຕ​ຊີ​ເຣຍ ມີ​ຫຍັງ​ແດ່ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ມີການປະເຊີນໜ້າກັນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ