ການໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງຊາອູດີ ອາເຣເບຍ ແນເປົ້າໝາຍໃສ່ ເມືອງ ທ່າ Aden

ພະນັກງານຄົນນຶ່ງ ຂົນຫີບອອກຈາກເຮືອນ ທີ່ຖືກໄຟໄໝ້ ຫຼັງຈາກການໂຈມຕີທາງອາກາດ ທີ່ນະຄອນຫຼວງ Sanaa ວັນທີ 23 ເມສາ 2015.

ພວກ​ເຮືອບິນ​ລົບ​ໄດ້​ທຳ​ການ​ໂຈມ​ຕີ ​ຕໍ່​ເປົ້າ​ໝາຍ​ຂອງ​ພວກ​
ກະ​ບົດ​ຮູ​ທີ ​ໃນເຢ​ເມັນ​ໃນວັນ​ພະຫັດ​ມື້​ນີ້ ສອງ​ມື້​ຫຼັງ​ຈາກ​ໃນ
ອັນທີ່ຄວນ​ຈະ​ເປັນ​ການ​ຢຸດ​ຖິ້ມ​ລະ​ເບີດ​ພາຍ​ໃຕ້​ການ​ນຳພາ​
ຂອງ​ຊາ​ອູ​ດີ​ອາ​ເຣ​ເບຍ​ຢ່າງ​ເປັນທາງ​ການ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ ກ່າວ​ວ່າ ການ​ຖິ້ມ​ລະ​ເບີດ​ໄດ້​ມີຂຶ້ນຕໍ່
ເຂດຕ່າງໆ ໃນ​ເມືອງ​ທ່າ​ກຳ​ປັ່ນ​ໃຫຍ່ Aden ​ໃນ​ພາກ​ໃຕ້​
ຂອງ​ປະ​ເທດ ບ່ອນ​ທີ່​ການ​ສູ້ລົບ​ກັນ​ພວມ​ດຳ​ເນີນຕໍ່​ໄປ ລະ
ຫວ່າງ​ພວກ​ກະບົດ​ຮູ​ທີ ​ແລະ​ພວກ​ສະໜັບສະໜຸນ​ລັດຖະ
ບານ ​ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ນ.

​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ຊາ​ອູ​ດີ​ອາ​ເຣ​ເບຍ ​ໄດ້​ປະກາດ​ຍຸດຕິ​ການ​ໂຈມ​ຕີ​ທາງ​ອາກາດ ທີ່​ເອີ້ນ​ວ່າ “Decicive Storm.” ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ພວກ​ເຮືອບິນ​ຂອງ​ຝ່າຍ​ປະສົມ​ກໍໄດ້​ໂຈມ​ຕີ​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ພວກ​ກະບົດ​ໃນ​ເມືອງ Aden​ແລະ​ເມືອງ Taiz
​ໃນ​ພາກ ກາງຂອງ​ປະ​ເທດ.

ການ​ຖິ້ມ​ລະ​ເບີດ​ມາ​ເປັນ​ເວລາ​ໜຶ່ງ​ເດືອນ​ເຕັມ ​ໄດ້​ສັງຫານ​ປະຊາຊົນຫຼາຍ​ຮ້ອຍ​ຄົນ ​ແລະ​ກໍ່ໃຫ້ເກີດ​ວິ​ກິ​ດການ​ດ້ານ​ມະນຸດສະທຳ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນ​ເຢ​ເມັນ ​ແຕ່​ສ່ວນ​ໃຫຍ່​ແລ້ວ​ການ​ໂຈມ​ຕີ​ດັ່ງກ່າວ ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ກະບົດ​ນິກາຍ Shi’ite ຖອຍອອກ​ໄປເລີຍ.

ພວກ​ກະ​ບົນ​ຮູ​ທີ ​ໄດ້​ຍຶດ​ເອົາ​ຫຼາຍ​ພາກສ່ວນ​ໃຫຍ່​ຂອງ​ເຢ​ເມັນ ​ແລະ​ໄດ້ບັງຄັບໃຫ້ຜູ້ນຳ​ປະ​ເທດ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ປະທານາທິບໍດີ Abd–Rabbu Mansour Hadi ຫຼົບໜີ​ໄປ​ອາ​ໄສ​ຢູ່​ໃນ​ຊາ​ອູ​ດີ ອາ​ເຣ​ເບຍ.

​ເຊື່ອ​ກັນ​ວ່າ ພວກ​ກະບົດ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກລັດຖະບານ Shi’ite​ໃນອີຣ່ານ ຊຶ່ງ​ມີ​ລາຍ​ງານ​ວ່າ ​ໄດ້​ສົ່ງ​ກອງ​ເຮືອບັນທຸກຈຸ​ໜຶ່ງ​ໄປ​ຍັງ​ເຢ​ເມັນ ຊຶ່ງເບິ່ງຄື​ວ່າ ​ໄປ​ຊ່ອຍ​ພວກ​ກະບົດ​ນັ້ນ.

ທ່ານ Ashton Carter ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ສະຫະລັດ​ມີ “ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງ​ແນ່ ນອນ” ກ່ຽວ​ກັບ​ກອງ​ເຮືອບັນທຸກຂອງ​ອິຣ່ານ ທີ່​ຂົນ​ພວກ​ອາວຸດ​ຍຸດ​ໂທ​ປະກອນ​ໄປ​ໃຫ້​ພວກ​ກະບົດ​ຮູ​ທີ​ນັ້ນ. ​

Your browser doesn’t support HTML5

Yemen