ສະຫະລັດ ຖອນກຳລັງທະຫານ ອອກຈາກອັຟການິສຖານ ສຳເລັດແລ້ວ 25 ເປີເຊັນ

ກຳລັງທະຫານສະຫະລັດ ຮ່ວມກັໜ່ວຍທະຫານກອມມັງໂດຂອງອັຟການິສຖານ ລາດຕະເວນຢູ່ໃນເຂດອາຈິນຂອງເມືອງຈາລາລາບາດ ທາງພາກຕາເວັນອອກຂອງນະຄອນຫຼວງກາບູລ, ອັຟການິສຖານ, ເດືອນເມສາ 2014.

ກອງທັບສະຫະລັດ ກະປະມານໄດ້ວ່າ ຕົນໄດ້ຖອນກຳລັງອອກຈາກອັຟການິສຖານສຳເລັດແລ້ວເຖິງ 25 ເປີເຊັນ.

“ກອງບັນຊາການ ກຳລັງສະຫະລັດ ໃນພາກຕາເວັນອອກກາງ ຫຼື CENTCOM ກະປະມານໄດ້ວ່າ ພວກເຮົາໄດ້ດຳເນີນຂັ້ນຕອນໃນການລົດກຳລັງທະຫານສຳເລັດແລ້ວໃນລະຫວ່າງ 16 ຫາ 25 ເປີເຊັນ” ກອງບັນຊາການ ຊຶ່ງກຳກັບນຳການປະຕິງານຢູ່ໃນອັຟການິສຖານ ໄດ້ກ່າວໄປໃນວັນອັງຄານວານນີ້.

CENTCOM ຍັງໄດ້ກ່າວອີກວ່າ ຕົນໄດ້ຍົກຍ້າຍຍຸດໂທປະກອນເທົ່າກັບ ເຕັມເຮືອບິນລຸ້ນ C-17 ປະມານ 160 ລໍາ ອອກຈາກອັຟການິສຖານ ແລະ ໄດ້ມອບອຸປະກອນຕ່າງໆຈຳນວນ ຫຼາຍກວ່າ 10,000 ເຄື່ອງ ໃຫ້ກົມພາລາທິການຂອງກະຊວງປ້ອງກັນປະເທດ ນຳໄປຈັດການ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ປະກາດເມື່ອເດືອນແລ້ວນີ້ວ່າ ພວກທະຫານຂອງອາເມຣິກາ ຄວນອອກໄປຈາກອັຟການິສຖານພາຍໃນວັນທີ 11 ເດືອນກັນຍາ ຫຼັງຈາກເກືອບຮອດ 20 ປີ ຂອງການມີສ່ວນພົວພັນທາງດ້ານທະຫານຢູ່ໃນປະເທດທີ່ເກີດສົງຄາມແຫ່ງນີ້.

ຕາມຄຳປະກາດຂອງທ່ານໄບເດັນນັ້ນ ພວກທະຫານສະຫະລັດ ຢ່າງໜ້ອຍ 2,500 ຄົນ ທີ່ເປັນສ່ວນນຶ່ງຂອງພາລະກິດຢູ່ໃນອັຟການິສຖານຂອງກອງກຳລັງອົງການເນໂຕ້ ຊຶ່ງມີຈຳນວນທະຫານທັງໝົດໜ້ອຍກວ່າ 10,000 ຄົນ.

ການຖອດຖອນກຳລັງທະຫານຂອງເນໂຕ້ທີ່ນຳພາໂດຍສະຫະລັດ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວວ່າ ສົງຄາມກາງເມືອງຂອງອັຟການິສຖານ ອາດທະວີຄວາມຮຸນແຮງຂຶ້ນ ແລະເຮັດໃຫ້ບໍ່ສາມາດຄວບຄຸມສະຖານະການໄດ້.

ພົນລະເຮືອນອັຟການິສຖານຫຼາຍຄົນ ໄດ້ຖືກຂ້າຕາຍໃນການໂຈມຕີຢ່າງຕໍ່ເນື່ອງນັບຕັ້ງແຕ່ວັນທີ 1 ພຶດສະພາເປັນຕົນມາ ເມື່ອສະຫະລັດ ໄດ້ເລີ້ມຕົນຖອນກຳລັງຢ່າງເປັນທາງການ ແລະກຸ່ມຕາລີບານ ໄດ້ຍຶດເອົາພື້ນທີ່ຫຼາຍແຫ່ງໃນທົ່ວປະເທດ ໂດຍລວມມີ ແຂວງບາກລານ ທາງພາກເໜືອ ແຂວງແຮລມານ ທາງພາກໃຕ້ ແຂວງຟາຣາ ທາງພາກຕາເວັນຕົກ ແລະລັກມານ ທາງພາກຕາເວັນອອກ.

ມັນຍັງຈະແຈ້ງວ່າ ກຸ່ມຕາລີບານຈະຮັກສາຄວາມໝັ້ນໝາຍຂອງຕົນຫຼືບໍ່ ທີ່ໄດ້ໃຫ້ໄວ້ ໃນເດືອນກຸມພາ 2020 ທີ່ວ່າ ຈະຕັດສາຍສຳພັນກັບກຸ່ມອາລ-ກາອີດາ (al-Qaida). ກຸ່ມກໍ່ການຮ້າຍກຸ່ມນີ້ ເປັນຜູ້ຮັບຜິດຊອບສໍາລັບການໂຈມຕີ ໃນວັນທີ 11 ກັນຍາ 2001 ຊຶ່ງໄດ້ສັງຫານປະຊາຊົນຢູ່ໃນດິນແດນຂອງອາເມຣິການ ປະມານ 3,000 ຄົນ.

ຜູ້ນຳສຽງສ່ວນນ້ອຍຂອງສະພາສູງສະຫະລັດ ທ່ານມິດຈ໌ ເມັກຄອນແນລ ໄດ້ຮຽກຮ້ອງຕໍ່ທ່ານປະທານາທິບໍດີ ໃນວັນອັງຄານວານນີ້ ໃຫ້ “ພິຈາລະນາຄືນ” ການຕັດສິນໃຈທີ່ຈະຖອນກຳລັງນັ້ນ ດັ່ງທີ່ທີມງານດ້ານການທູດ ແລະທະຫານຂອງທ່ານ “ນຳສະເໜີເຖິງຄວາມສ່ຽງທັງຫຼາຍແລະຜົນທີ່ຕິດຕາມມາ ໃຫ້ທ່ານຊາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ