ບໍສິສັດນຶ່ງ ຂອງ ສະຫະລັດ ຈະນໍາທ່ອງທ່ຽວ ຂຶ້ນເດືອນ

ນັກບິນອະວະກາດຂອງຍານອະພອລໂລ 11 ທ່ານ Neil Armstrong ແລະທ່ານ Edwin E. "Buzz" Aldrin ຊຶ່ງເປັນມະນຸດຈຸທຳອິດໄປຮອດດວງຈັນ ປັກທຸງຊາດສະຫະລັດ ໃສ່ພື້ນດວງເດືອນ ໃນວັນທີ 20 ກໍລະກົດ 1969.

ບໍລິສັດນຶ່ງ​ຂອງສະຫະລັດ ທີ່​ກໍ່​ຕັ້ງ​ຂື້ນ​ມາ​ໂດຍອ​ະດີ​ດບັນດາຜູ້​
ບໍລິຫານ ອົງການອະວະກາດ​ສະຫະລັດ​ຫຼື NASA ກ່າວ​ວ່າ
ຕົນ​ມີແຜນນຳ​ສະ​ເໜີການ​ເດີນທາງ​ໄປທ່ອງ​ທ່ຽວ​ຢູ່ເດືອນ ​ໃນ
​ທ້າຍທົດ​ສະວັດ​ນີ້.

ບໍລິສັດ ທີ່ມີ​ຊື່ວ່າ Golden Spike ຄາດ​ຄະ​ເນ​ວ່າ ມັນ​ຈະ​ໃຊ້
ເງິນ​ເຖິງ 1 ພັນ 500 ​ລ້ານ​ໂດ​ລາ ທີ່​ຈະ​ສົ່ງ​ສອງ​ຄົນ​ຂື້ນ​ໄປເດືອນ ​
ແລະ​ກັບ​ຄືນ​ມາ ​ໂດຍ​ຈະ​ໃຊ້​ເວລາ​ເຖິງ​ສອງ​ມື້.

ຕົນ​ມີ​ແຜນ​ທີ່​ຈະ​ຂາຍແຜນການໄປທ່ຽວ​ດັ່ງກ່າວ​ໃຫ້​ແກ່ “ປະ​ເທດ​
ຕ່າງໆ ສ່ວນ​ບຸກຄົນ​ແລະ​ບໍລິສັດທັງຫລາຍ​ ​ເພື່ອຈຸດ​ປະ​ສົງໄປຄົ້ນ
​ຄວ້າເບິ່ງ​ເດືອນ ​ແລະ​ຄວາມ​ຢາກ​ຮູ້​ຢາກ​ເຫັນ” ​ໃນ​ລາຄາ​ທີ່​ບໍ​ລິ​ສັດ
​ດັ່ງກ່າວ​ເວົ້າ​ວ່າ ​ເລັກນ້ອຍ​ເທົ່າ​ນັ້ນຖ້າ​ສົມ​ທຽບ​ໃສ່​ໂຄງການຂື້ນ​ໄປ
ເດືອນ​ຂອງ​ລັດຖະບານທີ່ຄ້າຍຄື​ກັນນີ້.

ບໍລິສັດ Golden Spike ກ່າວ​ວ່າ ຕົນ​ຈະ​ຫລຸດ​ຕົ້ນທຶນ​ລົງ ​ໂດຍ​ການ​ໃຊ້​ຈະ​ຫລວດ ​ແລະ​ຍານອ​ະວະ​ກາດ ທີ່​ມີ​ຢູ່​ແລ້ວ ສຳລັບ​ສົ່ງ​ມະນຸດ​ຂຶ້ນ​ໄປ​ເທິງ​ເດືອນ ​ແຕ່​ຈຳ​ເປັນ​ຕ້ອງ​ໄດ້​ອອກ​ແບບ​ຊຸດ​ອະວະກາດ​ແລະ​ຍານ ລົງ​ຈອດໃໝ່. ນອກ​ນັ້ນຕົນ​ຍັງ​ໄດ້​ພິຈາລະຈາ​ກ່ຽວ​ກັບ​ການ​ຊອກ​ຫາ​ແຫຼ່ງ ລາຍ​ຮັບ​ອື່ນໆ ​ເຊັ່ນ​ການ​ໂຄສະນາ​ໃສ່​ຍານ​ອະວະກາດ​ເປັນຕົ້ນ.

​ການ​ປະກາດທີ່​ວ່າ​ນີ້​ໄດ້​ມີ​ຂື້ນ​ບໍ່​ດົນ​ກ່ອນ​ວັນ​ສຸກຊຶ່ງ​ເປັນ​ວັນຄົບຮອບ 40 ປີ ຂອງ​ການ​ສົ່ງ​ຍານ​ອະວະກາດ Appolo ທີ 17 ຂອງ​ອົງການ​ນາ​ຊາ ຊຶ່ງເປັນຖ້ຽວບິນ​ຖ້ຽວ​ສຸດ​ທ້າຍ​ຂອງ
ການປະຕິບັດ​ງານສົ່ງ​ມະນຸດ​ໄປ​ລົງ​ຢູ່​ເດືອນ.