ລມຕ ການຄ້າ ສະຫະລັດ ກ່າວປ້ອງກັນ ການລົງທຶນ ດ້ານຂົນສົ່ງ ໃນຣັດເຊຍ

ລັດຖະມົນຕີການຄ້າສະຫະລັດ ທ່ານ Wilbur Ross ກ່າວຢູ່ ກອງປະຊຸມ ປະຈຳປີ ສະຫະພັນອຸດສາຫະກຳອັງກິດ ວັນທີ 6 ພະຈິກ 2017.

ລັດຖະມົນຕີ​ກະຊວງການ​ຄ້າ​ສະຫະລັດ ທ່ານ Wilbur Ross ​ໃນ​ວັນຈັນ​ວານ​ນີ້​ໄດ້ກ່າວ
​ປ້ອງ​ກັນ​ທຸລະ​ກິດ​ຂະໜາດ​ໃຫຍ່​ຂອງທ່ານທີ່​ມີສ່ວນພົວພັນກັບວົງ​ໃນ​ຂອງ ປະທານາທິບໍ
ດີຣັດ​ເຊຍ ທ່ານ Vladimir Putin ​ໂດຍ​ກ່າວ​ວ່າ “ບໍ່ມີ​ການ​ກະທຳ​ຜິດ​ຫຍັງ."

ທ່ານ Ross ອາຍຸ 79 ປີ ມະຫາ​ເສດ​ຖີອຸດສາຫະກຳ ຖືຮຸ້ນ​ 31 ​ເປິ​ເຊັນ ​ທີ່​ມີ​ມູນ​ຄ່າ 2 ຫາ
10 ລ້ານ​ໂດ​ລາ ​ໃນບໍລິສັດ Navigator Holdings ​ຊຶ່ງເປັນທຸ ລະ​ກິດຂົນ​ສົ່ງທາງທະເລ
ທີ່​ພົວພັນ​ກັບ​ລູກ​ເຂີຍທ່ານ Putin ​ແລະ​ເປັນ​ນັກທຸລະກິດ​ທີ່​ມີອຳນາດຜູ້​ຖືກ​ລົງໂທດຈາກ​ສະຫະລັດ ​ແລະ​ເປັນ​ຄູ່​ຫລິ້ນ judo ຂອງ​ທ່ານ Putin ອີງ​ຕາມເອກ​ກະສາ​ນທີ່ຫາກໍ​ຮົ່ວ
ໄຫລ​ອອກມາ.

​ແຕ່​ວ່າ ທ່ານ Ross ​ເປັນສະມາຊິກ​ຄົນ​ນຶ່ງ​ຂອງ​ຄະນະ​ລັດຖະບານ​ ປະທານາທິ ບໍດີດໍ
​ໂນ​ລ ທຣໍາ ກ່າ​ວຢູ່​ຂ້າ​ງນອກ​ກອງ​ປະຊຸມ​ທຸລະ​ກິດ ​ຢູ່​ໃນ​ນະຄອນຫລວງ​ລອນ​ດອນ​ວ່າ
“ຂ້າພະ​ເຈົ້າ​ຄິດ​ວ່າ​ ສື່​ມວນ​ຊົນ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຫລາຍ​ກວ່າ​ຄວາມ​ຈິງ.”

ທ່ານ Kirill Shamalov ຫົວໜ້າບໍລິຫານ ບໍລິສັດພະລັງງານຣັດເຊຍ ແລະເປັນລູກເຂີຍຄົນນຶ່ງຂອງ ປະທານາທິບໍດີ Putin ກຳລັງຮ່ວມກອງປະຊຸມ ນໍ້າມັນ ແລະແກັສ ແຫ່ງຊາດ ທີ່ນະຄອນຫລວງ Moscow ປະເທດຣັດເຊຍ Russia.

​ບໍລິສັດ Navigator ​ໄດ້​ເງິນ​ຫລາຍ​ລ້ານ​ໂດ​ລາ​ຕໍ່​ປີ ​ໃນ​ການຂົນ​ສົ່ງ​ແກັສທຳ​ມະ​ຊາດ ໃຫ້ແກ່ບໍລິສັດ​ພະລັງ​ງານ​ຍັກ​ໃຫຍ່ Sibur ຂອງຣັດ​ເຊຍ ທີ່​ສ່ວນນຶ່ງແມ່ນເປັນ​ເຈົ້າ​
ຂອງ​ໂດຍທ່ານ Kirill Shamalov ລູກເຂີຍ​ຂອງ​ທ່ານ Putin ທີ່ແຕ່ງງານກັບນາງ
Katerina Tikhonova ​ແລະ Gennady Timchenko ນັກທຸ ລະ​ກິດ​ທີ່​ມີອຳນາດ
​ຜູ້​ເປັນ​ຄູ່ຫລິ້ນ judo ຂອງ​ທ່ານ Putin ອີງ​ຕາມ​ເອກ​ກະສາ​ນ. ທ່ານ Timchenko ​ໄດ້​
ຖືກ​ລົງ​ໂທດ​ຈາກ​ສະຫະລັດ ​ເພາະວ່າ ​ໃນ​ປີ 2014 ຣັດ​ເຊຍ​ໄດ້ຜະ​ໜວກ​ເອົາ​ແຫລມ
Crimea ຂອງ Ukraine ​ແລະການສະໜັບ ສະໜູນໃນເວລາຕໍ່ມາ ພວກແບ່ງ​ແຍກ
​ດິນ​ແດນ​ທີ່ໄດ້ຮັບການໜູນຫລັງໂດຍຣັດ​ເຊຍ ສູ້​ລົບ​ກັບກຳລັງ​ລັດຖະບານ Kyiv ຢູ່
​ພາກ​ຕາ​ເວັນ​ອອກ​ຂອງ Ukraine.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ຊ້າຍ) ແລະນັກທຸລະກິດທີ່ມີອຳນາດ ທ່ານ Gennady Timchenko ຢ້ຽມຢາມໂຮງລະຄອນໃໝ່ Mariinsky Theater ທີ່ນະຄອນ St. Petersburg ປະເທດ Russia ທີ 3 ມິຖຸນາ, 2017.

ແຕ່​ວ່າ​ຢູ່​ໃນ​ການ​ໃຫ້ສຳພາດ​ກັບ​ສອງ​ສະຖານີ​ໂທລະພາບ BBC ​ແລະ Bloomberg
TV ນັ້ນ ທ່ານ Ross ​ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ພົວພັນ​
ຂອງ​ທ່ານ ​ໃນ​ການ​ປະຕິບັດ​ງານ. ທ່ານ​ກ່າວ​ວ່າ ຂໍ້​ຕົກລົງ​ກັບບໍລິສັດ Sibur ​ໄດ້​ຈັດ
​ແຈງ​ກ່ອນ​ທີ່​ທ່ານ​ໄດ້​ເຂົ້າ​ຮ່ວມ​ຢູ່​ໃນ​ຄະນະ​ກຳມະການ Navigator.

ທ່ານ​ກ່າວ​ວ່າ “ບໍ່​ມີ​ການ​ຕິດ​ຕໍ່​ເຂົ້າຫາຄະນະ​ກຳມະການ ບໍ່​ມີ​ການ​ຕິດ​ຕໍ່​ເຂົ້າ​ຫາ​ຮຸ້ນ
ສ່ວນ ຂ້າພະ​ເຈົ້າ​ບໍ່​ມີ​ສ່ວນ​ພົວພັນ ​ກັບ​ການ​ເຈລະຈາຫລືການ​ຕົກລົງໃດໆ. ​ແຕ່ວ່າ​ສິ່ງ
​ສຳຄັນ​ທີ່​ສຸດ​ກໍ​ຄື ບໍລິສັດ​ເປັນ​ລູກ​ຄ້າ​ຂອງຕົນເອງ Sibur ​ເວລາ​ນັ້ນ​ຍັງ​ບໍ່​ທັນໄດ້​ຖືກ​ລົງ​
ໂທ​ດ ປັດ​ຈຸ​ບັນ​ນີ້​ບໍ່ໄ​ດ້ຖືກ​ລົງ​ໂທດ ​ແລະ​ບໍ່​ເຄີຍ​ໄດ້​ຖືກ​ລົງ​ໂທດ​ຢູ່​ໃນ​ເວລາ​ໃດ. ບໍ່​ມີ​ຫຍັງ​
ໝົດ​ທີ່​ບໍ່​ເຫັນວ່າ​ສົມຄວນ.”

ອ່່່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Commerce Secretary Russia