ຜູ້ບັນຊາການກໍາລັງທະຫານສະຫະລັດ ແລະ NATO ທີ່ ອັຟການິສຖານ ກໍາລັງປະຊຸມກັນ
ກັບບັນດາເຈົ້າໜ້າທີ່ປາກິສຖານ ຢູ່ນະຄອນຫລວງອິສລາມາບັດ ໃນວັນພະຫັດມື້ນີ້ ເປັນຄັ້ງ
ທໍາອິດ ນັບຕັ້ງແຕ່ປາກິສຖານ ໄດ້ສີ້ນສຸດການກີດກັ້ນ ເປັນເວລາ 6 ເດືອນ ບໍ່ໃຫ້ຂົນສົ່ງສໍາ
ພາລະຂອງ NATO ຜ່ານດິນຂອງຕົນ ເຂົ້າໄປຍັງອັການິສຖານນັ້ນ.
ກອງທັບປາກິສຖານ ກ່າວວ່າ ນາຍພົນ John Allen ຈະພົບປະກັບຜູ້ບັນຊາການທະຫານ
ປາກິສຖານ ນາຍພົນ Ashfaq Parvez Kayani ແລະວ່າ ການສົນທະນາຈະກວມເອົາ
ເລື່ອງການຊອກຫາຊ່ອງທາງເພື່ອປັບປຸງການປະສານງານ ຢູ່ຕາມຊາຍແດນລະຫວ່າງ
ອັຟການິສຖານ ແລະປາກິສຖານ.
ປາກິສຖານ ໄດ້ປິດເສັ້ນທາງລໍາລຽງສໍາພາລະໄປຫາ ອັຟການິສຖານ ໃນເດືອນພະຈິກ ປີ
ກາຍນີ້ ຫລັງຈາກສະຫະລັດໄດ້ໂຈມຕີທາງອາກາດຢ່າງຜິດພາດ ເຮັດໃຫ້ທະຫານປາກິສ
ຖານ ເສຍຊີວິດໄປ 24 ຄົນ. ປາກິສຖານ ໄດ້ຕົກລົງເປີດເສັ້ນທາງຄືນໃໝ່ ໃນຕົ້ນເດືອນແລ້ວ
ນີ້ ຫລັງຈາກສະຫະລັດ ໄດ້ກ່າວສະແດງ “ຄວາມເສຍໃຈ” ກ່ຽວກັບການຕາຍເຫລົ່ານັ້ນ.
ການຢ້ຽມຢາມຂອງ ນາຍພົນ Allen ມີຂື້ນຫລັງຈາກ ສະຫະລັດແລະປາກິສ ຖານ ໄດ້ເຊັນ
ຂໍ້ຕົກລົງກັນໃນວັນອັງຄານຜ່ານມາ ກ່ຽວກັບການເຄື່ອນໄຫວຂອງ ຂະບວນລົດບັນທຸກ
ສໍາພາລະຂອງ NATO ຜ່ານເຂົ້າໄປຍັງອັຟການິສຖານ ຈົນຮອດທ້າຍປີ 2015.
ວີດີໂອລາຍງານກ່ຽວກັບ ກອງປະຊຸມລະຫວ່າງຫົວໜ້າຝ່າຍສືບລັບຂອງສະຫະລັດ
ແລະປາກິສຖານ:
http://www.youtube.com/embed/spKnhoyWQlk?feature=player_detailpage