ທ.​ນ. ຄລິນ​ຕັນ​ ​​​ເລິ່ມຕົ້ນ ຢ້ຽມຢາມມຽນມາ ໃນວັນພຸດມື້ນີ້

  • ບົວສະຫວັນ

ທ່ານນາງຄລິນຕັນ ເດີນທາງຢ້ຽມຢາມມຽນມາ ໂດຍໄດ້ຮັບການຕ້ອນຮັບ ທີ່ສະໜາມບິນໂດຍຮອງລັດຖະມົນ ຕີມຽນມາ ທ່ານ Myo Myint ເມື່ອທ່ານນາງໄປເຖິງນະຄອນຫລວງ ເນປິດໍ ໃນວັນທີ 30 ພະຈິກ, 2011.

>

ທ່ານ​ນາງຄລິນ​ຕັນ​ ​ໄດ້ເລິ່ມຕົ້ນ​ການ​ເດີນທາງຢ້ຽມຢາມມຽນມາທີ່​ເປັນ​ຂີດ​ໝາຍ ​ແລະຖືວ່າ​ເປັນລັດຖະມົນຕີການຕ່າງປະເທດສະຫະລັດ ຜູ້ທໍາ​ອິດ​ທີ່​ໄປ​ຢ້ຽມຢາມ​ມຽນມາໃນ​ຮອບ 50 ປີ.

ທ່ານ​ນາງ ຄລິນ​ຕັນ ​ເດີນທາງ​ໄປ​ເຖິງ​ເມືອງ​ຫລວງ​ເນ​ປິດໍຂອງ​ມຽນມາ ທີ່​ຢູ່​ສອກຫລີກໃນວັນ
ພຸດມື້ນີ້ ສໍາລັບ​ກາ​ນ​ເຈລະຈາ ເປັນເວລາສາມມື້ ​ໂຮມ​ທັງ​ມີ​ກໍານົດ​ພົບ​ປະ​ກັບ​ປະທານາທິບໍດີ​
ມຽນມາ ທ່ານ Thein Sein ​ແລະ​ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາປະຊາທິປະ​ໄຕມຽນມາ.

ທ່ານ​ນາງ ຄລິນ​ຕັນ ​ໄດ້​ເດີນທາງ​ໄປ​ມຽນມາຈາກ​ເກົາຫລີ​ໃຕ້ ບ່ອນ​ທີ່​ທ່ານ​ນາງໄດ້ບອກ
ພວກ​ນັກ​ຂ່າວ​ວ່າ ທ່ານ​ນາງ​ຈະ​ຕັດສິນ​ໃຈເອງ​ ​ກ່ຽວກັບຄວາມ​ຕັ້ງ​ໃຈ​ຂອງ​ລັດຖະບານມຽນ
ມາ ​ໃນ​ປັດຈຸບັນ​ນີ້ ສຳຫຼັບ​ການ​ສືບຕໍ່​ໃຫ້​ມີ​ການ​ປະຕິ​ຮູບ​ການ​ເມືອງ ແລະ​ເສ​ດຖະກິດ.

ທ່ານ​ນາງຄລິນ​ຕັນ ​ໄດ້​ປຶກສາ​ຫາລື​ໃນ​ສິ່ງ​ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ໄວ້​ເມື່ອ
ຕົ້ນເດືອນ​ນີ້ວ່າ ແສງແຫ່ງຄວາມ​ກ້າວໜ້າ ຈາກ​ລັດຖະ ບານພົນລະເຮືອນ​ພຽງ​ແຕ່ໃນ​ນາມ
ຂອງ​ມຽນມາ ທີ່ເລິ່ມເຂົ້າບໍລິຫານ​ປະ​ເທດ ​ໃນ​ຕົ້ນ​ປີ​ນີ້ ຫລັງ​ຈາກ​ການ​ປົກຄອງ​ໂດຍ​ຝ່າຍ​
ທະຫານ​ມາ​ໄດ້​ຫລາຍ​ກວ່າ 40 ປີ​ນັ້ນ.

ເປັນທີ່ຈະແຈ້ງແລ້ວວ່າ ພວກ​ເຮົາ ​ແລະ​ຫລາຍ​ປະ​ເທດຫວັງ​ຢ່າງ​ຍິ່ງ​ວ່າ ​ແສງ​ແຫ່ງ​ຄວາມ​ກ້າວ
ໜ້າ​ ດັ່ງທີ່ປະທານາທິບໍດີ ໂອບາມາໄດ້ເອີ້ນຢູ່ທີ່ເກາະບາຫຼີນັ້ນ ຈະ​ສົ່ງ​ປະກາຍ​ກໍ່ໃຫ້ເກີດມີ​
ການ​ເຄຶ່ອນ​ໄຫວ ເພື່ອ​ການ​ປ່ຽນ​ແປງພາຍ​ໃນ​ປະ​ເທດ ​ທີ່​ໃຫ້​ຜົນ​ປະ​ໂຍດ​ຕ່າງໆ​ແກ່​ປະຊາຊົນ
ຂອງ​ຕົນ.

ທ່ານໂອ​ບາ​ມາ ກ່າວ​ວ່າ ທ່ານ​ນາງຄລິນ​ຕັນ ຈະ​ຊອກຫາຊ່ອງທາງ​ເບິ່ງວ່າ​ສະຫະລັດ​ຈະສາ
ມາດ​ເຮັດແນວໃດໄດ້ແດ່ ເພື່ອ​ສະໜັບສະໜຸນ​ຄວາມ​ກ້າວ​ໜ້າ​ຂອງ​ການ​ປະຕິ​ຮູບ​ການ​ເມືອງ
ສິດທິ​ມະນຸດ ​ແລະ​ການສ້າງຄວາມປອງ​ດອງ​ຊາດ​ຢູ່​ໃນ​ມຽນມານັ້ນ.