ຜູ້ນຳເພື່ອສິດທິພົນລະເຮືອນ ສະຫະລັດ ທ່ານ Julian Bond
ໄດ້ເຖິງແກ່ອະສັນຍາກຳແລ້ວ.
ທ່ານ Bond ໄດ້ເສຍຊີວິດ ເມື່ອຕອນຄ່ຳຂອງວັນເສົາວານນີ້
ລວມອາຍຸໄດ້ 75 ປີ ຢູ່ໃນເມືອງ Fort Walton Beach ລັດ
Florida ຫຼັງຈາກທີ່ໄດ້ເຈັບປ່ວຍໃນໄລຍະສັ້ນ ໂດຍບໍ່ໄດ້
ລະບຸວ່າເປັນໂຣກຫຍັງ.
ທ່ານໄດ້ຖືກຈົດຈຳ ໃນຖານະເປັນຜູ້ມີສຽງເວົ້າ ທີ່ເຕັມໄປດ້ວຍ
ອາລົມ ຄົມຄາຍ ແລະ ໂວຫານດີ ສຳຫລັບການຕໍ່ສູ້ເພື່ອຄວາມ
ຍຸດຕິທຳ.
ການເຄື່ອນໄຫວຂອງທ່ານ Bond ນັ້ນ ກວາມເອົາໄລຍະຫຼາຍທົດສະວັດຜ່ານມາ ຈາກການນຳພາບັນດານັກສຶກສາ ຕໍ່ຕ້ານການແບ່ງແຍກສີຜິວ ຢູ່ເຂດພາກໃຕ້ທີ່ມີການປ່ຽນແປງທີ່ຮຸນແຮງ ຂອງອາເມຣິກາ ໃນລະຫວ່າງຊ່ວງປີ 1960 ເພື່ອນຳພາອົງການເພື່ອສິດທິພົນລະເຮືອນແຫ່ງຊາດທີ່ມີຊື່ສຽງໂດ່ງດັງ ກໍຄື National Association for Colored People ຫຼື (NAACP) ນັ້ນ.
ທ່ານ Julian Bond ໃນຖານະເປັນ ຜູ້ແທນ ລັດ Georgia ໃນເມື່ອກ່ອນ ໄດ້ຖອນຊື່ຂອງທ່ານອອກຈາກ ຜູ້ສະໝັກແຂ່ງຂັນເປັນຮອງປະທານາທິບໍດີ ສະຫະລັດ ຫຼັງຈາກທີ່ໄດ້ສະເໜີຊື່ ເຂົ້າສະໝັກໄປແລ້ວ ຢູ່ທີ່ ກອງປະຊຸມພັກເດມໂມແຄຣັດ ແຫ່ງຊາດ ໃນນະຄອນ ຈິກຄາໂກ, ລັດອີລີໂນຍ, ວັນທີ 29 ສິງຫາ 1968.
Your browser doesn’t support HTML5
Julian Bond Obituary
U.S. civil rights leader Julian Bond has died.
Bond died Saturday night at the age of 75, in Fort Walton Beach, Florida, after a brief unspecified illness.
He is being remembered as a passionate and eloquent voice for the cause of justice.
Bond's activism spanned decades, from leading student protests against segregation in America's volatile South during the 1960s to leading the nation's legendary civil rights organization, the National Association for the Advancement of Colored People (NAACP).