ຜູ້ຊາຍ ອາເມຣິກັນ ຖືກປ່ອຍຕົວ ອອກຈາກຄຸກ ຢູ່ທີ່ ປະເທດໄທ

ພາບບັນທຶກ ນາຍ Joe Gordon, ເກີດຢູ່ໃນສະຫະລັດອາເມຣິກາ ກໍາລັງກ່າວຕໍ່ນັກຂ່າວ ໃນຂະນະທີ່ໄປເຖິງສານອາ ຍາທີ່ບາງກອກ ວັນຈັນ ທີ 11 ເດືອນຕຸລາ ປີ 2011.

ຜູ້ຊາຍ​ອາ​ເມຣິກັນຄົນ​ນຶ່ງ ທີ່​ໄດ້​ຖືກ​ຕັດສິນ​ໂທດຈຳ​ຄຸກ​ຢູ່​ໄທເປັນ​ເວລາ 2 ປີ​ເຄິ່ງ ຫຼື 30 ​ເດືອນ​
ໃນ​ຖານ​ໝິ່ນປະໝາດກະ​ສັດ ​ໄດ້​ຖືກ​ປ່ອຍ​ຕົວແລ້ວ ໂດຍໄດ້​ຮັບ​ພະລາດ​ຊະ​ອະ​ໄພ​ຍະ​ໂທດ.

ທ່ານ Joe Gordon ​ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ໃນ​ເດືອນທັນວາປີ​ກາຍ ​ຍ້ອນ​ໄດ້​ແປ​
ພາກສ່ວນນຶ່ງ​ຂອງ​ພະລາດຊະປະວັດ ກະສັດພູມີ​ພົນ ອະດູນ​ຍະ​ເດດ ​ທີ່​ທາງ​ການໄທ​ໄດ້
​ຫ້າມນັ້ນ.

​ໂຄສົກສະຖານທູດສະຫະລັດ ທ່ານ Walter Braunohler ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ວ່າ ທ່ານບໍ່​
ຊາບ​ເຖິງ​ເຫດຜົນ​ຂອງ​ການ​ປ່ອຍ​ຕົວ ທ່ານ Gordon ​ແຕ່​ກ່າວ​ວ່າ ທ່ານ ມີ​ຄວາມປິ​ຕິ​ຍິນ​ດີ​
ນໍາ​ຂ່າວດັ່ງກ່າວ.

ທ່ານ Braunohler ກ່າວ​ຕື່ມ​ວ່າ “ພວກ​ເຮົາຂໍ​ຮຽກຮ້ອງ​ເປັນ​ປະຈຳ​ຕໍ່​ເຈົ້າ​ໜ້າ​ທີ່​ໄທ​ ທັງໃນ
ດ້ານສ່ວນ​ຕົວ ​ແລະຢ່າງ​ເປັນການ​ເປີດ​ເຜີຍ ທັງຢູ່​ທີ່​ບາງກອກ ​ແລະ​ທີ່ວໍ​ຊິງ​ຕັນ ​ເພື່ອ​ໃຫ້​ມີ​
ການ​ຄໍ້າປະກັນວ່າ ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ ​ໄດ້​ຮັບ ​ປົກ​ປ້ອງ ​ເພື່ອ​ໃຫ້ເປັນ​ການ
ສອດຄ່ອງ​ກັບ​ພັນທະຂອງ​ນາໆ​ຊາດ.