ພົນລະເມືອງອາເມຣິກັນ ທີ່ລັກລອບເຂົ້າໄປ ໃນເກົາຫຼີເໜືອ ອອກມາ ປະນາມ ສະຫະລັດ

ນາຍ Arturo Pierre Martinez ຖະແຫລງຂ່າວ ປະນາມ ສະຫະລັດ ທີ່ນະຄອນຫລວງພຽງຢ້າງ ຂອງເກົາຫຼີເໜືອ, ວັນທີ 14 ທັນວາ 2014.

ພົນລະ​ເມືອງ​ອາ​ເມຣິກັນ​ຄົນ​ນຶ່ງ ​ໄດ້ອອກ​ມາ​ຖະ​ແຫລ​ງ​ຂ່າວ​ໃນ​
ນະຄອນຫຼວງ​ພຽງ​ຢ້າງ ຂອງ​ເກົາຫຼີ​ເໜືອ ​ເພື່ອປະນາມ​ນະ​ໂຍ
ບາຍ​ພາຍ​ໃນ​ປະ​ເທດ ​ແລະ​ຕ່າງປະ​ເທດ​ ​ແລະ​ປະຫວັດ​ການ​
ເຄົາລົບນັບຖື​ສິດທິ​ມະນຸດ ​ຂອງ​ສະຫະລັດ.

ນາຍ Arturo Pierre Martinez ​ໄວ 29 ປີ​ຈາກ​ເມືອງ El
Paso ໃນ​ລັດ Texas ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​
ມື້​ນີ້​ວ່າ ຕົນໄດ້​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ​ຢ່າງ​ຜິດ​ກົດໝາຍ ​ແລະ
​ຢາກໄປຂໍ​ລີ້​ໄພ​ທີ່​ປະ​ເທດ Venezuela.

ນາຍ Martinez ກ່າວ​ວ່າ “ຂ້ອຍ​ຊື່ວ່າ Arturo Pierre
Martinez ມີ​ອາຍຸ 29 ປີ ​ເປັນ​ພົນລະ​ເມືອງ​ຂອງ​ສະຫະລັດ ​ແລະ​ຂ້ອຍ​ໃຫຍ່​ແລະ​
ເກີດ​ທີ່​ເມືອງ El Paso ​ໃນ​ລັດ Texas. ຂ້ອຍ​ໄດ້​ສ່ຽງ​ໄພ​ ເດີນທາງ​ເຂົ້າ​ມາ​ໃນ​
ເກົາ​ຫຼີເໜືອ ​ເພື່ອ​ວ່າ​ຂ້ອຍ​ຈະ​ສາມາດບອກ​ຂ່າວ​ຂໍ້​ມູນ​ທີ່​ມີ​ຄຸນຄ່າ​ຫຼາຍ ​ແລະໜ້າ​
ຮ້ອນ​ໃຈ ທີ່​ຂ້ອຍ​ຮູ້ສຶກ​ວ່າ ລັດຖະບານ​ຂອງ​ເກົາ​ຫຼີເໜືອ​ ຈະຕ້ອງພໍ​ໃຈ​ນຳ.”

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ລາວ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ​ໄດ້​ແນວ​ໃດ ຫຼື​ວ່າ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້ອອກ​ຈາກ​ປະ​ເທດ​ໄດ້​ຫຼື​ບໍ? ມີ​ລາຍ​ງານ​ວ່າ ພຽງ​ຢ້າງ​ໄດ້​ເວົ້າ​ວ່າ ນາຍ Martinez ​ເຂົ້າ​ໄປ​ໃນເກົາຫລີ​ເໜືອ​ຈາກປະ​ເທດຈີນ ​ໃນ​ເດືອນ​ແລ້ວ​ນີ້.

ນາງ Patricia Martinez ​ແມ່​ຂອງ​ນາຍ Martinez ກ່າ​ວຕໍ່​ຕາໜ່າງ​ໂທລະພາບ​ຂ່າວ
CNN ວ່າ ລູກ​ຊາຍ​ຂອງ​ລາວ​ເປັນ​ຄົນ​ຈິດ​ໃຈ​ບໍ່​ທ່ຽງ ​ມີ​ສອງ​ບຸກຄະ​ລິກ ແລະ​ລາວ​ໄດ້​ເດີນ
ທາງ​ໄປ​ຍັງ​ຈີນ​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ​ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກ ລາວ​ຖືກ​ປ່ອຍອອກ​
ຈາກ​ໂຮງໝໍໂຣກຈິດ. ນາງກ່າວ​ອີກ​ວ່າ ລູກ​ຊາຍ​ຂອງ​ນາງ​ໄດ້​ພະຍາຍາມ​ຈະ​ລອຍຂ້າມ​ແມ່ນ້ຳ ​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ ​ແຕ່​ວ່າຖືກ​ຈັບໄດ້ ​ແລະ​ສົ່ງ​ກັບ​ຄືນ​ມາສະ​ຫະລັດ ​ແລະ​
ຖືກ​ສົ່ງ​ເຂົ້າ​ໂຮງໝໍ​ໂຣກຈິດ​ອີກ.

Your browser doesn’t support HTML5

nokorus14december14