ຫົວເມືອງ ລັດ ແລະ ທຸລະກິດຕ່າງໆ ໃນ ສຫລ ສະໜັບສະໜຸນ ຂໍ້ຕົກລົງ ດິນຟ້າອາກາດ

ຫໍຄອຍ Eiffel ໄຕ້ໄຟສີຂຽວ ທີ່ຂຽນວ່າ “ຂໍ້ຕົກລົງປາຣີແລ້ວໆ” ເພື່ອສະຫລອງ ຂໍ້ຕົກລົງວ່າດ້ວຍການປ່ຽນແປງ ຂອງດິນຟ້າອາກາດ ຂອງ ສປຊ ທີ່ເຊັນກັນຢູ່ ນະຄອນປາຣີ.

ປະທານາທິບໍດີ​ສະຫະລັດທ່ານ​ດໍ​ໂນ​ລ ທຣຳກ່າວ​ວ່າ ທ່ານ​ແມ່ນ​ຕາງໜ້າ​ໃຫ້ “​ປະຊາ
ຊົນນະຄອນ Pittsburg ບໍ່​ແມ່ນ​ນະຄອນ​ປາຣີ” ​ເວລາ​ທ່ານ​ປະກາດ​ຖອນ​ສະຫະລັດ
ອອກ​ຈາກຂໍ້​ຕົກລົງ ​ດິນ​ຟ້າ​ອາກາດ ທີ່​ມີ​ຄວ​າມສຳຄັນ​ຄັ້ງປະ​ຫວັດ​ສາດ ຊຶ່ງມີ​ການ​ລົງ​
ນາມ​ກັນ​ຢູ່​ນະຄອນຫຼວງຂອງຝຣັ່ງ.

​ແຕ່​ທ່ານ Bill Peduto ​ເຈົ້າຄອງ​ນະຄອນ Pittsburg ກ່າວ​ວ່າ ທ່ານ “ຮູ້ສຶກບໍ່ພໍ​ໃຈ​
ເປັນ​ການ​ສ່ວນ​ໂຕ” ​ໃນ​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ທຣຳ. ທ່ານ Peduto ​ເວົ້າວ່າ
ຜູ້​ຂຽນ​ຄຳ​ປາ​ໄສ​ຂອງ​ທ່ານ​ທຣຳ​ໄດ້​ໃຊ້​ນະຄອນ Pittsburg ​ເປັນ​ພາບພົດທີ່​ຕາຍ​ໂຕ ​
ກ່ຽວ​ກັບ​ຫົວ​ເມືອງ​ເກົ່າ​ແກ່ ທີ່​ກາງ​ຕໍ່​ຖ່ານ​ຫີນ​ແລະ​ໂຮງງານ​ເຫຼັກ ຂະໜາດ​ໃຫຍ່ ​ເພື່ອ​
ຄວາມ​ຢູ່​ລອດ. ທ່ານ​ກ່າວ​ວ່າ ການ​ອ້າງ​ອີງ​ຂອງ​ທ່ານ​ທຣຳ “​ບໍ່​ໄດ້​ເອົາ​ຫົວຊາຢ່າງ​ສິ້ນ
​ເຊີງ​ ຕໍ່​ການ​ເສຍສະຫຼະທີ່​ພວກ​ເຮົາ​ໄດ້​ເຮັດ​ມາ ​ເປັນ​ເວລາ 30 ກວ່າ​ປີ​ເພື່ອ​ທຳ​ຄວາມ​
ສະອາດ ໃຫ້ແກ່ອາກາດ ​ແລະ​ນ້ຳຂອງ​ພວກ​ເຮົາ.”

ທ່ານ Peduto ຂຽນ​ລົງ ​ໃນ Twitter ວ່າ “​ໃນ​ຖານະ​ທີ່​ເປັນ ​ເຈົ້າຄອງ​ນະຄອນ Pitts-
burg ຂ້າພະ​ເຈົ້າສາມາດ​ໃຫ້ການ​ຄ້ຳປະກັນ​ແກ່​ທ່ານ​ວ່າ ພວກ​ເຮົາ​ຈະ​ປະຕິບັດ​ຕາມ
​ຄຳ​ແນະນຳ ຂອງ​ຂໍ້​ຕົກລົງ​ປາຣີ ສຳລັບ​ປະຊາຊົນ ຂອງ​ພວກ​ເຮົາ ສຳລັບ​ເສດຖະກິດ
​ແລະ​ອະນາ​ຄົດຂອງ​ພວກ​ເຮົາ.”

ທ່ານ Peduto ​ໄດ້​ໂຕ້​ຕອບ ​ຕໍ່​ຄຳປາ​ໄສ​ຂອງ​ທ່ານ​ທຣຳ ດ້ວຍ​ການ​ອອກດຳ​ລັດ ​ໃຫ້
​ຄວາມ​ໝັ້ນໝາຍອີກ​ເທື່ອ​ນຶ່ງ ​ທີ່​ລັດ​ຖະບານ​ຂອງ​ນະຄອນ​ດັ່ງກ່າວ ຈະ​ປະຕິບັດ​ຕາມ
​ເປົ້າໝາຍ​ຂອງ​ຕົນ​ເພື່ອ​ຈະ​ຕັດ​ການ​ໃຊ້​ພະລັງງານ​ລົງ​ເຄິ່ງນຶ່ງແລະ​ໃຊ້ພະລັງງານ​ທັງ​
ໝົດ ຈາກ​ແຫຼ່ງພະລັງ​ທາງ​ເລືອກ ພາຍ​ໃນ​ປີ 2030.

ພວກປະທ້ວງ ທີ່ຖືປ້າຍໂພສເຕີ້ ໃກ້ປະຕູໂຂງ Brandenburg

ໃນ​ຂະນະ​ທີ່​ລັດຖະບານ​ກາງ​ສະຫະລັດ ພວມ​ຫັນ​ໜ້າ​ໜີ​ໄປ​ຈາກ​ມາດ​ຕະການ​ໃນ​ດ້ານ
​ອາກາດ​ນີ້ບັນດາ​ລັດຖະບານ​ຂອງ​ລັດ​ແລະ​ເມືອງ​ຕ່າງໆ​ຂອງ​ສະຫະລັດ​ແລະພາກ​ເອກ
​ກະ​ຊົນຈະ​ເປັນ​ຜູ້​ແບກ​ຫາບ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫລຸດ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ.

ພວກ​ເຈົ້າຄອງ​ກຳ​ແພງ ຜູ້​ປົກຄອງ​ລັດ​ ​ແລະ​ທຸລະ​ກິດ​ຕ່າງໆ ໃນ​ຈຳ​ນວນ​ຕື່ມ​ຂຶ້ນ​ພາກັນ
​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ເພີ່ມ​ການ​ປະຕິບັດ​ງານ ເພື່ອ​ໃຫ້​ສະຫະລັດ​ ບັນລຸ​ຄວາມ​ໝັ້ນ
ໝາຍທີ່​ຕົນ​ໄດ້​ໃຫ້​ໄວ້​ພາຍ​ໃຕ້​ຂໍ້​ຕົກລົງ​ປາ​ຣີສະບັບ​ປີ 2015. ແຕ່​ແນວ​ໃດ​ກໍ​ຕາມພວກ
​ນັກ​ຊ່ຽວຊານ​ກ່າວ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ເຂົາ​ເຈົ້າ ຈະ​ສາມາດ​ເຮັດ
​ຫລ້ອນ ຊ່ອງ​ຫວ່າງ​ທີ່​ປະປ່ອຍ​ໄວ້ໂດຍ​ລັດຖະບານຂອງ​ທ່ານ​ທຣຳຫລື​ບໍ່.

ທ່ານ Scott Pruitt ຫົວໜ້າອົງການຄຸ້ມຄອງສິ່ງແວດລ້ອມ ຂອງສະຫະລັດ ພວມຖະແຫຼງຕໍ່ສື່ມວນຊົນ

ທ່ານ Scott Pruit ຫົວໜ້າ​ອົງການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​ສະຫະລັດ​ກ່າວ​ໃນ​ວັນ
​ສຸກ​ວານ​ນີ້ວ່າ ການ​ຕັດສິນ​ໃຈ ​ຂອງ​ປະທານາທິບໍດີ​ທຣຳ ທີ່​ຈະ​ຖອນ​ໂຕ ຈາກ​ຂໍ້​ຕົກລົງ​
ດິນ​ຟ້າ​ອາກາດ​ປາຣີນັ້ນແມ່ນ “ກ້າຫານ​ທີ່​ສຸດ” ​ແລະ​ຮຽກຮ້ອງ​ໃຫ້​ປະຊາຊົນອາ​ເມຣິກັນ
ບໍ່​ຕ້ອງ​ຂໍ​ໂທດ​ກ່ຽວ​ກັບ​ການ​ຕັດສິນ​ໃຈນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ