ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສິ່ງ
ທ້າທາຍສິ່ງດຽວທີ່ສຳຄັນທີ່ສຸດ ຕໍ່ອິດສະລະພາບໃນການນັບຖື
ສາສະໜາ ແມ່ນການເອົາບາດກ້າວທາງດ້ານການກໍ່ການຮ້າຍ
ທີ່ນັບມື້ ນັບຮ້າຍແຮງຍິ່ງຂຶ້ນ ໂດຍພວກທີ່ໃຊ້ ສາສະໜາ ໄປໃນ
ທາງທີ່ຜິດ ເພື່ອມາເປັນຂໍ້ອ້າງໃນການກໍ່ຄວາມຮຸນແຮງນັ້ນ.
ທ່ານ David Saperstein ໄດ້ໃຫ້ການຊັ່ງຊາດັ່ງກ່າວ ໃນວັນພຸດວານນີ້ ໃນຂະນະທີ່ທ່ານນຳສະເໜີລາຍງານປະຈຳປີຂອງກະຊວງການຕ່າງປະເທດ ກ່ຽວກັບສິດເສລີພາບໃນການ ນັບຖືສາສະໜາຂອງນາໆຊາດນັ້ນ.
ທ່ານ Saperstein ເອກອັກຄະລັດຖະທູດ ຮັບຜິດຊອບກ່ຽວກັບອິດສະລະພາບໃນການນັບຖືສາສະໜາຂອງນາໆຊາດ ໄດ້ກ່າວວ່າ “ການເພີ້ມທະວີຂຶ້ນຂອງຄວາມຮຸນແຮງ ທີ່ກໍ່
ຂຶ້ນໂດຍກຸ່ມທີ່ບໍ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານ ຊຶ່ງສ່ວນໃຫຍ່ແລ້ວແມ່ນໃນນາມການຕີຄວາມໝາຍມາຈາກສາສະໜາ ຊຶ່ງເປັນປະກົດການແນວໃໝ່ ທີ່ເພີ້ມຄວາມຮຸນແຮງຂຶ້ນ ຢ່າງນ້ອຍ 18 ເດືອນມາແລ້ວ.”
ກະຊວງການຕ່າງປະເທດໄດ້ລະບຸຊື່ກຸ່ມລັດອິສລາມເປັນການສະເພາະ ໃນການນຳໃຊ້ສິດ ເສລີພາບໃນການເຊື່ອຖືສາສະໜາໄປໃນທາງຜິດ ຢູ່ໃນອີຣັກ ແລະຊີເຣຍ.
ລາຍງານນີ້ໄດ້ອ້າງເຫດການນຶ່ງ ທີ່ເກີດຢູ່ໃນ Mosul ປະເທດ Iraq ບ່ອນທີ່ພວກກໍ່ການຮ້າຍໄດ້ກະຊາກເດັກຍິງ ອາຍຸ 3 ຂວບ ຈາກອ້ອມແຂນແມ່ຂອງລາວ ທີ່ນັບຖືສາສະໜາຄຣິສນັ້ນ ແລະບັງຄັບໃຫ້ແມ່ຂອງລາວກັບໄປຂຶ້ນລົດເມ ໂດຍຂົ່ມຂູ່ວ່າຈະປາດຄໍລາວ ຖ້າຫາກວ່າລາວບໍ່ກະທຳຕາມຄຳສັ່ງນັ້ນ. ລາຍງານຍັງໄດ້ລະບຸວ່າ ລາວ “ບໍ່ເຄີຍຮູ້ເລີຍວ່າ ແມ່ນຫຍັງແທ້ເກີດຂຶ້ນກັບລູກສາວຂອງລາວ.”
ທ່ານ Saperstein ໄດ້ກ່າວວ່າ ກຸ່ມຫົວຮຸນແຮງອິສລາມ ແມ່ນໄດ້ຕັ້ງເປົ້າໝາຍໃສ່ “ພວກທີ່ບໍ່ນັບຖືສາສະໜາອິສລາມ” ຊຶ່ງຮວມທັງ ຊາວ Shia ແລະຊາວ Sunni ກໍຄືກັນ ຊຶ່ງສ່ວນໃຫຍ່ແລ້ວຂັບໄລ່ພວກເຂົາເຈົ້າໃຫ້ໜີອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ຍ້ອນສາສະໜາທີ່ພວກເຂົາເຈົ້ານັບຖື ຫຼືບໍ່ ກໍຊົນຊາດຊົນເຜົ່າຂອງພວກເຂົາເຈົ້າ.
ທ່ານຍັງໄດ້ກ່າວວ່າ ກຸ່ມ Boko Haram ກໍໄດ້ກະທຳການໂຫດຮ້າຍປ່າເຖື່ອນຍ້ອນສາສະ
ໜາ ຢູ່ໄນເຈີເຣຍ ແລະບັນດາປະເທດເພື່ອນບ້ານທັງຫຼາຍ ໂດຍກ່າວວ່າ ກຸ່ມດັ່ງກ່າວໄດ້ສັງຫານຫຼາຍພັນຄົນ ໃນຄວາມຮຸນແຮງແລະ ຕໍ່ພວກທີ່ນັບຖືສາສະໜາຄຣິສ ມຸສລິມ ພວກຊຶ່ງຄັດຄ້ານ ຕໍ່ອຸດົມການຂອງພວກເຂົາເຈົ້ານັ້ນ.
Your browser doesn’t support HTML5
US Ambassador Fights for Religious Freedom for All People