ຜູ້ນຳ ສຫລ ແລະຈີນ ຈະພົບປະກັນ ທີ່ລັດ ຄາລີຟໍເນຍ (ວີດີໂອ)

ປະທານປະເທດຈີນ ທ່ານ Xi Jinping ຈະພົບປະກັບປະທານາທິບໍດີ Barack Obama ທີ່ລັດ California.

ປະທານ​າທິບໍດີ Barack Obama ​ແລະ​ຄູ່​ຕໍາແໜ່ງຝ່າຍຈີນ
ທ່ານ Xi Jinping ມີ​ກຳນົດຈະ​ພົບ​ປະກັນ​ທີ່​ລັດ California
​ໃນ​ວັນ​ສຸກ​ມື້​ນີ້​ແລະ​ວັນ​ເສົາມື້ອື່ນ ​ເພື່ອ​ ສົນທະນາ​ຫາລືກ່ຽວ
​ກັບ​ບັນຫາ​ທີ່​ສໍາຄັນໆ ຢູ່​ໃນ​ຮູບ​ແບບ​ທີ່​ບໍ່​ເປັນ​ທາງ​ການ.

ປະທານາທິບໍດີ Obama ຈະ​ເປັນ​ເຈົ້າພາບ​ຕ້ອນຮັບປະທານ
​ປະ​ເທດ​ຈີນ ຢູ່​ທີ່​ບ່ອນ​ຕາກ​ອາກາດ Sunnylandໃກ້​ກັບນະ
ຄອນ Los Angeles ບ່ອນ​ທີ່​ບັນ ດາ​ຜູ້​ນໍາທັງ​ສອງທ່ານຈະ​ຫາ
ລື​ກັນ​ ​ເລື່ອງຄວາມ​ເປັນ​ຫ່ວງ​ຂອງສະຫະລັດ ກ່ຽວ​ກັບລາຍ​ງານ​
ການ​ໂຈ​ມຕີ​ທາງ​ອິນ​ເຕີ​ແນັດຂອງ​ຈີນ ​ຕໍ່ກອງ​ທັບ​ແລະ​ທຸລະ​ກິດ
​ການ​ຄ້າ​ຕ່າງໆຂອງສະຫລັດ ພ້ອມ​ທັງ​ການ​ຮຽກຮ້ອງ​ຂອງ​ຈີນ​ທີ່​
ຢາກ​ຈະນໍາ​ສິນຄ້າ​ເຂົ້າ​ມາສູ່​ຕະຫລາດສະຫະລັດ ​ໃຫ້​ງ່າຍ​ຂື້ນ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck Hagel ​ໄດ້​ອອກ​ຄຳ​ເຕືອນຢ່າງ​
ແຮງ​ຕໍ່ກຸງ​ປັກ​ກິ່ງ ເມື່ອ​ມໍ​ໆ​ມາ​ນີ້ ​ທີ່​ກອງ​ປະຊຸມ​ຄວາມ​ປອດ​ໄພຢູ່ສີ​ງ ກະ​ໂປ ​ໂດຍ​ກ່າວ​ວ່າ
ການ​ລັກ​ລອບ​ເຈາະ​ຂໍ້​ມູນ​ທາງ​ອິນ​ເຕີ​ແນັດ ​ເປັນ​ອັນຕະ ລາຍ​ຕໍ່​ທຸກໆ​ປະ​ເທດຮວມ​ທັງ​ຈີນ
ນຳ​ດ້ວຍ. ​ເປັນ​ທີ່​ຄາດ​ກັນ​ວ່າປະ​ເທດ​ທັງ​ສອງ​ຈະ​ດຳ​ເນີນ​ງານ​ຮ່ວມ​ກັນ​ກ່ຽວ​ກັບ​ຈັດຕັ້ງລະ
ບຽບ​ດ້ານຄວາມ​ປອດ​ໄພຂອງລະບົບ ອິນ​ເຕີ​ແນັດ.

ປະທາ​ນ​ປະ​ເທດ Xi ຄາດວ່າ​ ຈະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ ການ​ເພີ້​ມ ພົວພັນ​
ຂອງສະຫະລັດ ຢູ່​ໃນ​ຂົງເຂດ​ເອ​ເຊຍປາຊິ​ຟິກ. ນອກ​ນັ້ນທ່ານຍັງ​ຈະ​ແຈ້ງ ​ໃຫ້​ຊາບກ່ຽວ​ກັບ
ຄຳ​ຮ້ອງທຸກ​ຂອງພວກນັກທຸລະ​ກິດ​ຈີນຈໍານວນ​ນຶ່ງວ່າ ວໍ​ຊິງ​ຕັນ ​ພວມສ້າງອຸບປະສັກຂັດ
ຂວາງຕໍ່​ການ​ລົງທຶນ​ຂອງ​ເຂົາ​ເຈົ້າຢູ່​ໃນສະຫະລັດ.

Your browser doesn’t support HTML5

China Looking Forward to 'Historic' Summit