ທ່ານ Kerry ຢ້ຽມຢາມ ນະຄອນຫຼວງໂຊລ ເພື່ອພົບປະກັບ ບັນດາຜູ້ນຳ ເກົາຫຼີໃຕ້

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໂບກມື ເວລາເດີນທາງໄປຮອດສະໜາມບິນ ທີ່ Seongnam ເກົາຫຼີໃຕ້, ວັນທີ 17 ພຶດສະພາ 2015.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​
ເດີນທາງ​ໄປ​ຮອດ​ເກົາຫລີ​ໃຕ້​ແລ້ວ ຊື່​ງຢູ່​ທີ່​ນັ້ນ ທ່ານ​ຈະ​ສົນທະ
ນາ​ຫາລື ບັນຫາຮອບດ້ານ ທັງ​ໃນ​ລະດັບ ສອງ​ຝ່າຍ ​ຂົງ​ເຂດ
​ແລະລະດັບ​ໂລກ ກັບ ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ​ນາງ
Park Geun-hye ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ Yun
Byung-se.

ຮວມຢູ່​ໃນ​ລາຍການ​ປະຊຸມ ກໍ​ຈະ​ມີ​ເລື້ອງ​ໂຄງການ​ນິວ​ເຄລຍ
ຂອງ​ເກົາຫລີ​ເໜືອ ​ແລະ​ການ​ເດີນທາງ​ມາ​ຢ້ຽມຢາມ​ສະຫະລັດ
​ໃນເດືອນ​ໜ້າ​ນີ້ ຂອງ ປະທານາທິບໍດີ Park.

ກ່ອນໜ້າ​ນັ້ນ ຢູ່​ນະຄອນຫລວງ​ປັກ​ກິ່ງ ປະທານ​ປະ​ເທດຈີນ ທ່ານ Xi Jinping ກ່າວ​ວ່າ
ເຖິງ​ແມ່ນໄດ້​ມີຄວາມ​ເຄັ່ງ​ຕຶງເພີ້​ມ​ຂຶ້ນ ຍ້ອນ​ບັນຫາ​ຂັດ​ແຍ້​ງກັນ​ເລື້ອງເຂດ​ນ້ຳ​ແດນ​ດິນ​ໃນ
ທະ​ເລ​ຈີນ​ໃຕ້​ກໍ​ຕາມ ​ແຕ່​ສາຍ​ພົວພັນ​ກັບ​ສະຫະລັດ ກໍ​ຍັງ​ຄົງຢູ່​ໃນ​ສະພາບ​ທຸ່ນ​ທ່ຽງ​ຢູ.

ທ່ານ ສີ ​ໄດ້ກ່າວ​ເຊັ່ນ​ນີ້​ຕໍ່​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງ ສະຫະລັດ ທີ່​ກຳລັງ​ທຳ​ການ​ຢ້ຽມຢາມ​ຈີນຢູ່​ນັ້ນ​ ​ໃນ​ວັນ​ອາທິດມື້​ນີ້ ​ແລະ​ກ່າວ​ຕື່ມ​ວ່າ ທ່ານ​ກຳລັງ​ລໍຖ້າ​ມື້ເດີນທາງ​ໄປ​ຢ້ຽມຢາມ​ສະຫະລັດ​ໃນ ເດືອນ​ກັນຍາ​ປີ​ນີ້ ​ແລະ​ທ່ານ​ເຊື່ອ​ວ່າ ​ໃນການ​ດຳ​ເນີນ​ງານ​ຮ່ວມ​ກັນ
ນັ້ນ​ ທັງ​ສອງ​ຝ່າຍແມ່ນ​ຈະສາມາດຍົກ​ຄວາມ​ສຳພັນ​ລະຫວ່າງ​ຈີນ-​ສະຫະລັດ ຂຶ້ນ​ສູ່​ລະດັບ​ສູງ​ອັນໃໝ່​ໄດ້.”

ທ່ານ Kerry ທີ່​ກຳລັງ​ຢູ່​ໃນມື້​ທີ​ສອງ​ຂອງ​ການ​ຢ້ຽມຢາມ​ນະຄອນ​ຫລວງ​ປັກ​ກິ່ງເປັນ​ເວລາ​ສອງ​ມື້​ນັ້ນ ​ໄດ້ຂຽນ​ລົງ​ໜ້າ Tweeter ຂອງ​ທ່ານ ຫຼັງ​ຈາກ​ການພົບ​ປະກັນ​ວ່າ ພວກທ່ານ​ໄດ້​ໂອ້​ລົມ​ສົນທະນາ​ກັນກ່ຽວ​ກັບ “ບັນຫາ​ສຳຄັນ​ສອງ​ຝ່າຍ” ​ແລະ​ເລື້ອງ​ການ “ການ​ເດີນທາງ​ມາ​ຢ້ຽມ​ຢາມ​ສະຫະລັດຂອງ​ທ່ານ​ສີ ຈິນປິງ ທີ່​ຈະ​ມີ​ຂຶ້ນນັ້ນ.”

ຖ້ອຍ​ຖະ​ແຫຼ​ງທີ່​ບໍ່ໜ້າ​ຕື່ນ​ເຕ້ນ​ຫຼາຍ​ປານ​ໃດ​ນີ້ ມີ​ຂຶ້ນ​ຫຼັງ​ຈາກ​ມີຄຳເຕືອນ ​ໃນ​ວັນ​ເສົາ​ວານ​ນີ້ ​ຈາກ​ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ທີ່​ກ່າວ​ວ່າ ປັກ​ກິ່ງ​ມີຄວາມ​ໝ!ຍໝັ້ນ​ທີ່ “ປ່ຽນ​ແປງບໍ່​ໄດ້” ຕໍ່​ການປ້ອງ​ກັນ ອະທິປະ​ໄຕ​ ​ແລະ​ເຂດ​ນ້ຳ​ແດນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ.

ສຫລ ກັບ ຈີນ ມີຄວາມເຫັນແຕກຕ່າງກັນ ເລື້ອງທະເລຈີນໃຕ້:

Your browser doesn’t support HTML5

US and China Voice Differences Over South China Sea