ທ່ານສະຕີເວັນ ມະນຸດຈິນ (Steven Mnuchin) ລັດຖະມົນຕີກະຊວງການເງິນຂອງສະ
ຫະລັດເວົ້າໃນວັນສຸກມື້ນີ້ວ່າ ຄະນະຜູ້ແທນທີ່ທ່ານເປັນຜູ້ນໍາພາໄປ ນັ້ນ ແມ່ນກໍາລັງມີ
ການພົບປະທີ່ດີກັບພວກເຈົ້າໜ້າທີ່ຈີນໃນນະຄອນຫລວງປັກກິ່ງ ແຕ່ທ່ານກໍບໍ່ໄດ້ໃຫ້
ລາຍລະອຽດເພີ້ມເຕີມແຕ່ຢ່າງໃດ ໃນຂະນະທີ່ທ່ານອອກຈາກໂຮງແຮມຂອງທ່ານເພື່ອ
ໄປຮ່ວມການເຈລະຈາເປັນມື້ທີ 2.
ຄາດກັນວ່າ ການສົນທະນາທີ່ນໍາພາໂດຍທ່ານມະນຸດຈິນ ແລະຮອງນາຍົກລັດຖະມົນຕີ
ຈີນ, ທ່ານຫລີວ ເຮ (Liu He) ຊຶ່ງເປັນທີ່ປຶກສາສູງສຸດຂອງປະທານ ປະເທດສີ ຈິ້ນຜິງຈະ
ກວມເອົາເລື່ອງຕ່າງໆ ທີ່ສະຫະລັດບໍ່ພໍໃຈກ່ຽວກັບວິທີການເຮັດການຄ້າຂອງຈີນ ນັບແຕ່
ການໂອນເທັກໂນໂລຈີ, ໂດຍສະເພາະແມ່ນສານເຄິ່ງນໍາຕົວຫລື semiconductors ເປັນ
ຕົ້ນໄປ ຈົນເຖິງການໃຫ້ເງິນເກື້ອກຸນຂອງລັດຖະບານແກ່ການພັດທະນາເທັກໂນໂລຈີ.
ຄະນະຜູ້ແທນຂອງສະຫະລັດ ແມ່ນລວມມີ ລັດຖະມົນຕີກະຊວງການຄ້າ ທ່ານວີລເບີ
ຣັອສ, ຫົວໜ້າຫ້ອງການຜູ້ຕາງໜ້າທາງການຄ້າ, ທ່ານ ໂຣເບີດ ໄລໄທເຊີ (Robert
Lighthizer) ແລະທີ່ປຶກສາດ້ານການຄ້າ ແລະການຜະລິດຂອງທໍານຽບຂາວ, ທ່ານພີເຕີ
ນາວາໂຣ (Peter Navarro).
Your browser doesn’t support HTML5
ສໍາລັບກອງປະຊຸມທີ່ດໍາເນີນໄປເປັນເວລາສອງວັນດັ່ງກ່າວນີ້ ບາງຄົນກໍມອງວ່າ ມັນເປັນ
ບາດກ້າວອັນດີ ໃນຂະນະທີ່ທັງສອງຝ່າຍ ພະຍາຍາມຫາທາງຫລີກລ້ຽງບໍ່ໃຫ້ເກີດສົງຄາມ
ການຄ້າຂຶ້ນ. ສ່ວນພວກວິເຄາະເຫດການເວົ້າວ່າເບິ່ງຊົງຄວາມ ຄິດເຫັນທີ່ແຕກຕ່າງກັນ
ລະຫວ່າງສອງຝ່າຍຈະບໍ່ສາມາດແກ້ໄຂໄດ້ ໃນຂະນະທີ່ມີການປະຊຸມກັນຢູ່ນັ້ນ ແຕ່ການ
ຕັດສິນໃຈ ທີ່ຈະສືບຕໍ່ພົບປະກັນຈະເປັນຄວາມ ກ້າວໜ້າທີ່ໜ້າຍິນດີເປັນຢ່າງຍິ່ງ.
ທ່ານດໍໂນລ ທຣໍາ, ປະທານາທິບໍດີສະຫະລັດ ກ່າວໂດຍຂຽນຢູ່ໃນທວີດເຕີວ່າ ພວກເຈົ້າ
ໜ້າທີ່ສະຫະລັດ "ກໍາລັງເຈລະຈາກ່ຽວກັບລະດັບບົດບາດຂອງຕົນຢູ່ໃນເວທີການຄ້າ.”
ທ່ານ ເຣມອນ ເຢີງ (Raymond Yeung) ນັກເສດຖະສາດລະດັບສູງສໍາລັບ ຈີນແຜ່ນ
ດິນໃຫຍ່ ຢູ່ໃນກຸ່ມທະນາຄານຂອງອອສເຕຣເຍ ແລະນີວຊີແລນ ເວົ້າວ່າ ຖ້າຫາກສອງ
ຝ່າຍສາມາດທີ່ຈະຢ່າງໜ້ອຍຕົກລົງກັນໄດ້ວ່າຈະສືບຕໍ່ພົບປະເຈລະຈາກັນກັນກໍຖືໄດ້ວ່າ
ເປັນຄວາມກ້າວໜ້າອັນໃຫຍ່ຫລວງແລ້ວ.
ທ່ານເຢີງກ່າວດັ່ງນີ້ "ຂ້າພະເຈົ້າຄິດວ່າມັນຈະເປັນການຮຽກຮ້ອງຫລາຍເກີນໄປໂພດ
ທີ່ຈະຄາດຫວັງ ໃຫ້ທັງສອງຝ່າຍມີຂໍ້ຕົກລົງກັນ ຫລືມີການປະກາດອັນໃດອັນນຶ່ງຂຶ້ນ
ມາ ຫລືວ່າເຊັນຂໍ້ຕົກລົງອັນນຶ່ງໄດ້. ແຕ່ວ່າຖ້າຫາກພວກເພິ່ນສາມາດ ທີ່ຈະສັນຍາກັນ
ວ່າ ພວກເພິ່ນຍິນດີທີ່ຈະສືບຕໍ່ທໍາການໂອ້ລົມກັນ ແລະພະຍາ ຍາມ ແລະແກ້ໄຂ
ຄວາມຄິດເຫັນທີ່ແຕກຕ່າງກັນແລ້ວ, ຢ່າງໜ້ອຍການເຮັດເຊັ່ນນັ້ນຈະເປັນສັນຍານບົ່ງ
ບອກໃຫ້ເຫັນວ່າ ສາຍພົວພັນລະຫວ່າງລັດຖະບານຂອງສອງປະເທດກໍາລັງດີຂຶ້ນ."