ສະຫະລັດ ແລະຈີນ ຈະຮວ່ມກັນ ຮັບມື ກັບໄພຂົ່ມຂູ່ ທາງອີນເຕິແນັດ

One World Trade Center di New York adalah gedung tertinggi di Amerika Serikat, mencapai 541,3 meter. 

ເຈົ້າ​ໜ້າທີ່​ປ້ອງ​ກັນ​ປະ​ເທດຂັ້ນ​ອາວຸ​ໂສຂອງ​ຈີນ ແລະສະຫະລັດ ໄດ້​ຕົກ ລົງທີ່​ຈະຮ່ວ​ມ
ມື​ກັນກ່ຽວ​ກັບການ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ເຖິງ​ແມ່ນວ່າ ໄດ້ມີ​ການ​
ກ່າວ​ຫາ ເມື່ອ​ໄວໆ​ມານີ້ວ່າ ຈີນ​ເປັນ​ຜູ້ຢູ່​ເບື້ອງ ຫລັງໃນການ​ໂຈມ​ຕີ ຕໍ່ຕາໜ່າງອິນ​ເຕີ​
ແນັດ​ຂອງ​ສະຫະລັດ​ນັ້ນ.

ການ​ປະກາດ​ໄດ້​ມີ​ຂື້ນ​ໃນ​ວັນ​ຈັນວານ​ນີ້ ຂະນະ​ທີ່ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຈີນ
ທ່ານ Liang Guanglie ພົບ​ປະ​ທີ່​ກຸງວໍ​ຊິງ​ຕັນກັບລັດຖະ ມົນຕີ​ປ້ອງ​ກັນ​ປະ​ເທດ​
ສະຫະລັດ ທ່ານ Leon Panetta.

ທ່ານ Panetta ກ່າວ​ວ່າ ມັນ​ເປັນ​ສິ່ງ​ສໍາ​ຄັນ​ທີ່​ທັງ​ສອງ​ປະ​ເທດຕ້ອງ​ໄດ້ ເຮັດ​ວຽກ
​ຮ່ວມ​ກັນ​ ກ່ຽວ​ກັບບັນຫາຄວາມ​ປອດໄພ​ດ້ານ​ອິນ​ເຕີ​ແນັດເພື່ອ ຫລີກ​ລ້ຽງ​ວິ​ກິດ​
ການ​ໃນ​ອະນາ​ຄົດ ຫລື​ການ​ຄາ​ດຄະ​ເນ​ທີ່ຜິດພາດ​ຈາກ​ການ​ຂົ່ມຂູ່​ຕໍ່ລະບົບອິນ​
ເຕີ​ແນັດ​ນັ້ນ.

ທ່ານ Liang ກ່າວ​ວ່າ ປັກ​ກິ່ງພ້ອມ​ແລ້ວ ​ທີ່​ຈະເຂົ້າ​ຮ່ວມໃນ​ການ​ດຳ​ເນີນຄວາມ​
ພະຍາຍາມ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ ​ແນັດ ​ໂດຍ​ກ່າວ​ວ່າ
ຈີນ​ແມ່ນ​ນຶ່ງ​ໃນ​ບັນດາຜູ້​ເຄາະ​ຮ້າຍທີ່​ຮ້າຍ​ແຮງ​ທີ່ ສຸດ​ປະ​ເທດ​ນຶ່ງ ຈາກການ​ໂຈ​ມ
ຕີທາງອິນ​ເຕີ​ແນັດ​ໃນ​ໄລຍະ​ສອງ​ສາມ​ປີ​ຜ່ານ​ມາ​ນີ້​.

​ແຕ່​ທ່ານ​ໄດ້​ປະຕິ​ເສດຕໍ່ການ​ກ່າວ​ຫາທີ່​ວ່າ ພວກ​ນັກ​ເລງ​ຄອມ​ພິວ​ເຕີຈີນເປັນ​ຜູ້​ຢູ່​
ເບື້ອງ​ຫລັງ​ການໂຈມ​ຕີ​ ຕໍ່​ເວັບ​ໄຊ​ທ໌ຂອງບໍ​ລິ​ສັດ​ ແລະອົງການ ຕ່າງໆ​ຂອງລັດຖະ
ບານສະຫະລັດ ​ເມື່ອ​ບໍ່​ດົນ​ຜ່ານ​ມານີ້.