ສະຫະລັດ ແລະ ຈີນ ມິດງຽບ ກ່ຽວກັບ ການເຈລະຈາ ອາວະກາດ

ແມ່ຍິງຄົນໜຶ່ງຍ່າງກັບລູກຂອງລາວ ໃນຂະນະທີ່ ພວກເຂົາເຈົ້າຢ້ຽມຢາມສວນອຸດທະຍານ ທີ່ວາງສະແດງ ຍານອາວະກາດຈຳລອງຂອງຕ່າງປະເທດ ແລະ ພາຍໃນ. ປັກກິ່ງ, ຈີນ. 26 ມິຖຸນາ, 2016.

ສະຫະລັດ ແລະ ຈີນ ປາກົດວ່າ ຈະຮັກສາການຫຼີກລ່ຽງຕໍ່​ການດຶງດູດຄວາມສົນໃຈທີ່ຜິດ ປົກກະຕິ ໃນຂະນະທີ່ພວກເຂົາເຈົ້າກຳລັງຜັກດັນໃຫ້ມີການເຈລະຈາ​ ແລະ ການຮ່ວມມື​ເພີ້ມຕື່ມ ກ່ຽວກັບ ການສຳຫຼວດອາວະກາດ.

ກະຊວງການຕ່າງປະເທດໄດ້ຈັດການເຈລະຈາຮ່ວມມືດ້ານອາວະກາດຮອບໃໝ່ໃນນະ ຄອນຫຼວງ ວໍຊິງຕັນ ໃນສັບປະດາທີ່ຜ່ານມາ ພ້ອມກັບບັນດາຄະນະຜູ້ແທນ ນຳພາໂດຍອົງ ການຄຸ້ມ​ຄອງອາວະກາດແຫ່ງຊາດຂອງ ຈີນ ຫຼື CNSA, ແຕ່ບັນດາເຈົ້າໜ້າທີ່ ສະຫະລັດ ບໍ່ໄດ້ປະກາດຢ່າງເປີດເຜີຍ ກ່ຽວກັບ ກອງປະຊຸມຈົນຮອດວັນຈັນທີ່ຜ່ານມານີ້, ຜ່ານການ ອອກຖະແຫຼງຂ່າວທີ່ມີຄຳເວົ້າຢ່າງກະທັດຮັດ ທີ່ໄດ້ກ່າວວ່າ ຮອບທີສາມຂອງການເຈລະ ຈາກ່ຽວກັບ ການຄົ້ນຄວ້າອາວະກາດ ຈະຖືກຈັດຂຶ້ນ​ໃນປີໜ້າ ທີ່ປະເທດ ຈີນ.

ອົງການ CNSA ຍັງບໍ່ໄດ້ເປີດເຜີຍ ກ່ຽວກັບ ການເຈລະຈາດັ່ງກ່າວ, ເຊິ່ງລວມມີບັນດາ ເຈົ້າໜ້າທີ່ຈາກທຳນຽບຫ້າແຈ ແລະ ບັນດາຕົວແທນຂອງອົງການອາ​ວະ​ກາດ​ສະຫະລັດ​ຫຼື NASA, ອົງການການບິນລັດຖະບານກາງ, ອົງການຄຸ້ມ​ຄອງມະຫາສະໝຸດ ແລະ ບັນຍາ ກາດແຫ່ງຊາດ ແລະ ອົງການສຳຫຼວດທໍລະນີສາດ ສະຫະລັດ.

ໃນ ສະຫະລັດ, ການຮ່ວມມືກັບອົງການອາວະກາດຂອງ ຈີນ ແມ່ນຫົວຂໍ້ທີ່ມີຄວາມລະ ອຽດອ່ອນ. ກົດໝາຍ ສະຫະລັດ ຫ້າມອົງການ NASA ຈາກການເຮັດວຽກຮ່ວມກັບອົງ ການ CNSA ກ່ຽວກັບ ໂຄງ ການສົ່ງ​ມະນຸດ​ຂຶ້ນອາວະກາດ, ແລະ ກອງທັບ ສະຫະລັດ ໄດ້ເປັນຫ່ວງວ່າ ການຮ່ວມມືກັບພາກສ່ວນອາວະການຂອງ ຈີນ ຈະຊ່ວຍເຫຼືອ ຈີນ ພັດທະ ນາຄວາມສາມາດຂອງພວກເຂົາເຈົ້າ ເພື່ອຂົ່ມຂູ່ລະບົບອາວະກາດຂອງ ສະຫະລັດ.

ບັນດາເຈົ້າໜ້າທີ່ອົງການ NASA, ແນວໃດກໍຕາມ, ໄດ້ຮຽກຮ້ອງໃຫ້ລັດຖະສະພາຍົກເລີກ ການຫ້າມດັ່ງກ່າວ, ໂດຍເອີ້ນການຮ່ວມມືດ້ານອາວະກາດຂອງ ສະຫະລັດ ແລະ ຈີນ ວ່າ ເປັນເຫດຜົນທີ່ມີຄວາມຈຳເປັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ