ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence ກ່າວໃນວັນອັງຄານມື້ນີ້ວ່າ
ປະຊາຄົມສາກົນ ຄວນໃຊ້ຄວາມກົດດັນທາງດ້ານການທູດ ແລະເສດຖະ ກິດຕໍ່ເກົາ
ຫລີເໜືອ ເພື່ອບັງຄັບໃຫ້ປະເທດດັ່ງກ່າວ ປະຖິ້ມໂຄງການນິວເຄລຍ ແລະໂຄງການ
ລູກສອນໄຟຂີປະນາວຸດ.
ໃນການຖະແຫຼງລະຫວ່າງການຢ້ຽມຢາມຍີ່ປຸ່ນນັ້ນ ທ່ານ Pence ກ່າວວ່າ ສະຫະລັດ
“ຈະບໍ່ຍອມລົດລະ” ຈົນກວ່າວ່າ ຕົນໄດ້ບັນລຸເປົ້າໝາຍໃນການເຮັດໃຫ້ ແຫຼມເກົາຫລີ
ເປັນເຂດປອດນິວເຄລຍແລະດັ່ງນັ້ນ "ທາງເລືອກທັງໝົດຈຶ່ງຍັງ ຢູ່ເທິງໂຕະ.”
ທ່ານໄດ້ກ່່າວເຖິງ ການດຳເນີນຄວາມພະຍາຍາມຂອງສາກົນທີ່ຜ່ານມາ ໃນການເຈລະ
ຈາກັບເກົາຫລີເໜືອກ່ຽວກັບໂຄງການນິວເຄລຍຮວມທັງການເຈລະຈາຫົກ ຝ່າຍຫວ່າງ
ມໍ່ໆມານີ້ ທີ່ໄດ້ພັງທະລາຍລົງໃນປີ 2009 ໂດຍກ່າວວ່າ ຝ່າຍເກົາຫຼີ ເໜືອໄດ້ສະໜອງ
ຕອບຊໍ້າແລ້ວຊໍ້າອີກດ້ວຍ “ການບໍ່ຮັກສາຄຳໝັ້ນສັນຍາ ແລະ ເພີ່ມທະວີການທ້າທາຍ
ເກາະຜິດ.”
Your browser doesn’t support HTML5
North Korea Preparing for 'Any Mode of War' With US
ອີກເທື່ອນຶ່ງທ່ານ Pence ໄດ້ກ່າວວ່າ “ຍຸກສະໄໝຂອງຍຸດທະສາດແຫ່ງຄວາມອົດທົນ
ໄດ້ໝົດລົງແລ້ວ” ໃນຖານະທີ່ເປັນທາງເລືອກທີ່ດີທີ່ສຸດ ເພື່ອດຳເນີນການໄປໜ້າ ໃນ
ການໂອ້ລົມກັນລະຫວ່າສະຫະລັດ ຍີ່ປຸ່ນ ເກົາຫລີໃຕ້ ແລະຈີນເພື່ອ ຫາທາງສ້າງຄວາມໂດດດ່ຽວແລະກົດດັນເກົາຫລີເໜືອ.
ໂຄສົກທຳນຽບຂາວ ທ່ານ Sean Spicer ກຳລັງຕອບຄຳຖາມນັກຂ່າວ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຜູ້ເປັນເຈົ້າພາບ ຕ້ອນຮັບທ່ານ Pence
ໃນການເຈລະຈາກັບໂຕກຽວ ກ່າວວ່າ ທ່ານພໍໃຈກັບລັດຖະບານຂອງທ່ານທຣໍາ ໃນ
ການນຳໃຊ້ “ທາງເລືອກທັງໝົດ.” ທ່ານ Abe ກ່າວເພີ້ມອີກວ່າທ່ານຫວັງວ່າ ມີການສົນ
ທະນາຢ່າງສັນຕິກັບເກົາຫລີເໜືອ ແຕ່ວ່າ “ການສົນທະ ນາເພື່ອໃຫ້ເປັນການສົນທະນາ
ກັນຕື່ມນັ້ນ” ຈະບໍ່ມີຄຸນຄ່າຫຍັງ.
Your browser doesn’t support HTML5
Pence: The Era of Strategic Patience is Over
ຢູ່ທີ່ວໍຊິງຕັນ ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ສະແດງຮ່ອງຮອຍໃຫ້ເຫັນ
ວ່າ ຈະມີຄວາມອົດທົນກັນຕື່ມສຳລັບຝ່າຍສະຫະລັດ ລະຫວ່າງການຖະແຫຼງຂ່າວ ໃນ
ວັນຈັນວານນີ້.
ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence, ຊ້າຍ, ແລະຮັກສາການແທນປະທານາທິບໍດີເກົາຫລື ແລະນາຍົກລັດຖະມົນຕີ ທ່ານ Hwang Kyo-ahn.
ທ່ານ Spicer ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບຈີນ
ໂດຍສະເພາະເພື່ອຊ່ວຍຊອກຫາຊ່ອງທາງໄປໜ້າ.”
ໂຄສົກທຳນຽບຂາວ ໄດ້ໃຫ້ຂໍ້ຄິດເຫັນວ່າ “ຍຸກສະໄໝຂອງຍຸດທະສາດ ແຫ່ງຄວາມອົດ
ທົນ” ຊຶ່ງເປັນນະໂຍບາຍຂອງລັດຖະບານທ່ານ Obama ຄື “ພຽງ ແຕ່ລໍຖ້າແລະຕິດ
ຕາມເບິ່ງ” ນັ້ນ ມັນບໍ່ຮອບຄອບພຽງພໍສຳລັບສະຫະລັດ. ແຕ່ ທ່ານໄດ້ກ່າວເພີ້ມວ່າ ຜົນ
ຂອງການເຈລະຈາຫວ່າງມໍ່ໆມານີ້ ລະຫວ່າງປະທາ ນາທິບໍດີທຣໍາ ແລະ ປະທານປະ
ເທດ ຈີນ ທ່ານ Xi Jinping ແລ້ວ ລັດຖະ ບານຊຸດປັດຈຸບັນ ໄດ້ໃຫ້ເວລາແກ່ຈີນ ເພື່ອ
ໃຊ້ອິດທິພົນ ທາງດ້ານເສດຖະກິດ ແລະການເມືອງຂອງຕົນຕໍ່ພຽງຢາງ.