ຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ກັບຈີນ ເພີ້ມທະວີຂຶ້ນ ຍ້ອນເລື້ອງການຄ້າ ແລະ ໄຕ້ຫວັນ

Your browser doesn’t support HTML5

ຄວາມສຳພັນລະຫວ່າງສະຫະລັດ ກັບຈີນ ເພີ້ມທະວີຂຶ້ນ ຍ້ອນເລືອງການຄ້າ ແລະເລື້ອງໄຕ້ຫວັນ

ທຳນຽບຂາວ ກ່າວໃນວັນພຸດວານນີ້ວ່າ ການພົບປະສຸດຍອດທາງອອນລາຍນ໌ ລະຫວ່າງ ປະທານາທິບໍດີໂຈ ໄບເດັນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ມີການວາງແຜນທີ່ຈະຈັດຂຶ້ນໃນທ້າຍປີນີ້.

ການປະກາດດັ່ງກ່າວ ມີຂຶ້ນຫຼັງຈາກໄດ້ມີການພົບປະທີ່ນະຄອນຊູຣິກ ລະຫວ່າງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດທ່ານເຈັກ ຊູລລີວານ ແລະຄູ່ຕຳແໜ່ງຝ່າຍຈີນ ທ່ານຢັງ ເຈ້ຈີ. ການເຄື່ອນໄຫວນີ້ ມີຂຶ້ນໃນຂະນະທີ່ ຄວາມສຳພັນລະຫວ່າງປະເທດທັງສອງເພີ້ມທະວີຂຶ້ນ ຍ້ອນລັດຖະບານທ່ານໄບເດັນທວງໃຫ້ປັກກິ່ງຢຸດເຊົາການກົດດັນທາງທະຫານຕໍ່ໄຕ້ຫວັນແລະປະຕິບັດຕາມຄວາມໝັ້ນໝາຍທາງດ້ານການຄ້າຂອງຕົນ.

ໃນໄລຍະຫຼາຍມື້ຜ່ານມານີ້ ຈີນໄດ້ສົ່ງເຮືອບິນລົບອາຍພົ່ນທະຫານປະມານ 150 ລຳບິນລ່ວງລ້ຳ ເຂົ້າໄປໃນເຂດປ້ອງກັນໄພທາງອາກາດ ຂອງໄຕ້ຫວັນ ຈຶ່ງໄດ້ພາໃຫ້ມີການເຕືອນ ຈາກລັດຖະ ບານຂອງປະທານາທິບໍດີໄບເດັນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ “ກິດຈະກຳດັ່ງກ່າວ ແມ່ນເປັນການສ້າງຄວາມບໍ່ທຸ່ນທ່ຽງ. ມັນສ່ຽງຕໍ່ການທີ່ຈະພາເກີດການຄຳນວນຜິດພາດ ແລະມັນມີຄວາມເປັນໄປໄດ້ທີ່ຈະບ່ອນທຳລາຍຕໍ່ສັນຕິພາບແລະສະຖຽນລະພາບຢູ່ໃນຂົງເຂດ.”

Taiwan

ໄທເປຖືວ່າຕົນເອງເປັນປະເທດເອກກະລາດ ແຕ່ປັກກິ່ງຊ້ຳພັດມອງເຫັນວ່າເປັນ ແຂວງນຶ່ງທີ່ແຍກຕົນເອງອອກຈາກຈີນ. ການກົດດັນຕໍ່ໄຕ້ຫວັນຂອງຈີນ ໄດ້ກາຍ ເປັນຈຸດທີ່ຈະລຸກເປັນໄຟອີກອັນນຶ່ງ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງວໍຊິງຕັນແລະປັກກິ່ງຍັງດຳເນີນຢູ່ຕໍ່ໄປ.

ທ່ານທີໂມທີ ຮີດ (Timothy Heath) ນັກຄົ້ນຄວ້າດ້ານການປ້ອງກັນປະເທດລະຫວ່າງຊາດທີ່ບໍລິສັດແຣນ ກ່າວວ່າ “ເຖິງແມ່ນມີຄວາມວິຕົກກັງວົນ ແຕ່ຂ້າພະເຈົ້າບໍ່ຄິດວ່າ ຄວາມສ່ຽງທີ່ຈະເກີດສົງຄາມນັ້ນ ມີສູງ. ຂ້າພະເຈົ້າບໍ່ຄິດວ່າຈີນມີຄວາມສົນໃຈທີ່ຈະກໍ່ໃຫ້ເກີດສົງຄາມ ແລະກໍເຊັ່ນດຽວກັນກັບສະຫະລັດ.”

ສະຫະລັດແມ່ນມີຄວາມສຳພັນແບບບໍ່ເປັນທາງການ ແລະການໃຫ້ຄວາມສະໜັບສະໜຸນຕໍ່ໄຕ້ຫວັນ ໃນຂະນະທີ່ຍຶດໝັ້ນ ນະໂຍບາຍ “ຈີນດຽວ” ໂດຍຮັບຮູ້ປັກກິ່ງແທນທີ່ຈະແມ່ນໄທເປ ຊຶ່ງເປັນທ່າທີທີ່ໄດ້ຮັບການຢືນຢັນ ໃນລະຫວ່າງການໂທ ລະສັບໂອ້ລົມກັນໃນເດືອນກັນຍາຜ່ານມາກັບປະທານປະເທດສີ ຈິ້ນຜິງ ອີງຕາມຄຳເວົ້າຂອງທ່ານໄບເດັນ ໃນຕົ້ນອາທິດນີ້.

ທ່ານໄບເດັນ ກ່າວວ່າ “ພວກເຮົາຕົກລົງກັນແລ້ວ ພວກເຮົາຈະຍຶດໝັ້ນຕໍ່ຂໍ້ຕົກລົງໄຕ້ຫວັນ ນັ້ນຄືບ່ອນທີ່ພວກເຮົາໄດ້ຕົກລົງແລະພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຂ້າພະເຈົ້າບໍ່ຄິດວ່າ ທ່ານບໍ່ຄວນທີ່ຈະເຮັດສິ່ງໃດສິ່ງນຶ່ງ ນອກເໜືອໄປຈາກປະຕິບັດຕາມຂໍ້ຕົກລົງ.”

ແຕ່ແນວໃດກໍຕາມ ສະຫະລັດໄດ້ເພີ້ມການກົດດັນຕໍ່ຈີນ ໂດຍກ່າວວ່າ ປະເທດດັ່ງກ່າວບໍ່ໄດ້ປະຕິບັດຕາມຂໍ້ຕົກລົງໃນເດືອນມັງກອນປີ 2020 ຊຶ່ງປັກກິ່ງໄດ້ສັນຍາວ່າຈະຊື້ສິນຄ້າແລະບໍລິການຂອງອາເມຣິກັນຕື່ມອີກ 200 ພັນລ້ານໂດລາໃນປີ 2021. ລັດຖະບານສະຫະລັດຈຶ່ງຍັງສືບຕໍ່ການເກັບພາສີໃນມູນຄ່າ 350 ພັນລ້ານໂດລາຕໍ່ສິນຄ້າຂອງຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ