ລັດຖະມຸນຕີປ້ອງກັນປະເທດສະຫະລັດ ທ່ານ Chuck Hagel
ກ່າວວ່າ ຈີນໄດ້ສະແດງປະຕິກິລິຍາແບບບໍ່ມີຫຽັງດີ ແລະຂາດ
ຄວາມຮັບຜິດຊອບ ໃນລະຫວ່າງມີການຈຶ້ງທ່າໃສ່ກັນ ກັບເຮືອ
ກອງທັບເຮືອສະຫະລັດລຳນຶ່ງ ໃນທະເລຈີນໃຕ້ ໃນເດືອນນີ້.
ທ່ານ Hagel ໄດ້ຖະແຫຼງເຊັ່ນນັ້ນໃນກອງປະຊຸມນັກຂ່າວ
ທີ່ທຳນຽບຫ້າແຈ ໃນວັນພະຫັດວານນີ້. ທ່ານໄດ້ກ່າວເຖິງເຫດການ ທີ່ເກີດຂຶ້ນໃນວັນທີ
5 ທັນວາເດືອນນີ້ ຊຶ່ງເຮືອລາດຕາເວັນຕິດລູກສອນໄຟຂອງສະຫະລັດລຳນຶ່ງ ເກືອບແລ່ນ
ຕຳກັນກັບເຮືອລົບລຳນຶ່ງຂອງຈີນ.
ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າ ເຮືອລາດຕາເວັນ USS Cowpens ຈຳເປັນຕ້ອງ
ຫາທາງຫຼີກ ເພື່ອຫຼີກເວັ້ນການຕຳກັນເວລາເຮືອລົບຂອງຈີນ ທີ່ແລ່ນຕັດໜ້າ. ທ່ານ
Hagel ກ່າວຕື່ມວ່າ ເຫດການດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມຕ້ອງ
ການທາງການທູດຢ່າງຈະແຈ້ງ ລະຫວ່າງທະຫານຈີນແລະສະຫະລັດ ເພື່ອຫຼີກລ່ຽງການ
ປະທະກັນທີ່ສາມາດເກີດຂຶ້ນໄດ້ໃນຂົງເຂດນັ້ນ.
ສະຫະລັດກ່າວວ່າ ເຮືອລາດຕາເວັນຂອງຕົນ ກໍາລັງປະຕິບັດການຢູ່ໃນເຂດນ່ານນ້ຳ
ສາກົນ ເວລາເຮືອຂອງຕົນຈຳເປັນຕ້ອງ ທຳການເຄື່ອນໄຫວຫາທາງຫຼີກເວັ້ນຈາກການ
ຕຳກັນກັບເຮືອລົບຈີນ ຊຶ່ງແລ່ນໄປກັບກຳປັ່ນບັນທຸກເຮືອບິນລຳໃໝ່ Liaoning ຂອງຈີນນັ້ນ.