ທ່ານ ລີອອນ ພາແນດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ບອກບັນດາສະມາຊິກສະພາສູງສະຫະລັດແລະຄົນອື່ນໆ ທີ່ກອງປະຊຸມເລື້ອງສົນທິສັນຍາວ່າດ້ວຍກົດໝາຍກ່ຽວກັບທະເລ ທີ່ວໍຊິງຕັນເມື່ອຕົ້ນເດືອນຜ່ານມາວ່າ ມັນເຖິງເວລາແລ້ວທີ່ສະຫະລັດຈະໃຫ້ສັດຕະ
ຍາບັນແກ່ ສົນທິສັນຍາ ອາຍຸ 30 ປີສະບັບນີ້ ທີ່ວາງກົດລະບຽບກະຕິກາຕ່າງໆກ່ຽວກັບ
ການເດີນເຮືອ ແລະເຂດເສດຖະກິດສະເພາະຂອງປະເທດຕ່າງໆ.
ທ່ານພາແນດຕ້າກ່າວວ່າ ສົນທິສັນຍາດັ່ງກ່າວນີ້ຈະຮັບປະກັນໃຫ້ ກໍ່າປັ່ນລົບ ກໍ່າປັ່ນພານິດ
ແລະເຮືອບິນຂອງສະຫະລັດ ສາມາດເຂົ້າໄປຍັງທຸກໆແຫ່ງທີ່ຈໍາເປັນຕ້ອງໄປ ຊຶ່ງທ່ານກ່າວ
ວ່າ:
“ມັນເຖິງເວລາແລ້ວ ທີ່ສະຫະລັດຄວນຈະໄປນັ່ງຢູ່ໂຕ໊ະເຈລະຈາກ່ຽວກັບສົນທິສັນຍາ
ສະບັບນີ້. ເຖິງເວລາແລ້ວ ທີ່ສະຫະລັດຄວນຈະສະແດງບົດບາດໂດຍເຕັມຂອງຕົນ
ໃນຖານະເປັນຜູ້ນໍາໂລກຜູ້ນຶ່ງ ແລະເຂົ້າເປັນພາຄີ ໃນສົນທິສັນຍາອັນສໍາຄັນນີ້. ມັນ
ເປັນຫຼັກໝັ້ນທາງກົດໝາຍ ທີ່ເປັນພຶ້ນຖານຂອງຄວາມເປັນລະບຽບຮຽບຮ້ອຍ ໃນ
ທົ່ວອານາເຂດການເດີນເຮືອ. ພວກເຮົາເປັນສະມາຊິກຖາວອນປະເທດດຽວ ຂອງ
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ບໍ່ໄດ້ເປັນພາຄີໃນສົນທິສັນຍາ
ສະບັບນີ້.”
ລັດຖະບານປະທານາທິບໍດີໂອບາມາ ກ່າວວ່າ ການໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ
ນີ້ ແມ່ນຈະພິທັກປົກປ້ອງສິດທິຂອງກອງທັບເຮືອສະຫະລັດ ເພື່ອທໍາການຊ້ອມລົບຢູ່ໃນເຂດ
ນ່ານນໍ້າທີ່ໃກ້ຈີນ ບ່ອນທີ່ຜ່ານມາ ກໍ່າປັ່ນຂອງຈີນເຄີຍຮາວີກໍ່າປັ່ນຂອງສະຫະລັດ.
ຈີນ ຊຶ່ງເປັນພາຄີຢູ່ໃນສົນທິສັນຍາ
ນີ້ ໄດ້ອ້າງສິດທິຄວບຄຸມເຂດນ່ານ
ນໍ້າທີ່ໄກຈາກຝັ່ງຂອງຕົນອອກໄປ
370 ກິໂລແມດ ວ່າເປັນເຂດເສດ
ຖະກິດສະເພາະຂອງຕົນ ແລະ
ເພາະສະນັ້ນ ກໍສາມາດຫ້າມກອງ
ທັບເຮືອຕ່າງໆບໍ່ໃຫ້ທໍາການຊ້ອມ
ລົບກັນຢູ່ໃນບໍລິເວນນັ້ນ ຊຶ່ງສະຫະ
ລັດກ່າວວ່າ ປະເທດໃດກໍບໍ່ມີສິດ
ຄວບຄຸມແບບນັ້ນ ຢູ່ກາຍລະຍະ
22 ກິໂລແມດ ຈາກຝັ່ງຂອງຕົນ.
ສ່ວນພົນເອກ Martin Demp-
sey ປະທານເສນາທິການຮ່ວມ
ກໍກ່າວວ່າ ວໍຊິງຕັນເຊື່ອວ່າການ
ທີ່ໄດ້ເປັນພາກສ່ວນນຶ່ງຂອງ
ສົນທິສັນຍາວ່າດ້ວຍກົດໝາຍກ່ຽວກັບທະເລນັ້ນ ແມ່ນຈະຊ່ວຍເຊື່ອມໂຍງຄວາມແຕກຕ່າງ
ລະຫວ່າງນາໆຊາດ. ພົນເອກ Martin Dempsey ກ່າວວ່າ:
“ສົນທິສັນຍາດັ່ງກ່າວນີ້ສະໜອງ ເຄື່ອງມືອີກຢ່າງນຶ່ງໃຫ້ແກ່ພວກເຮົາ ສໍາລັບໃຫ້
ແກ້ໄຂບັນຫາຂໍ້ຂັດແຍ້ງກັນໄດ້ຢ່າງມີປະສິດທິຜົນຢູ່ໃນທຸກໆລະດັບ ພ້ອມກັບ
ສະໜອງພາສາທີ່ໃຊ້ຮ່ວມກັນ ແລະເພາະສະນັ້ນ ກໍແມ່ນສະໜອງໂອກາດທີ່ດີຂຶ້ນ
ເພື່ອຕົກລົງຂໍ້ຂັດແຍ້ງກັນຕ່າງໆດ້ວຍການຮ່ວມມື ບໍ່ແມ່ນດ້ວຍປືນການົງ.”
ທະຫານກອງທັບເຮືອຟີລິບປີນ ພາກັນແລ່ນໄປຂຶ້ນເຮືອ ເພື່ອອອກໄປລາດຕະເວນຢູ່ໃນເຂດ
ທະເລຈີນໃຕ້ ບ່ອນທີ່ຈີນໄດ້ສົ່ງກໍາປັ່ນຂອງຕົນອອກລາດຕະເວນເຊ່ນກັນ ຢູ່ໃກ້ເກາະທີ່ທັງ
ສອງປະເທດ ຍາດກັນອ້າງເອົາກໍາມະສິດ.
ການໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ແມ່ນໄດ້ຖືກຖ່ວງດຶງໄວ້ຍ້ອນຄວາມເປັນຫ່ວງ
ຕ່າງໆນາໆຂອງບັນດາຜູ້ນໍາສະພາຄອງແກຣສສະຫະລັດບາງຄົນທີ່ເຕືອນວ່າ ສົນທິສັນຍານີ້
ຂົ່ມຂູ່ຕໍ່ອະທິປະໄຕຂອງສະຫະລັດ ແລະອໍານວຍໃຫ້ອົງການສະຫະປະຊາຊາດ ມີອໍານາດ
ຄວບຄຸມສິດທິກ່ຽວກັບນໍ້າ ມັນແລະແຮ່ທາດອື່ນໆ ຫຼາຍເກີນໄປ. ບັນດາຜູ້ຄັດຄ້ານກ່າວອີກ
ວ່າ ການໃຫ້ສັດຕະຍາບັນແກ່ສົນທິສັນຍາສະບັບນີ້ ຈະບໍ່ເຮັດໃຫ້ຈີນປ່ຽນແປງການອ້າງເອົາ
ສິດທິທາງທະເລຂອງຕົນແຕ່ຢ່າງໃດ.
ການຊຸກຍູ້ເທື່ອໃໝ່ຂອງສະຫະລັດເພື່ອໃຫ້ຮັບຮອງເອົາສົນທິສັນຍາດັ່ງກ່າວນີ້ ແມ່ນມີຂຶ້ນ
ໃນຂະນະທີ່ກະຊວງປ້ອງກັນປະເທດສະຫະລັດເພ່ງເລັງຄວາມສົນໃຈໃໝ່ ໄປໃສ່ການເສີມ
ສ້າງກໍາລັງທະຫານແລະການເສີມຂະຫຍາຍອິດທິພົນຂອງຈີນ ຢູ່ໃນຂົງເຂດເອເຊຍປາຊິຟິກ.
ນອກນີ້ແລ້ວ ວໍຊິງຕັນຍັງຕິດຕາມເບິ່ງຢ່າງໃກ້ຊິດ ຂໍ້ຂັດແຍ້ງທີ່ທະວີຄວາມຮຸນແຮງຂຶ້ນ
ລະຫວ່າງປັກກິ່ງ ແລະ ຟິລິບປິນ ກ່ຽວກັບເກາະໆນຶ່ງໃນເຂດທະເລຈີນໃຕ້ນັ້ນ.