ສະມາຊິກສະພາສູງ Byron Dorgan ຊຶ່ງເປັນປະທານ ຄະນະກຳມາທິການກ່າວວ່າໄ ດ້ມີຄວາມກ້າວໜ້າລະດັບ ຊາດບາງຢ່າງ ກ່ຽວກັບການຄ້າມະນຸດຢູ່ຈີນ ເຖິງແມ່ນ ການປະຕິບັດງານຂອງພວກເຈົ້າໜ້າທີ່ທ້ອງຖິ່ນ ບໍ່ໄດ້ເອົາ ຈິງເອົາຈັງປານໃດກໍຕາມ. ສະມາຊິກສະພາສູງ Dorgan ກ່າວວ່າ:
“ພວກເຮົາແມ່ນສົນໃຈຫລາຍ ໃນການຢາກຊຸກຍູ້ໃຫ້ ຈີນຈົ່ງສືບຕໍ່ສ້າງຄວາມກ້າວໜ້າທີ່ຈີນໄດ້ເຮັດມາເພື່ອ ປັບປຸງແລະແກ້ໄຂເພິ່ມຂຶ້ນສິ່ງຕ່າງໆ ທີ່ລັດຖະບານ ແຫ່ງຊາດຖືວ່າເປັນບັນຫານັ້ນ. ພວກເຮົາຄິດວ່າ ບັນຫາການລັກລອບຄ້າມະນຸດ ທີ່ມີມາເປັນເວລາດົນນານແລ້ວ ຊຶ່ງພວກເຮົາກໍຮູ້ວ່າມັນເປັນບັນຫາໃຫຍ່ ຢູ່ໃນ ປະເທດຈີນ ແມ່ນເປັນບັນຫາທີ່ພວກເຮົາທັງໝົດ ຈໍາເປັນຕ້ອງປະຕິບັດງານຮ່ວມ ກັນເພື່ອພະຍາຍາມກົດດັນໃຫ້ຈີນ ທໍາການແກ້ໄຂບັນຫານີ້ຢ່າງຕັ້ງໜ້າຫລາຍ ທີ່ສຸດ.”
ທ່ານ Earl Brown ຜູ້ອຳນວຍການກ່ຽວກັບເລື່ອງຈີນຂອງສູນກາງ Solidarity ຊຶ່ງ ເປັນອົງການຈັດຕັ້ງດ້ານແຮງງງານແລະສິດທິມະນຸດທີ່ບໍ່ຂຶ້ນກັບລັດຖະບານ ກ່າວວ່າ ຈີນໄດ້ສ້າງຄວາມກ້າວໜ້າໃນການຮັບຜ່ານຮ່າງກົດໝາຍວ່າດ້ວຍແຮງງານ ແລະຮັບເອົາ ສົນທິສັນຍາຕົ້ນສະບັບ ກ່ຽວກັບເລື່ອງການຄ້າມະນຸດເກືອບທັງໝົດ ຂອງອົງການສະຫະ ປະຊາຊາດໃນຕົ້ນປີນີ້ ແຕ່ທ່ານເວົ້າວ່າການລັກລອບຄ້າມະນຸດ ທີ່ພົວພັນກັບກຸ່ມອາຊະ ຍາກຳຂອງຈີນ ຍັງສືບຕໍ່ເປັນບັນຫາແລະມີສູນກາງຢູ່ທີ່ປະເທດໄທ. ທ່ານ Brown ກ່າວ ຕື່ມວ່າ:
“ຂ້າພະເຈົ້າໄດ້ສໍາພາດເປັນເວລາຫລາຍຊົ່ວໂມງ ກັບໜຸ່ມນ້ອຍໄທຄົນນຶ່ງ ທີ່ ເຕີບໃຫຍ່ຂຶ້ນມາໃນສວນປູກໝາກນັດແຫ່ງນຶ່ງ ແລະສິ່ງດຽວທີ່ລາວຢາກຈະເຮັດ ນັ້ນ ກໍຄືໜີອອກໄປຈາກສວນປູກໝາກນັດນີ້ໃຫ້ໄດ້. ຄືຜູ້ກ່ຽວບໍ່ຢາກກັບມາເຫັນ ສວນນີ້ອີກແລ້ວ ດັ່ງນັ້ນໜຸ່ມໄທຄົນນີ້ຈຶ່ງໄດ້ເຂົ້າໄປໃນເມືອງໃຫຍ່ ແລະກໍໄດ້ຖືກ ພວກແກ໊ງຄົນຈີນລັກພາຕົວໄປ ໂດຍຖືກກັກຕົວໄວ້ຢູ່ບ້ານຫລັງນຶ່ງເປັນເວລາ 3 ອາທິດ ແລ້ວສົ່ງຂຶ້ນເຮືອຫາປາໄປ ຖືກບັງຄັບໃຊ້ແຮງງານຢູ່ໃນເຮືອຫາປາພາຍ ໃຕ້ປາຍປືນ ໃນທະເລນອກເຂດນ່ານນໍ້າຂອງອິນໂດເນເຊຍ ແລະຕໍ່ມາ ຊາຍ ໜຸ່ມໄທຄົນນັ້ນແລະໝູ່ອີກຜູ້ນຶ່ງ ກໍໄດ້ພາກັນໂຕນເຮືອ ລອຍເຂົ້າໄປຝັ່ງຂອງອິນ ໂດເນເຊຍ ພາກັນລີ້ຕົວຢູ່ໃນປ່າ ແລ້ວຫາທາງກັບຄືນມາປະເທດໄທ ແຕ່ກໍ ຖືກແກ໊ງຈີນລັກພາຕົວໄປອີກ.”
ທ່ານ Brown ເວົ້າວ່າ ເລື່ອງໃນທຳນອງນີ້ ພວມເພີ້ມທະວີຂຶ້ນ ຂະນະທີ່ວິກິດການເສດ ຖະກິດໂລກໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ພວກຄົນງານຢູ່ໃນທຸກຫົນແຫ່ງ ໃນຂະນະທີ່ ພວກຄົນງານໃນຈໍານວນຫລາຍຂຶ້ນ ບໍ່ໄດ້ຮັບການປົກປ້ອງຄຸ້ມຄອງທາງກົດໝາຍເນື່ອງຈາກ ພວກນາຍຈ້າງໃນຈຳນວນເພີ້ມຂຶ້ນ ຊອກຫາຊ່ອງທາງຫຼີກລ້ຽງ ການປະຕິບັດຕາມກົດໝາຍ ແຮງງານ ໂດຍຫັນໄປໃຊ້ຕະຫຼາດແຮງງານ ທີ່ຖືກກົດໝາຍແຕ່ພຽງເຄິ່ງນຶ່ງ ແລະບໍ່ຖືກຕ້ອງ ຕາມກົດໝາຍເລີຍນັ້ນ.
ທ່ານນາງ ຕຽນຕຽນ ຈົງ ອາຈານສອນວິຊາມະນຸດວິທະຍາທີ່ມະຫາວິທະຍາໄລລັດນິວຢອກ ທີ່ໄດ້ຂຽນປື້ມຫຼາຍໆຫົວກ່ຽວກັບພວກໂສເພນີຊາວຈີນ ການຄ້າປະເວນີ ແລະການຕິດເຊື້ອ HIV ແລະໂຣກເອດສ໌ ກ່າວວ່າ ຈີນໄດ້ເລີ້ມທໍາການປາບປາມພວກຄ້າມະນຸດ ແລະພວກ ໂສເພນີໃນປີ 1989 ຊຶ່ງໄດ້ຍັງຜົນໃຫ້ມີການທໍາຮ້າຍພວກແມ່ຍິງ ໂດຍເຈົ້າໜ້າທີ່ຕຳຫຼວດ ຢູ່ເລື້ອຍໆ ແລະບັງຄັບໃຫ້ມີການຍົກຍ້າຍບ່ອນຢູ່ນັ້ນ.
ສາສະດາຈານຈົງກ່າວວ່າ ໃນການຄົ້ນຄວ້າຂອງທ່ານກ່ຽວກັບພວກຄ້າປະເວນີ ທີ່ມາຈາກ ເຂດຊົນນະບົດຢູ່ຈີນນັ້ນ ຕຳຫຼວດໄດ້ບຸກເຂົ້າໄປກວດຄົ້ນປາບປາມ ແລະບຸກເຂົ້າໄປຊ່ອຍກູ້ ໄພ ຊຶ່ງໄດ້ບັງຄັບໃຫ້ພວກຄ້າປະເວນີຕ້ອງໄດ້ພາກັນລັກລອບ ຫຼືເຮັດກິດຈະການ ແບບບໍ່ ມີການເປີດເຜີຍ ແລະເຮັດໃຫ້ເປັນໄພອັນຕະລາຍເພີ້ມຂຶ້ນ ພ້ອມທັງຄວາມຮຸນແຮງ ການ ສວຍໃຊ້ຕະຫຼອດທັງການລ່ວງລະເມີດຕໍ່ພວກຄ້າປະເວນີ ຮວມທັງການຈຳແນກກີດກັນ ການສືບຕໍ່ຮາວີລົບກວນຂອງຕຳຫຼວດ ແລະການກໍ່ຄວາມຮຸນແຮງທາງດ້ານຮ່າງກາຍຢ່າງ ບໍ່ເລືອກໜ້າ ຂອງກຸ່ມອັນທະພານທ້ອງຖິ່ນ ໂດຍບໍ່ໄດ້ຮັບການແກ້ໄຂໃດໆ ທາງດ້ານກົດ ໝາຍ.
ສາສະດາຈານຈົງກ່າວຕື່ມວ່າ ແມ່ຍິງຊາວຈີນຫຼາຍໆຄົນທີ່ ທ່ານນາງໄດ້ສຳພາດ ໄດ້ອອກ ໄປເຮັດວຽກແບບນີ້ຢູ່ນອກປະ ເທດຈີນ ດ້ວຍຄວາມສະມັກໃຈ ເພື່ອເປັນຊ່ອງທາງໃນການຫາ ເງິນ ທີ່ເຂົາເຈົ້າຈະໃຊ້ເວລາດົນ ກວ່າ 10 ເທົ່າ ຈຶ່ງຈະຫາ ໄດ້ ຖ້າພວກເຂົາເຈົ້າຫາກຍັງຢູ່ທີ່ຈີນ. ທ່ານນາງໄດ້ສະເໜີໃຫ້ມີການ ເປັນພາຄີກັນລະຫວ່າງປະຊາຄົມ ຂອງພວກຄ້າປະເວນີ ແລະເຈົ້າ ໜ້າທີ່ປະຕິບັດກົດໝາຍ ເພື່ອ ຊ່ອຍປ້ອງກັນບໍ່ໃຫ້ ມີການບີບ ບັງຄັບໃຊ້ແຮງງານ ພ້ອມທັງໃຫ້ ມີການລະບຸໂຕ ແລະຊ່ອຍພວກ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ໄດ້ດີຂຶ້ນ.
ນອກນັ້ນແລ້ວ ຄະນະກຳມາທິການຂອງລັດຖະສະພາສະຫະລັດຍັງໄດ້ຍິນຄໍາໃຫ້ການວ່າ ການລັກລອບເອົາມະນຸດຈາກຈີນເຂົ້າມາຍັງສະຫະລັດ ຍັງສືບຕໍ່ເປັນບັນຫາຮ້າຍແຮງ ທັງນີ້ ກໍຍ້ອນໄພອັນຕະລາຍທີ່ມັກຈະຕິດຕາມມາ ກັບພວກທີ່ຈ່າຍເງິນກ້ອນໃຫຍ່ໆແລະສ່ຽງຊີວິດ ຂອງພວກເຂົາເຈົ້າໃນການພະຍາຍາມດັ່ງກ່າວ. ທ່ານ Patrick Keefe ຈາກກຸ່ມຄົ້ນຄວ້າ ນະໂຍບາຍ Century Foundation ກ່າວວ່າ ໃນທຸກມື້ນີ້ ຄົນຄົນນຶ່ງ ຢູ່ປະເທດຈີນທີ່ ຢາກລັກລອບເຂົ້າມາໃນສະຫະລັດແບບຜິດກົດໝາຍ ແມ່ນເຕັມໃຈທີ່ຈະຈ່າຍເງິນຫຼາຍ ເຖິງ 70,000 ໂດລາ ໃນການພະຍາຍາມດັ່ງກ່າວ.
“ຖ້າຫາກວ່າ ພວກເຂົາເຈົ້າສາມາດເຂົ້າມາສະຫະລັດໄດ້ ແລະນັ້ນກໍເປັນການສົມ ມຸດທີ່ເປັນໄປໄດ້ຍາກຫລາຍ ເພາະວ່າ ກໍຄືທ່ານຮູ້ຫັ້ນແຫລະ ເຂົາເຈົ້າຕ້ອງໄດ້ ຂີ່ເຮືອບິນຫລາຍລໍາຫລາຍຕໍ່ ຕ້ອງຜ່ານສະໜາມບິນຫລາຍໆແຫ່ງ ບ່ອນທີ່ພວກ ເຂົາເຈົ້າອາດຖືກຈັບແລະກັກຕົວໄວ້ ຖ້າວ່າພວກເຂົາເຈົ້າຖືໜັງສືເດີນທາງປອມ. ແລະກໍມີຢູ່ເລື້ອຍ ທີ່ພວກເຂົາເຈົ້າຕ້ອງໄປທາງເຮືອ ແລະເຮືອສາມາດຈົມນໍ້າໄດ້ ຫລືບໍ່ກໍຖືກສະກັດກັ້ນ ແລະຖືກກວດຄົ້ນ. ແຕ່ວ່າ ຖ້າຫາກວ່າພວກເຂົາເຈົ້າມາ ຮອດສະຫະລັດໄດ້ຢ່າງປອດໄພ ພວກເຂົາເຈົ້າກໍຕ້ອງຈ່າຍເງິນຄ່າຈ້າງ ສ່ວນທີ່ ຍັງເຫລືອນັ້ນ.”
ທ່ານ Keefe ເວົ້າຕື່ມວ່າ ເກືອບສະເໝີໄປ ຄ່າທຳນຽມນີ້ຈະມີການເກັບກັນພາຍໃນໄລຍະ 24 ຊົ່ວໂມງດ້ວຍປາຍປືນ. ຜູ້ທີ່ວ່າຈ້າງ ຈະຕ້ອງໄດ້ຕິດຕໍ່ໄປຍັງຜູ້ຄົນ ທີ່ເຂົາເຈົ້າຮູ້ຈັກໂດຍ ທາງໂທລະສັບ ເພື່ອຮ້ອງຂໍກູ້ຢືມເງິນ ຫລືລັກເອົາເງິນຈຳນວນດັ່ງກ່າວ. ຖ້າເຂົາເຈົ້າຫາກ ຈ່າຍເງິນໃຫ້ພວກລັກລອບເອົາເຂົາເຈົ້າມາ ໂດຍທັນທີນັ້ນ ພວກເຂົາເຈົ້າກໍຈະຖືກປ່ອຍ. ໃນບາງຄັ້ງ ພວກເຂົາເຈົ້າອາດຈະຂໍລີ້ໄພ ແຕ່ທ່ານ Keefe ເວົ້າວ່າ ສ່ວນໃຫຍ່ແລ້ວ ພວກເຂົາເຈົ້າຈະຕ້ອງໄດ້ເຂົ້າຮ່ວມເສດຖະກິດໃຕ້ດິນ ແລະເຮັດວຽກເຮັດການເປັນຄົນງານ ບໍ່ມີເອກກະສານ ໃນອຸດສາຫະກຳຕ່າງໆ ແລະສ່ຽງຕໍ່ການຖືກຈັບເຂົ້າຄຸກ ຫຼື ຖືກເນລະເທດ.
ທ່ານ Keefe ເວົ້າວ່າ ຍ້ອນເສດຖະກິດຂອງຈີນທີ່ຂະຫຍາຍໂຕໄວຂຶ້ນນັ້ນ ເຮັດໃຫ້ມີການ ຫຼຸດຜ່ອນລົງໃນການຫຼັ່ງໄຫຼຂອງພວກຄົນງານຈາກເຂດພາກໃນຂອງປະເທດ ໄປຍັງເຂດ ແຄມຝັ່ງທະເລກໍ້າຕາເວັນອອກ ບ່ອນທີ່ລັກລອບມະນຸດສ່ວນໃຫຍ່ໄດ້ມີຂຶ້ນ ຍ້ອນວ່າມີວຽກ ການຢູ່ຕາມໂຮງຈັກໂຮງງານໃຫ້ເຮັດ ເປັນຈຳນວນຫຼວງຫລາຍນັ້ນ. ແຕ່ແນວໃດກໍຕາມ ທ່ານກ່າວວ່າ ການລັກລອບເອົາຊາວຈີນທີ່ບໍ່ມີເອກກະສານ ຈາກເມັກຊິໂກເຂົ້າໄປຍັງສະຫະ ລັດ ໄດ້ມີຈຳນວນເພີ້ມຂຶ້ນ. ທ່ານເວົ້າວ່າ ແນວໂນ້ມ ຫຼື ທ່າອຽງອີກອັນນຶ່ງ ກໍຄື ມີພວກ ຊາວຈີນໜຸ່ມນ້ອຍໃນຈຳນວນເພີ້ມຂຶ້ນ ທີ່ໄດ້ຖືກພໍ່ແມ່ສົ່ງເຂົ້າມາເຮັດວຽກ ແບບຜິດກົດໝາຍ ຢູ່ໃນສະຫະລັດ.