ສະຫະລັດ ແລະ ຈີນ 'ໝັ້ນໝາຍທີ່ຈະຮ່ວມໄມ່ຮ່ວມມືກັນ' ໃນວິກິດການດິນຟ້າອາກາດ ອີງຕາມຖະແຫລງການຮ່ວມ

ທ່ານຈອນ ແຄຣີ ທູດພິເສດຂອງສະຫະລັດສຳລັບດິນຟ້າອາກາດ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ໃນວັນພະຫັດ ທີ 11 ມີນາ, 2021 ຢູ່ໃນນະຄອນຫຼວງ ປາຣີ.

ຈີນແລະສະຫະລັດ ສອງປະເທດທີ່ປ່ອຍແກັສຄາບອນຫຼາຍທີ່ສຸດຂອງໂລກ ໄດ້ບັນລຸຂໍ້ຕົກລົງສະບັບໃໝ່ ເພື່ອເອົາມາດຕະການຮີບດ່ວນຕ່າງໆເພື່ອຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

ທັງສອງປະເທດດັ່ງກ່າວ ໄດ້ກ່າວໃນຖະແຫລງການຮ່ວມເມື່ອຕອນແລງວັນເສົາທີ່ຜານມານີ້ ວ່າ ທັງສອງຝ່າຍ “ໝັ້ນໝາຍທີ່ຈະຮ່ວມໄມ້ຮ່ວມມືນຳກັນແລະກັນ” ແລະກັບປະເທດອື່ນໆເພື່ອຮັບມືກັບວິກິດການດ້ານດິນຟ້າອາກາດ “ດ້ວຍຄວາມເອົາຈິງເອົາຈັງ ແລະຮີບດ່ວນ ຕາມຄວາມຮຽກຮ້ອງຕ້ອງການຕ່າງໆຂອງມັນ.”

ທ່ານຈອນ ແຄຣີ ທູດພິເສດຂອງສະຫະລັດສຳລັບດິນຟ້າອາກາດ ແລະຄູ່ຕຳ
ແໜ່ງຂອງທ່ານຈາກຈີນ ທ່ານສີ ເຊິນຫົວ ໄດ້ບັນລຸຂໍ້ຕົກລົງໃນລະຫວ່າງການເຈລະຈາໄລຍະສາມວັນເມື່ອອາທິດແລ້ວນີ້ ຢູ່ໃນນະຄອນຊຽງໄຮ ພຽງບໍ່ເທົ່າໃດວັນກ່ອນໜ້າກອງປະຊຸມສຸດຍອດຜ່ານທາງອອນໄລນ໌ ກ່ຽວກັບບັນຫາດັ່ງກ່າວຈະໄດ້ຖືກຈັດຂຶ້ນ ໃນອາທິດນີ້ ໂດຍປະທານາທິບໍດີ ສະຫະລັດ ໂຈ ໄບເດັນ.

ທ່ານແຄຣີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໃນນະຄອນຫຼວງໂຊລ ເມື່ອວັນອາທິດວານນີ້ ວ່າ ທ່ານພິຈາລະນາເບິ່ງຄຳເວົ້າຂອງເອກະສານຂໍ້ຕົກລົງ ແລ້ວເຫັນວ່າ “ໜັກແໜ້ນ” ແລະວ່າ ຈີນແລະສະຫະລັດ ຕົກລົງເຫັນດີ ກ່ຽວກັບ “ພາກສ່ວນທີ່ສໍາຄັນຕ່າງໆກ່ຽວກັບຈຸດໃດທີ່ພວກເຮົາຕ້ອງເລີ້ມເຮັດ.”

ແຕ່ທ່ານແຄຣີ ອະດີດລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະທັງເປັນຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ໃນປີ 2004 ທີ່ໄດ້ຜ່າຍແພ້ການາເລືອກຕັ້ງ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າໄດ້ຮຽນຮູ້ໃນດ້ານການທູດທີ່ວ່າ ເຈົ້າຢ່າເອົາຄຳເວົ້າມາເປັນຂໍ້ອ້າງ, ເຈົ້າຄວນປະຕິບັດຕົວຈິງ. ພວກເຮົາທັງໝົດຕ້ອງເຫັນວ່າ ແມ່ນຫຍັງກຳລັງເກີດຂຶ້ນຢູ່.”

ຈີນ ເປັນປະເທດນຶ່ງທີ່ປ່ອຍແກັສຄາບອນຫຼາຍທີ່ສຸດຂອງໂລກ ແລະສະຫະລັດ ຂີ້ຮ້າຍສຸດເປັນອັນດັບສອງຂອງໂລກ ທີ່ປ່ອຍອາຍແກັສຈາກຊາກພືດແລະສັດເກືອບເຄິ່ງນຶ່ງທີ່ກຳລັງເຮັດໃຫ້ໂລກຮ້ອນຂຶ້ນເທິງຊັ້ນບັນຍາກາດ. ການຮ່ວມມືຂອງທັງສອງປະເທດນີ້ ຈະເປັນການຕໍ່ສູ້ຕ້ານມົນລະພິດທີ່ສ້າງຂຶ້ນດ້ວຍມະນຸດທີ່ສຳຄັນ.

ສະຫະລັດມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກແລະຈີນເປັນອັນດັບທີສອງແມ່ນ ເປັນຄູ່ແຂ່ງດ້ານການຄ້າໃນທົ່ວໂລກ ແລະມີສາຍສຳພັນທີ່ເປັນບັນຫາຂັດແຍ້ງກັນໃນເລື້ອງຂອງສິດທິມະນຸດ ແລະການອ້າງກຳມະສິດເຂດແດນໃນບໍລິເວນອ້ອມຮອບເກາະໄຕຫວັນ ຊຶ່ງສະຫະລັດ ສະໜອງອາວຸດດ້ານການທະຫານຕ່າງໃຫ້ກັບເກາະດັ່ງກ່າວ ເຖິງແມ່ນວ່າ ຈີນສືບຕໍ່ອ້າງວ່າ ເປັນນະໂຍບາຍ “ຈີນດຽວ” ຂອງຕົນກໍຕາມ ໂດຍເປັນການຮັບຮູ້ວ່າ ປັກກິ່ງເປັນລັດຖະບານດຽວຂອງຈີນ.

ທ່ານແຄຣີ ໄດ້ໃຫ້ຂໍ້ສັງເກດວ່າ ຈີນເປັນປະເທດທີ່ນຳໃຊ້ຖ່ານຫີນຫຼາຍທີ່ສຸດຂອງໂລກ ແລະກໍໄດ້ປຶກສາຫາລືວິທີທາງທີ່ຈະຫັນປ່ຽນໄປໃຊ້ພະລັງງານໃນຮູບແບບ ອື່ນໆມາແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ