ສະຫະລັດໃຫ້ຄວາມໝັ້ນໃຈ ຄືນໃໝ່ ແກ່ນັກລົງທຶນເອເຊຍ

  • ສິງ ບູຣົມມະວົງ

ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ຈັບມືກັບທ່ານ Dai Bingguo, ທີ່ປຶກສາລັດຖະບານຈີນ ທີ່ເມືອງ Shenzhen ຂອງຈີນ, ວັນທີ 25 ກໍລະກົດ 2011.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກໍາ​ລັງ​ພະຍາຍາມ​
ໃຫ້ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່​ແກ່​ພວກ​ນັກ​ລົງທຶນ​ເອ​ເຊຍ​ວ່າ ບັນດາສະມາຊິກ​ສະພາ​ນິຕິບັນຍັດ
​ອາ​ເມຣິກັນ​ຈະ​ບັນລຸ​ຂໍ້ຕົກລົງ​ກັນ​ໄດ້​ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ເທດ​ຕົກ​ຢູ່​ໃນ​ສະພາບ​ທີ່​ບໍ່​ສາ
ມາດປະຕິບັດ​ຕາມ​ພັນທະ​ທາງການ​ເງິນ​ຂອງ​ຕົນ​ໄດ້ນັ້ນ.

ທ່ານ​ນາງຄລິນ​ຕັນ​ຍັງ​ໄດ້​ກ່າວ​ເຊ່ນ​ກັນ​ວ່າ ທ່ານ​ນາງ​ມີ​ຄວາມ​ເຊື່ອໝັ້ນ ວ່າ ລັດຖະສະພາ
​ຈະດໍາ​ເນີນ​ງານ​ຮ່ວມ​ກັນ​ກັບ​ປະທານາທິບໍດີ​ກ່ຽວກັບ​ແຜນການ​ໜຶ່ງ​ເພື່ອ​ປັບປຸງ​ພາບ​ພົດ
​ທາງ​ດ້ານການ​ເງິນ​ໃນ​ລະຍະ​ຍາວໃຫ້​ດີ​ຂຶ້ນ. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ເປີດ​ເຜີຍ​ຄໍາຖະ​ແຫລ​ງ
ດັ່ງກ່າວຂອງ​ທ່ານ​ນາງຄລິນ​ຕັນ​ ​ກ່ອນ​ໜ້າທ່ານ​ນາງ​ຈະ​ກ່າວ​ປາ​ໄສ​ຕໍ່​ບັນດາ​ຜູ້​ນໍາ​ທຸລະ​ກິດ ​
ໃນ​ຮອງ​ກົງ.

ຫລັງ​ຈາກ​ກ່າວ​ຄໍາ​ປາ​ໄສ​ແລ້ວ ທ່ານ​ນາງຄລິນ​ຕັນ​ໄດ້​ເດີນທາງ​ໄປ​ຍັງ ເມຶ​ອງ Shenzhen
ຂອງຈີນ ທີ່ຢູ່​ຕິດກັບ​ຮອງ​ກົງນັ້ນ ​ເພື່ອ​ພົບ​ປະ​ກັບ​ທ່ານ Dai BingGuo ທື່ປຶກສາ​ລັດຖະ
ບານຈີນ.ຄາດ​ກັນ​ວ່າ ການ​ພົບ​ປະຫາລື​ກັນ​ນີ້ຈະ​ເວົ້າເຖິງເລື້ອງ​ຄວາມ​ເປັນ​ໄປ​ໄດ້ກ່ຽວ​ກັບ
ການ​ໄຂ​ກອງປະຊຸມ​ເຈລະຈາ 6 ຝ່າຍ​ຄືນ​ ກ່ຽວ​ກັບ​ເລື້ອງ​ອະນາຄົດ​ຂອງໂຄງການ​ນີວ​ຄະ
ເລຍ​ຂອງ​ເກົາຫລີ​ເໜືອ ຕະຫຼອດທັງ​ການ​ຕໍ່ສູ້​ກັນ​ໃນ​ກຸງ​ວໍ​ຊິງ​ຕັນ ​ກ່ຽວ​ກັບ​ວ່າ​ຈະ​ອະນຸຍາດ
​ໃຫ້​ສະຫະລັດ​ກູ້​ຢືມ​ເງິນ​ໄດ້ຕື່ມ​ອີກ​ຫຼື​ບໍ​ນັ້ນ.