ທ່ານນາງຄລີນຕັນກ່າວວ່າ ສະຫະລັດແລະຈີນ ມີ ການພົວພັນທີ່ສໍາຄັນນໍາກັນ

  • ບົວສະຫວັນ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຄຳປາໃສກ່ຽວກັບສາຍພົວພັນ ຢູ່ກະຊວງການຕ່າງປະເທດທີ່ນະຄອນຫລວງ ວໍຊິງຕັນ ໃນວັນສຸກ, ມັງກອນ, 2011

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ​ເວົ້າວ່າ ສະຫະລັດ ​ແລະ​ຈີນ​ກຳລັງ​ມາຮອດ​ທາງ
ແຍກທີ່ສຳຄັນ​ ​ໂດຍ​ການມີ​ສາຍ​ພົວພັນທີ່​ມີ​ການຂີດໝາຍ
ເຕັມ​ໄປ​ດ້ວຍ​ຄວາມ​ໝາຍໝັ້ນອັນ​ຍິ່ງ​ໃຫຍ່ ແລະ​ກໍ​ທັງ​ມີ
ຄວາມ​ເຫັນບໍ່​ລົງ​ລອຍກັນ​ທີ່​ສຳຄັນ​ໃນຫລາຍໆ ດ້ານ.

ຢູ່​ໃນ​ຄຳ​ປາ​ໃສ​ຕອນ​ນຶ່ງ​ທີ່​ທ່ານ​ນາງ​ກ່າວ​ຢູ່​ກະຊວງ​ການຕ່າງ
ປະ​ເທດ​ສະຫະລັດໃນ​ວັນ​ສຸກ​ວານ​ນີ້ ທ່ານ​ນາງ Clinton
ເວົ້າວ່າ ​ວໍ​ຊິງ​ຕັນ​ມີເຈດ​ຈຳນົງ​ທີ່​ຈະ​ຮັກສາ​ສາຍ​ພົວພັນ​ທີ່
“ເປັນ​ໄປ​ໃນ​ທາງ​ບວກ, ມີ​ການຮ່ວມມື​ກັນ ​ແລະຮອບດ້ານ”
ກັບ​ຈີນ. ​ເພື່ອ​ໃຫ້​ບັນລຸ​ ຄວາມ​ມຸ້ງ​ຫວັງ​ນັ້ນ ທັງ​ສອງ​ຝ່າຍ​
ຕ້ອງ​ໄດ້ຮັບຮູ້ເຖິງ​ການ​ມີ​ຄວາມ​ເຫັນແຕກ​ຕ່າງ​ກັນ​ຢ່າງ​ກົງ
ໄປ​ກົງ​ມາ.​ ​ທ່ານ​ນາງ​ເວົ້າວ່າ ຄວາມບໍ່​ໄວ້​ວາງ​ໃຈ​ກັນ​ ແມ່ນ
ໄດ້ມີມາເປັນເວລາດົນນານຂອງທັງສອງຝ່າຍ.

ຄຳ​ປາ​ໃສດັ່ງກ່າວ​ນີ້ຂອງ​ທ່ານ​ນາງ ​ໄດ້​ມີ​ຂຶ້ນກ່ອນໜ້າທີ່ ​ປະທານ​ປະເທດຈີນ, ທ່ານ Hu Jintao ​ເດີນທາງມາ​ຢ້ຽມຢາມ​ສະຫະລັດໃນ​ອາທິດໜ້າຕາມ​ແຜນການທີ່​ໄດ້​ວາງ​ໄວ້.

ທ່ານ​ນາງ Clinton ​ເວົ້າວ່າ​ສະຫະລັດຈະ​ສືບຕໍ່ກົດ​ດັນ​ຈີນ​ໃນ​ເລື້ອງສິດທິ​ມະນຸດ, ​ແລະ​ກໍ​ຈະ​ສະແດງຄວາມເຫັນ​ເມື່ອ​ໃດ​ລັດຖະບານປັກ​ກິ່ງຫາກຫ້າມ​ບໍ່​ໃຫ້​ມີ​ການສວດມົນຂອງ​ພວກ​ນັບຖື​ສາດສະໜາຕ່າງໆ, ມີການ​ກວດກາ​ການ​ໃຫ້​ຄຳ​ເຫັນ​ຕ່າງໆຂອງປະຊາຊົນ ​ແລະຈັບ​ກຸມ​ພວກ​ທີ່​ຄັດຄ້ານ​ລັດຖະບານ. ທ່ານ​ນາງ​ເວົ້າໂດຍສະ​ເພາະ​ເຈາະ​ຈົງ​ເຖິງ ​ທ່ານ Liu Xiaobo ຜູ້​ໄດ້​ຮັບລາງວັນ​ໂນ​ແບ​ລຂະ​ແໜງສັນຕິ​ພາບ​ທີ່​ກຳລັງຖືກ​ຈຳ​ຄຸກຢູ່​ນັ້ນ.

ນອກ​ນັ້ນ​ແລ້ວ ທ່ານ​ນາງຍັງ​ໄດ້​ເວົ້າວ່າ ຈີນ​ຕ້ອງ​ຢຸດ​ເຊົາ​ການ​ໃຊ້​ນະ​ໂຍບາຍ​ເສດຖະກິດ ທີ່​
ມີການຈຳ​ແນ​ກກີດກັນຕໍ່ທຸລະກິດຂອງ​ສະຫະລັດ ​ແລະຂອງ​ຕ່າງ​ປະ​ເທດອື່ນໆນັ້ນ. ສະຫະ
ລັດໄດ້​ຕິຕຽນ​ຈີນທີ່​ໄດ້​ທຳ​ການ​ຄຸ້ມ​ຄອງອັດຕາ​ແລກປ່ຽນ​ເງິນຕາ​ຂອງຕົນ​ແບບບໍ່ຍຸດຕິທຳເພື່ອ
ໃຫ້​ບໍລິສັດ​ຈີນ​ໄດ້ປຽບນັ້ນ.