​ສະ​ຫະ​ລັດ​ກ່າວ​ຫາ​ ຫົວ​ໜ້າ​ກຸ່ມ​ຄົ້ນ​ຄວ້າ ວ່າ​ສະ​ແຫວງ​ຫາການສະ​ໜັບ​ສະ​ໜຸນ ໃຫ້​ຈີນ

(ພາບ​ໃນ​ແຟ​ມ) ປ້າຍທີ່​ເຫັນ​ຢູ່​ຂ້ອງນອກ​ຕຶກ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 23 ມັງ​ກອນ, 2023.

ພົນລະ​ເມືອງຂອງ​ສະຫະລັດ ແລະອິສຣາ​ແອ​ລທີ່​ເປັນ​ຄົນ​ສອງ​ສັນ​ຊາດ​ຜູ້​ນຶ່ງ ທີ່ກ່າວ​ຫາ​ຄອບຄົວ​ຂອງ​ປະທານາທິບໍດີໂຈ ໄບ​ເດັນ ວ່າ​ໄດ້​ຮັບ​ເງິນ​ຫລາຍ​ລ້ານ​ໂດ​ລາ​ຈາກ​ກຸ່ມ​ບໍລິສັດ​ພະລັງງານ​ຂອງ​ຈີນ​ເພື່ອ​ແລກປ່ຽນ​ກັບ​ການ​ເຂົ້າ​ເຖິງ ​ແລະ​ສົ່ງ​ເສີມ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ໄດ້​ຖືກກ່າວ​ຫາ ​ວ່າ ​ເປັນ​ນັກ​ສືບທີ່ຜິດ​ກົດໝາຍ​ຂອງ​ບໍລິສັດ​ດຽວ​ກັນນັ້ນ.

ທ່ານ​ກາ​ລ ລັ​ຟ​ທ໌ (Gal Luft) ທີ່​ຄວບ​ຄຸມສະຖາບັນການວິເຄາະຄວາມປອດ ໄພຂອງໂລກ ຊຶ່ງ​ເປັນກຸ່ມຄົ້ນຄວ້າຄວາມປອດໄພດ້ານພະລັງງານໃນລັດແມ​ຣີ​ແລນ. ທ່ານຖືກຟ້ອງ​ຮ້ອງ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ວ່າທຳ​ການເຄື່ອນ​ໄຫວ​ເປັນນັກ​ສືບ​ຕ່າງປະ​ເທດ​ໂດຍບໍ່​ໄດ້ຈົດ​ທະບຽນ​ຂອງ​ຈີນ, ​ເປັນ​ນາຍໜ້າ​ຊື້ຊາຍ​ດ້ານ​ອາວຸດ​ໃຫ້​ແກ່ບໍລິສັດ​ຈີນ, ​ລະ​ເມີດ​ມາດ​ຕະການ​ລົງ​ໂທດ​ຂອງ​ສະຫະລັດ​ຕໍ່​ອີຣ່ານ ​ແລະ​ກ່າວ​ຄຳທີ່​ບໍ່​ຈິງ​ຕໍ່​​ເຈົ້າ​ໜ້າ​ທີ່​ລັດຖະບານ​ກາງ.

ຄຳ​ຟ້ອງ​ຮ້ອງ​ທີ່ມີຂໍ້​ກ່າວ​ຫາຢູ່ 8 ກະ​ທົງ ​ແມ່ນ​ມີ​ຂຶ້ນເກືອບ 5 ເດືອນ​ຫຼັງ​ຈາກ ທ່ານລັ​ຟ​ທ໌ (Luft) ຜູ້ທີ່​ເກີດ​ຢູ່​ອິດ​ສຣາ​ແອລແລ້ວ​ປ່ຽນສັນ​ຊາດມາ​ເປັນພົນ​ລະ​ເມືອງ​ອາ​ເມ​ຣິ​ກັນໄດ້ຖືກ​ຈັບ​ຢູ່​ປະ​ເທດໄຊ​ປ​ຣັ​ສ ຍ້ອນ​ກ່ຽວ​ຂ້ອງ​ກັບຂໍ້ກ່າວ​ຫາດັ່ງ​ກ່າວ. ຕໍ່ມາລາວ ໄດ້ຫລົບໜີໄປຫລັງຈາກຖືກປະກັນຕົວໃຫ້​ອອກ​ຈາກຄຸກ​ ໃນຂະນະທີ່ລໍຖ້າການສົ່ງຕົວມາຍັງສະຫະລັດ ແລະຍັງບໍ່​ທັນຖືກຈັບໄດ້​ເທື່ອ.

(ພາບ​ໃນ​ແຟມ) ອະດີດຜູ້ອໍານວຍການຊີ​ໄອ​ເອ (CIA) ທ່ານ​ເຈມ​ສ໌ ວູ​ລ​ສ​ລີ (James Woolsey)

ກຸ່ມຄົ້ນຄ້ວາຂອງທ່ານລັ​ຟ​ທ໌ ຕັ້ງຢູ່ນອກນະ​ຄອນ​ຫລວງວໍຊິງຕັນ ທີ່ຮ່ວມກໍ່ຕັ້ງຂຶ້ນໂດຍອະດີດຜູ້ອໍານວຍການຊີ​ໄອ​ເອ (CIA) ທ່ານ​ເຈມ​ສ໌ ວູ​ລ​ສ​ລີ (James Woolsey) ແລະມື້​ລາງທ່ານ​ໂຣ​ເບີດ ແມັກ​ຟາ​ເລນ (Robert McFarlane) ຜູ້ທີ່ເປັນທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງອະດີດປະທານາທິບໍດີໂຣ​ໂນ​ລ໌ ຣີ​ແກນ (Ronald Reagan).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ