ຊາວ​ຈີນ 22 ຄົນ ຖືກກ່າວຫາ ວ່າ​ລັກ​ລອບ ​ສິນຄ້າ​ປອມ ​ເຂົ້າ​ມ​າຂາຍ ​ໃນ​ສະຫະລັດ

ພາບຖ່າຍໃນວັນທີ 12 ເມສາ 2018 ສະແດງໃຫ້ເຫັນວ່າ ສິນຄ້າທີ່ເປັນເຄື່ອງສໍາອາງປອມ ໄດ້ຖືກຍຶດໂດຍຕໍາຫລວດ ຢູ່ໃນເຂດຮ່ອມແຊນທີ (Santee) ໃນນະຄອນ Los Angeles ທີ່ມູນຄ່າ 700,000 ໂດລາ

ສານ​ລັດຖະບານ​ກາງ​ໃນ​ນະຄອນ​ນິວຢອກ ​ໄດ້​ກ່າວ​ຫາຜູ້​ນໍາສິນຄ້າຂາ​ເຂົ້າຊາວ​ຈີນ
22 ຄົນ ວ່າ​ລັກ​ລອບ​ສິນຄ້າ​ປອມ​ເຂົ້າ​ມ​າ​ໃນ​ສະຫະລັດຈາກ​ປະ​ເທດ​ຈີນ ໃນ​ມູນຄ່າ
ເກືອບຮອດເຄິ່ງຕື້​ໂດ​ລາ.

ບັນດາ​ສິນຄ້າ​ປອມ​ເຫລົ່ານີ້ ລວມທັງ​ເຄື່ອງ​ຂອງ​ທີ່​ຫລູຫລາ​ເຊັ່ນວ່າ ຖົງລູຍ ວີດ​ຕົງ, ​
ກະ​ເປົາໄມ​ໂຄ​ລ ຄອດສ໌ ​ແລະ​ນໍ້າ​ຫອມ​ຊາ​ແນ​ລ.

ຜູ້ກ່າວ​ຫາ​ຊາວ​ເອັດ​ຄົນ ​ໄດ້​ຖືກຈັບ​ກຸມແລ້ວໃນ​ວັນ​ພະຫັດ​ວານ​ນີ້.

ບັນດາ​ທະນາຍຄວາມຂອງສະຫະລັດ​ກ່າວ​ວ່າ ພວກ​ຕ້ອງ​ສົງ​ໄສຖືກກ່າວ​ຫາວ່າ ໄດ້
​ລັກ​ລອບ​ສິນຄ້າ​ປອມ​ໃນຈໍານວນຫລວງຫລາຍມາຈາກ​ປະ​ເທດ​ຈີນ ໄດຍໄດ້ເອົາ​ບັນ​ຈຸ
ໃສ່ໃນຄອນເທັນເນີໃຫຍ່ ແບບ​ປ​ອມ​ແປງ​ວ່າ ມັນ​ເປັນ​ຜະລິດ​ຕະພັນ​ທີ່​ຖືກຕ້ອງຕາມ
ກົດໝາຍ ​ແລະ​ໄດ້​ນຳ​ເຂົ້າ​ມາສູ່​ທ່າ​ເຮືອ​ໃນນະຄອນ​ນນິວ​ຢອກ ​ແລະ​ນິວ​ເຈີ​ຊີ.

ພວກ​ທີ່​ຖືກ​ກ່າວ​ຫາ ປະກົດວ່າມີເຈດຕະນາ​ທີ່​ຈະ​ຂາຍຜະລິດ​ຕະພັນ​ປອມເຫລົ່ານີ້ ຢູ່​
ທົ່ວ​ສະຫະລັດ ໃນ​ລາຄາທີ່ຂາຍຕາມທ້ອງຖະໜົນ ໃນມູນຄ່າ​ເກື​ອບຮອດ 500 ລ້ານ​
ໂດ​ລາ.

ພ້ອມໆກັບການຖືກກ່າວຫາວ່າ​ການ​ລັກລອບ ​ແລະ​ຂົນ​ສົ່ງ​ສິນ​ຄ້າ​ປອມນັ້ນ ບັນດາ​ຜູ້​
ຕ້ອງ​ສົ​ງ​ໄສ​ຍັງຖືກ​ກ່າວ​ຫາ​ວ່າໄດ້ທໍາ​ການ​ຟອກ​ເງິນ ​ແລະທໍາການຂີ້​ຕົວະ​ດ້ານເອົາ​ຄົນ
​ເຂົ້າ​ເມືອງຢ່າງຜິດກົດໝາຍອີກດ້ວຍ.

ຜູ້ຊ່ວຍລັດຖະມົນຕີກະຊວງ​ຍຸຕິ​ທໍາ ທ່ານ ໄບຣອັນ ເບນສ໌ໂຄສກີ ກ່າວວ່າ “ການລັກ
ລອບເອົາສິນຄ້າປອມເຂົ້າມາໃນສະຫະລັດຢ່າງຜິດກົດໝາຍ ເປັນໄພນາບຂູ່ຕໍ່ການ
ເຮັດທຸລະກິດແບບຊື່ສັດ. ກະຊວງຍຸຕິທໍາມີຄວາມມຸ້ງໝາຍ ທີ່​ຈະ​ເຮັດ​ໃຫ້ພວກ​ທີ່ຊອກ​
ຫາ​ທາງ​ສວຍ​ໃຊ້​ເຂດແດນ​ຂອງ​ພວກ​ເຮົາ ເພື່ອ​ລັກ​ລອບ​ສິນຄ້າ​ປອມມາ​ຂາຍ​ຢູ່ໃນຕະ
ຫຼາດ​ມືດ ຮັບເອົາຄວາມ​ຮັບຜິດຊອບ​ຕໍ່ບັນຫາດັ່ງກ່າວນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ