ສະຫະລັດ ສົ່ງກຳລັງ ໄປຍັງເຂດ ອາຟຣິກາກາງ

  • ໄພສານ ວໍຣະຈັກ

ນາຍ Joseph Kony ຜູ້ນຳຂອງພວກກະບົດກອງທັບຕໍ່ຕ້ານຂອງພະເຈົ້າ ຫຼື Lord's Resistance Army ພວມຕອບຄຳຖາມນັກຂ່າວ ລຸນຫຼັງການພົບປະກັບເຈົ້າໜ້າທີ່ສະຫະປະຊາຊາດ ໃນພາກໃຕ້ຊູດານ ໃນປີ 2006.

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ສົ່ງທະຫານອະເມຣິກັນ 100 ຄົນໄປຍັງ
ອາຟຣິກາກາງ ເພື່ອໃຫ້ການສະໜັບສະໜຸນຕໍ່ເຂດດັ່ງກ່າວໃນການສູ້ລົບກັບກຸ່ມກອງໂຈນທີ່
ຮູ້ກັນດີວ່າໄດ້ກໍ່ໂທດກຳຕ້ານພົນລະເຮືອນນັ້ນ.

ມີການກ່າວຫາວ່າ ພວກກະບົດທີ່ມີຊື່ວ່າກອງທັບຕໍ່ຕ້ານຂອງພະເຈົ້າແຫ່ງອູການດາພາຍ
ໃຕ້ການນຳພາຂອງນາຍ Joseph Kony ໄດ້ລັກພາໂຕພວກເດັກນ້ອຍ ທຳການຄາດຕະ ກຳແລະຂົ່ມຂືນສຳເລົາຢູ່ໃນອູການດາແລະບັນດາປະເທດເພື່ອນບ້ານ.

ປະທານາທິບໍດີໂອບາມາໄດ້ແຈ້ງໃຫ້ລັດຖະສະພາສະຫະລັດຊາບໃນຈົດໝາຍສະບັບນຶ່ງທີ່
ກ່າວວ່າ ທ່ານໄດ້ອະນຸຍາດໃຫ້ສົ່ງກຳລັງສູ້ລົບຂອງສະຫະລັດຈຸນຶ່ງໄປຍັງເຂດດັ່ງກ່າວເພື່ອ
ຊ່ອຍກຳຈັດນາຍ Kony ຈາກສະໜາມລົບ. ທ່ານເວົ້າວ່າທະຫານອະເມຣິກັນເຫຼົ່ານີ້ຈະບໍ່
ພົວພັນໃນການສູ້ລົບໂດຍກົງກັບພວກກະບົດຍົກເວັ້ນໃນການກໍລະນີປ້ອງກັນໂຕທໍ່ນັ້ນ.

ທະຫານອະເມຣິກັນຈຸທຳອິດຂອງຈຳນວນ 100 ຄົນໄດ້ເດີນທາງໄປເຖິງອູການດາໃນມື້
ວັນພຸດຜ່ານມານີ້. ທະຫານອະເມຣິກັນເຫຼົ່ານີ້ຈະເປັນຜູ້ໃຫ້ຂໍ້ມູນ ຄຳແນະນຳ ແລະການ
ຊ່ອຍເຫຼືອໃນອູການດາ ຊູດານໃຕ້ ສາທາລະນະລັດອາຟຣິກາກາງແລະສາທາລະນະລັດ
ປະຊາທິປະໄຕຄອງໂກ.

ມີການກ່າວຫາວ່າ ກຸ່ມກະບົດກອງທັບຕໍ່ຕ້ານຂອງພະເຈົ້າ ໄດ້ສັງຫານ ລັກພາໂຕແລະ
ຕັດແຂນຂາ ຫຼາຍສິບພັນຄົນ ໃນທົ່ວເຂດອາຟຣິກາກາງ ໃນລະຫວ່າງການກໍ່ຄວາມວຸ້ນ
ວາຍ ທີ່ເລີ່ມມາແຕ່ທ້າຍຊຸມປີ 1980. ສານອາຍານາໆຊາດຕ້ອງການໂຕນາຍ Kony
ມາດຳເນີນຄະດີໃນຂໍ້ຫາອາຊະຍາກອນສົງຄາມແລະກໍ່ໂທດກຳຕ້ານມະນຸດຊາດ.