ກໍາປັ່ນບັນທຸກເຮືອບິນ ສະຫະລັດ ແລະກໍາປັ່ນລົບເກົາຫຼີໃຕ້ ເລີ້ມການຊ້ອມລົບ ທ່າມກາງການຂົ່ມຂູ່ຈາກເກົາຫຼີເໜືອ

ກໍາປັ່ນບັນທຸກເຮືອບິນ USS Ronald Reagan ພ້ອມດ້ວຍກຸ່ມກໍາປັ່ນລົບ ເລີ້ມການຊ້ອມລົບ ກັບກໍາປັ່ນລົບຂອງເກົາຫຼີໃຕ້ ຢູ່ນອກຊາຍຝັ່ງທາງທິດຕາເວັນອອກຂອງແຫຼມເກົາຫຼີ, ວັນທີ 26 ກັນຍາ 2022.

ກຳ​ປັ່ນບັນທຸກເຮືອບິນຂອງສະຫະລັດ ພ້ອມດ້ວຍກຸ່ມ​ກຳ​ປັ່ນ​ສູ້​ລົບຂອງພວກເຂົາ ເຈົ້າ ໄດ້ພາກັນຝຶກຊ້ອມ ກັບກໍາປັ່ນລົບຂອງເກົາຫຼີໃຕ້ ຢູ່ນອກຊາຍຝັ່ງທາງທິດ ຕາເວັນອອກຂອງແຫຼມເກົາຫຼີໃນວັນຈັນມື້ນີ້ ເຊິ່ງເປັນຄັ້ງທໍາອິດໃນການຊ້ອມລົບຂອງພວກເຂົາໃນຮອບ 5 ປີ, ພຽງນຶ່ງມື້ ລຸນຫຼັງທີ່ເກົາຫຼີເໜືອທຳການຍິງທົດລອງລູກສອນໄຟແບບໄລຍະໃກ້ ເພື່ອເປັນການຕອບໂຕ້ ຕໍ່ການຝຶກຊ້ອມດັ່ງ ກ່າວ, ອີງຕາມລາຍງານຈາກອົງການຂ່າວ AP.

ເກົາຫຼີເໜືອ ອາດ​ທຳການທົດລອງອີກຫຼາຍໆຄັ້ງໃນອີກຫຼາຍມື້ຂ້າງໜ້ານີ້ ໃນລະ ຫວ່າງທີ່ພວກເຂົາມອງວ່າ ການຊ້ອມລົບລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ເປັນການຝຶກຊ້ອມເພື່ອຮຸກຮານ, ແລະມັກຈະເຄື່ອນໄຫວດ້ວຍການສະແດງອອກທາງອາວຸດຕ່າງໆ ທີ່ອອກແບບມາເພື່ອໂຈມ​ຕີສັດຕູຂອງພວກເຂົາ.

ຢູ່ໃນຖະແຫຼງການໄດ້ເປີດເຜີຍວ່າ ການຊ້ອມລົບ 4 ມື້ ແມ່ນມີເປົ້າໝາຍເພື່ອສະແດງໃຫ້ເຫັນເຖິງ “ການຕັດ​ສິນ​ໃຈ​ຢ່າງ​ແຂງ​ຂັນ​ເພື່ອ​ຕອບ​ໂຕ້ຕໍ່ການ​ທ້າ​ທາຍ​ເກາະ​ຜິດຈາກເກົາຫຼີເໜືອ” ຂອງບັນດາປະເທດພັນທະມິດ, ພ້ອມກັນນັ້ນກໍເພື່ອຍົກລະດັບຄວາມອາດສາມາດຂອງພວກເຂົາເຈົ້າ ໃນການປະຕິບັດງານທາງທະເລຮ່ວມກັນ.

ທະຫານສະຫະລັດ ກວດກາເບິ່ງເຮືອບິນຂັບໄລ່ F/A 18 Super Hornet ຢູ່ເທິງຊັ້ນດາດຟ້າຂອງກໍາປັ່ນບັນທຸກເຮືອບິນພະລັງງານນິວເຄລຍ USS Ronald Reagan ຢູ່ເມືອງບູຊານ, ເກົາຫຼີໃຕ້, ວັນທີ 23 ກັນຍາ 2022.

ອີງຕາມຖະແຫຼງການຂອງກອງທັບເຮືອສະ​ຫະ​ລັດເປີດເຜີຍວ່າ ກໍາປັ່ນລົບຂອງສະຫະລັດ ແລະເກົາຫຼີໃຕ້ຫຼາຍກວ່າ 20 ລໍາ, ລວມເຖິງ​ກຳ​ປັ່ນ​ບັນ​ທຸກເຮືອບິນ ພະລັງ​ງານນິວເຄລຍ USS Ronald Reagan, ​ກຳ​ປັ່ນລາດຕະເວນຂອງສະຫະລັດ​ແລະ​ເກົາ​ຫຼີ​ໃຕ້, ແລະເຮືືອພິຄາດຂອງສະຫະລັດ ກໍໄດ້ເຂົ້າ​ຮ່ວມ ໃນການຊ້ອມລົບດັ່ງກ່າວ. ຢູ່ໃນຖະແຫຼງການຍັງໄດ້ກ່າວອີກວ່າ ເຮືອບິນລົບອາຍພົ່ນຂອງສະຫະລັດ ແລະເກົາຫຼີໃຕ້ ພ້ອມດ້ວຍເຮລີຄອັບເຕີ້ ກໍຈະເຂົ້າຮ່ວມໃນການຝຶກຊ້ອມອີກດ້ວຍ.

ການຝຶກຊ້ອມດັ່ງກ່າວ ຈະເປັນການຊ້ອມລົບຮ່ວມກັນຄັ້ງທໍາອິດ​ຂອງ​ກຳ​ປັ່ນບັນທຸກເຮືອບິນ ຂອງສະຫະລັດ ໃກ້ກັບແຫຼມເກົາຫຼີ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ເມື່ອສະລັດຈັດສົ່ງກຳ​ປັ່ນ​ບັນ​ທຸກເຮືອບິນ 3 ລໍາ ​ຮວມ​ທັງ​ກຳ​ປັ່ນ​ບັນ​ທຸກເຮືອບິນ ຣີແກນ ສໍາລັບການຊ້ອມລົບກັບເກົາຫຼີໃຕ້ເພື່ອຮັບມືກັບການທົດລອງລູກສອນໄຟຂອງເກົາຫຼີເໜືອ. ນັບແຕ່ນັ້ນມາ, ປະເທດພັນທະມິດຕ່າງໆໄດ້ຍົກເລີກ ຫຼື ຫຼຸດ​ລະ​ດັບການຝຶກຊ້ອມ ທີ່ເປັນປົກກະຕິຂອງພວກເຂົາເຈົ້າລົງ ເພື່ອສະໜັບສະໜຸນການເຈລະຈາກ່ຽວກັບໂຄງການອາວຸດນິວເຄລຍທີ່​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ​ກັບເກົາຫຼີເໜືອ ຫຼື ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.

ກໍາປັ່ນບັນທຸກເຮືອບິນ USS Ronald Reagan ອອກຈາກທ່າກໍາປັ່ນໃນເມືອງບູຊານ, ເກົາຫຼີໃຕ້, ວັນທີ 26 ກັນຍາ 2022.

ອີງຕາມການຄາດຄະເນຂອງເກົາຫຼີໃຕ້ເປີດເຜີຍວ່າ ການຍິງລູກສອນໄຟຂອງເກົາຫຼີເໜືອໃນວັນອາທິດວານນີ້ ແມ່ນບິນໄປໄກເຖິງ 600 ກິໂລແມັດ ໃນລະ ດັບຄວາມສູງ 60 ກິໂລແມັດ ກ່ອນທີ່ມັນຈະຕົກລົງມາໃສ່​ທະ​ເລຢູ່ນອກຊາຍຝັ່ງທາງທິດຕາເວັນຕົກຂອງເກົາຫຼີເໜືອ. ນັກຊ່ຽວຊານບາງຄົນກ່າວວ່າ ເກົາຫຼີເໜືອ ອາດຈະຍິງລູກສອນໄຟ​ຂີ​ປະ​ນາ​ວຸດທີ່ມີຄວາມ​ສາ​ມາດທາງ​ດ້ານນິວເຄລຍ, ເຊິ່ງເປັນລູກສອນໄຟຂີປະນາວຸດທີ່ມີຄວາມແຮງສູງ ແລະບິນໄດ້ສູງເຖິງ 600 ກິໂລ ແມັດ, ແລະມີໄລຍະພຽງພໍໃນການໂຈມຕີທ່າກໍາປັ່ນຢູ່ທາງທິດຕາເວັນອອກສຽງໃຕ້ຂອງເກົາຫຼີໃຕ້ ເຊິ່ງເປັນບ່ອນທີ່ກໍາປັ່ນ​ບັນ​ທຸກເຮືອບິນ ຣີແກນ ໄດ້ຈອດທຽບທ່າຢູ່ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ