ບັນດາເຈົ້າໜ້າທີ່ເຢເມນ ກ່າວໃຫ້ຮູ້ໃນຕອນແລງວັນເສົາວານນີ້ວ່າ ພວກເຂົາເຈົ້າໄດ້ຈັບກຸມ
ແມ່ຂອງນັກສຶກສາຍິງຄົນນຶ່ງ ທີ່ໄດ້ຖືກກັກໂຕໄວ້ແລ້ວ ໃນຖານມີສ່ວນພົວພັນກັບການສົ່ງ
ລະເບີດແຮງສູງ 2 ລູກໄປທາງເຮືອບິນບັນທຸກ ສິນຄ້າລໍານຶ່ງ ທີ່ມຸ້ງໜ້າໄປຍັງສະຫະລັດນັ້ນ.
ປະທານາທິບໍດີ Ali Abdullah Saleh ແຫ່ງເຢເມນ ໄດ້ກ່າວໃຫ້ຮູ້ວ່າລູກສາວຂອງແມ່ຍິງ
ຄົນນີ້ ໄດ້ຖືກຈັບກຸມດ້ວຍການຊ່ອຍເຫລືອຂອງຂ່າວລັບຈາກບັນດາເຈົ້າໜ້າທີ່ສະຫະລັດ ທີ່
ໄດ້ແຈ້ງໃຫ້ທາງເຢເມນ ຊາບວ່າ ຜູ້ຕ້ອງສົງໄສຄົນນີ້ ຊື່ນາງ Hanan al Samawi ອາຍຸ
22 ປີ ເປັນນັກສຶກສາມະຫາວິທະຍາໄລ Sana’a ແລະອາໄສຢູ່ໃນຄຸ້ມນຶ່ງທີ່ທຸກຈົນທີ່ສຸດໃນ ນະຄອນຫລວງ Sana’a ນັ້ນ.
ທະນາຍຄວາມຂອງນາງເວົ້າວ່າ ທາງເຈົ້າໜ້າທີ່ສາມາດສືບໄດ້ວ່າ ນາງເປັນຜູ້ສົ່ງຫໍ່ວັດຖຸ
ລະເບີດເຫລົ່ານັ້ນຈາກໃບບິລຈ່າຍເງິນຄ່າສົ່ງ ແຕ່ເຂົາເຈົ້າກ່າວວ່າ ນາງອາດໄດ້ຖືກຫລອກ ໃຫ້ເປັນຄົນສົ່ງຫໍ່ເຫລົ່ານັ້ນໄປ ກໍເປັນໄດ້.
ໄດ້ມີການພົບເຫັນຫໍ່ຂອງເຫລົ່ານັ້ນໃນວັນສຸກຜ່ານມາ ຢູ່ສະໜາມບິນ ໃນປະເທດອັງກິດ
ແລະສະຫະລັດອາຣັບເອມິເຣດສ໌. ປ້າຍຢູ່ເທິງຫໍ່ ບອກວ່າ ສົ່ງໄປຍັງໂບດຊາວຍິວສອງແຫ່ງ ທີ່ນະຄອນ Chicago ລັດ ອິລລີນອຍສ໌.
ເຈົ້າໜ້າທີ່ສະຫະລັດເວົ້າວ່າ ແຜນການໂຈມຕີທີ່ວ່ານີ້ ແມ່ນສໍ່ສະແດງຍີ່ຫໍ້ຜົນງານຂອງພວກ ອາລ ເກອີດາ.