ສຫລ ຈັບກຸມ ຜູ້ຕ້ອງສົງໄສ ໂຈມຕີ ກົງສຸນ ຢູ່ Benghazi ໄດ້ແລ້ວ (ວີດີໂອ)

Your browser doesn’t support HTML5

ສະ​ລັດ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ​ທີ່​ສຳຄັນ​ຄົນ​ນຶ່ງ ​ໃນ​ການ​ໂຈມ​ຕີ
​ສະຖານກົງສຸນ​ສະຫະລັດ​ທີ່​ເມືອງ Benghazi ປະເທດ​ລີ​ເບຍ
​ໃນ​ປີ 2012 ທີ່​ໄດ້​ສັງຫານ ​ເອກ​ອັກຄະ​ລັດຖະທູດ​ ຂອງ​ສະຫະ
ລັດ ທ່ານ Christopher Stevens ​ແລະ​ຄົນ​ອະ​ເມຣິກັນ​ອື່ນໆ
ອີກ 3 ຄົນ​ນັ້ນ.

​ໃນ​ວັນ​ອັງຄານ​ວານ​ນີ້ ທຳນຽບຫ້າ​ແຈ ກ່າວ​ວ່າ ໜ່ວຍ​ປະຕິບັດ​
ງານ​ພິ​ເສດ ​ໄດ້​ຈັບ​ກຸມ​ນາຍ Ahmed Abu Khatallah ​ໃນ​
ວັນ​ອາທິດ​ຜ່ານ​ມາ​ນີ້ ຢູ່​ໃກ້ໆ​ກັບ​ເມືອງ Benghazi. ມີ​ລາຍ​
ງານ​ວ່າ ຜູ້ກ່ຽວ​ໄດ້​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ເຮືອ​ກອງທັບ​ເຮືອ​ຂອງ​
ສະຫະລັດເພື່ອ​ທຳ​ການ​ສອບ​ປາກຄຳ ​ແລະ​ຈະ​ຖືກ​ສົ່ງມາ​ຍັງ​ສະຫະລັດ ​ເພື່ອ​ດຳ​ເນີນ​ຄະດີ​
ໃນ​ສານ​ພົນລະ​ເຮືອນ ໃນ​ຂໍ້​ຫາ​ຖານ​ທຳ​ການ​ຄາດ​ຕະກຳ​ນັ້ນ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໄດ້​ອະນຸຍາດ​ໃຫ້​ທຳ​ການ​ປະຕິບັດ
​ງານ​ດັ່ງກ່າວ ​ເພື່ອ​ຈັບ​ກຸມ​ນາຍ Khatallah ນີ້ ​ແລະ​ກ່າວ​ຕື່ມ​ວ່າ ຜູ້​ຕ້ອງສົງ​ໄສ​ວ່າ​
ເປັນ​ຜູ້​ກໍ່​ການ​ຮ້າຍ “ບັດ​ນີ້​ຈະ​ປະ​ເຊີນ​ກັບ​ການ​ດຳ​ເນີນ​ຂັ້ນ​ຕອນ​ຂອງ​ລະ​ບົບ
ຍຸຕິ​ທຳ​ຂອງ​ອະ​ເມຣິກັນ​ຢ່າງ​ເຕັມ​ສ່ວນ.”


ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ຊຶ່ງ​
ເວລາ​ນັ້ນ​ເປັນ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ​ໃນ​ຕອນການ​ໂຈມ​ຕີທີ່​ເມືອງ
Benghazi ​ເກີດ​ຂຶ້ນ​ນັ້ນ ກ່າວ​ຜ່ານ​ຕາໜ່າງ ໂທລະພາບ CNN ວ່າ ທ່ານ​ນາງ​ຍັງ​
ກຳລັງ​ຊອກ​ຫາ​ຄຳ​ຕອບ​ຢູ່ ​ໂດຍ​ເອີ້ນ​ເຫດການ​ດັ່ງກ່າວ​ວ່າ “​ເປັນ​ຊ່ວງ​ເວລາ​ທີ່​ສັບ
ສົນແລະ​ຫຍຸ້ງຍາກ.”

ທ່ານ​ນາງ Hillary ກ່າວ​ຕື່ມ​ວ່າ ທ່ານ​ນາງ​ຫວັງ​ວ່າ ການ​ຈັບ​ກຸມ​ນາຍ Khatallah
ຈະ​ຕອບ​ຄຳ​ຖາມ​ຕ່າງໆ​ເຫຼົ່າ​ນີ້ ​ແລະ​ວ່າ​ໃຜ​ຢູ່​ເບື້ອງ​ຫຼັງ​ຂອງ ການ​ໂຈມ​ຕີ ​ແລະ​ເຫດ
​ຈູງ​ໃຈ​ນັ້ນແມ່ນ​ຫຍັງ.