ເຈົ້າໜ້າທີ່ຕຳຫຼວດ ຖືກຕັດສິນບໍ່ມີຄວາມຜິດ ໃນການຍິງຄົນຕາຍ ຢູ່ຫໍລັດຖະສະພາ ໃນລະຫວ່າງ ການກໍ່ຈະລາຈົນ ວັນທີ 6 ມັງກອນ

ກຸ່ມຂອງຜູ້ສະໜັບສະໜູນອະດີດປະທານາທິບໍດີ ດໍໂນລ ທຣຳ ຕໍ່ສູ້ກັບເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຢູ່ປະຕູທີ່ພວກເຂົາໄດ້ພັງມັນ ໃນຂະນະທີ່ພວກເຂົາບຸກເຂົ້າໄປໃນຕຶກຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2021.

ການສືບສວນພາຍໃນ ຕຳຫຼວດຫໍລັດຖະສະພາ ສະຫະລັດ ໄດ້ຕັດສິນບໍ່ເອົາຄວາມຜິດຕໍ່ເຈົ້າໜ້າທີ່ຄົນນຶ່ງຂອງເຂົາເຈົ້າໃນການຍິງແມ່ຍິງຄົນນຶ່ງເສຍຊີວິດຢູ່ໃນຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນ ທີ່ຜ່ານມາ ໃນຂະນະທີ່ນາງ ແລະ ຜູ້ສະໜັບສະໜູນອະດີດປະທານາທິບໍດີ ດໍໂນລ ທຣຳ ຫຼາຍຮ້ອຍຄົນໄດ້ພະຍາຍາມທີ່ຈະຢຸດບັນດາສະມາຊິກສະພາບໍ່ໃຫ້ຢັ້ງຢືນວ່າ ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ເອົາຊະນະທ່ານ ທຣຳ ໃນການເລືອກຕັ້ງຂອງເດືອນພະຈິກປີກາຍນີ້.

ເມື່ອເດືອນເມສາທີ່ຜ່ານມາ, ບັນດາເຈົ້າໜ້າທີ່ລັດຖະບານກາງໄດ້ກ່າວວ່າ ເຂົາເຈົ້າບໍ່ສາມາດຕັ້ງຂໍ້ຫາຕໍ່ເຈົ້າໜ້າທີ່ຄົນດັ່ງກ່າວໄດ້, ຜູ້ທີ່ບໍ່ເຄີຍຖືກລະບຸຕົວຕໍ່ສາທາລະນະ, ໃນການຍິງນາງ ແອສລີ ແບບບິດ (Ashli Babbitt), ອາຍຸ 35 ປີ, ອະດີດທະຫານອາກາດທີ່ໄດ້ຮັບຫຼຽນລາງວັນ ຜູ້ຊຶ່ງໃນບໍ່ເທົ່າໃດປີຜ່ານມາໄດ້ກາຍເປັນຜູ້ສະໜັບສະໜູນທີ່ຈົງຮັກພັກດີຕໍ່ທ່ານ ທຣຳ.

ໃນວັນຈັນວານນີ້, ອົງການຕຳຫຼວດທີ່ຮັບຜິດຊອບສຳລັບຄາມປອດໄພຢູ່ຫໍລັດຖະສະພາໄດ້ກ່າວວ່າ ເຂົາເຈົ້າກໍບໍ່ໄດ້ເອົາຄວາມຜິດຕໍ່ເຈົ້າໜ້າທີ່ຄົນດັ່ງກ່າວເຊັ່ນກັນ.

ເຈົ້າໜ້າທີ່ຄົນນັ້ນໄດ້ຍິງນາງ ແບບບິດ ບໍ່ດົນຫຼັງຈາກພວກກໍ່ຈະລາຈົນຄົນອື່ນໆທີ່ຢູ່ໃກ້ຄຽງໄດ້ທຸບປະຕູແກ້ວພຽງບໍ່ເທົ່າໃດກ້າວຈາກສະພາຕໍ່າ ໃນຂະນະທີ່ບັນດາສະມາຊິກສະພາໄດ້ຟ້າວພາກັນໄປຫາບ່ອນລີ້ໄພ ເວລາທີ່ເຂົາເຈົ້າຮູ້ວ່າພວກກໍ່ຈະລາຈົນໄດ້ບຸກຜ່ານການຮັກສາຄວາມປອດໄພຢູ່ຕຶກນັ້ນໃນເວລາທີ່ເຂົາເຈົ້າຢູ່ໃນຂັ້ນຕອນທຳອິດຂອງການຢັ້ງຢືນໄຊຊະນະຂອງທ່ານ ໄບເດັນ.

ໃນຖະແຫຼງການສະບັບນຶ່ງ, ຕຳຫຼວດຫໍລັດຖະສະພາ ໄດ້ກ່າວວ່າຫ້ອງການຄວາມຮັບຜິດຊອບຢ່າງມືອາຊີບ “ໄດ້ພິຈາລະນາວ່າການກະທຳຂອງເຈົ້າໜ້າທີ່ຄົນດັ່ງກ່າວແມ່ນຖືກຕ້ອງຕາມກົດໝາຍ ແລະ ຢູ່ໃນນະໂຍບາຍຂອງພະແນກ, ເຊິ່ງເວົ້າວ່າເຈົ້າໜ້າທີ່ສາມາດໃຊ້ກຳລັງເຖິງແກ່ຊີວິດໃນເວ ລາທີ່ເຈົ້າໜ້າທີ່ຄົນດັ່ງກ່າວມີຄວາມເຊື່ອຢ່າງມີເຫດຜົນວ່າ ການກະທຳນັ້ນແມ່ນການປ້ອງກັນຊີວິດ ຂອງມະນຸດ, ລວມທັງຊີວິດຂອງເຈົ້າໜ້າທີ່ຄົນນັ້ນເອງ, ຫຼື ໃນການປ້ອງກັນຄົນໃດທີ່ມີອັນຕະລາຍຈາກການໄດ້ຮັບບາດເຈັບສາຫັດທາງຫ່າງກາຍ.”

ອົງການຕຳຫຼວດນັ້ນ ໄດ້ກ່າວວ່າ ໃນການຈະລາຈົນຂອງວັນທີ 6 ມັງກອນ, “ເຈົ້າໜ້າທີ່ຄົນດັ່ງກ່າວໃນກໍລະນີນີ້ອາດໄດ້ຊ່ວຍຊີວິດຂອງບັນດາສະມາຊິກສະພາ ແລະ ພະນັກງານຈາກການໄດ້ຮັບບາດເຈັບສາຫັດ ແລະ ອາດເສຍຊີວິດດ້ວຍຝີມືຝູງພວກກໍ່ຈະລາຈົນຂະໜາດໃຫຍ່ ຜູ້ທີ່ໄດ້ດັນເຂົ້າໄປໃນຫໍລັດຖະສະພາ ສະຫະລັດ ແລະ ຫ້ອງຂອງສະພາຕໍ່າ ບ່ອນທີ່ບັນດາສະມາຊິກສະພາ ແລະ ພະນັກງານ “ແມ່ນຢູ່ບໍ່ໄກນັ້ນ.”

ການທົບທວນໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ໄດ້ຕັນຫ້ອງພັກແຂກຢູ່ນອກສະພາຕໍ່າ “ດ້ວຍເຄື່ອງເຟີນິເຈີ ກ່ອນທີ່ພວກກໍ່ຈະລາຈົນໄດ້ທຸບແກ້ວປະຕູແຕກ. ຖ້າປະຕູຖືກພັງເຂົ້າໄປ, ພວກກໍ່ຈະລາຈົນຈະເຂົ້າຫາຫ້ອງສະພາຕໍ່າໄດ້ໃນທັນທີ.​ ການກະທຳຂອງເຈົ້າໜ້າທີ່ຄົນດັ່ງກ່າວແມ່ນສອດຄ່ອງກັບການຝຶກຊ້ອມຂອງຕຳຫຼວດ ແລະ ນະໂຍບາຍ ແລະ ລະບຽບການຂອງຕຳຫຼວດຫໍລັດຖະສະພາ ສະຫະ ລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ