ຜູ້ມີ ຄະແນນສຽງຕໍ່າ ຖືກຕັດ ອອກຈາກ ການໂຕ້ວາທີ ທີ່ສຳຄັນ ຂອງພັກ Republican

ຜູ້ສະໝັກເລືອກຕັ້ງເປັນ ປະທານາທິບໍດີ ສະຫະລັດ ທ່ານ Christie ຜູ້ປົກຄອງລັດ New Jersey ກຳລັງຕອບຄຳຖາມ.

ສັບປະດາ​ໜ້າ​ນີ້ ຊຶ່ງຢູ່ໃນ​ຊ່ວງເວລາອັນເໝາະ​ສົມ​ທີ່​ສຸດ ຂອງ​
ການ​ໂຕ້​ວາ​ທີ​ ຂອງບັນດາຜູ້​ສະມັກ​ເປັນປະທານ​າ​ທິບໍດີ ສະຫະ
ຣັດ ຈາກພັກ​ຣີພັບ​ລິກກັນ ຈະ​ສະ​ເໜີ​ຜູ້​ເຂົ້າ​ສະໝັກ​ໜ້ອຍ​ກວ່າ
ການ​ໂຕ້​ວາ​ທີ​ຄັ້ງ​ກ່ອນ ຊຶ່ງມີ​ແຕ່​ແປດ​ຄົນ ​ແທນ​ທີ່ ຈະເປັນ
10 ຄົນ.

​ແປດ​ຄົນຈະ​ຢູ່​ເທິງ​ເວ​ທີ Fox Business Network ຈະ​ມີ​ມະ
ຫາ​ເສດຖີ ອະສັງຫາລິມະ​ຊັບ ທ່ານ Donald Trump ດ​ຣ.
ຜ່າຕັດ​ສະໝອງ ​ອອກກິນ​ເບ້ຍບໍ​ານານ ທ່ານ Ben Carson
ສະມາຊິກ​ສະພາ​ສູງ Marco Rubio ຈາກ​ລັດ Florida ສະ
ມາຊິກ​ສະພາ​ສູງ Ted Cruz ຈາກ​ລັດ Texas ​ອະດີດ​ຜູ້​ປົກ
ຄອງ​ລັດ Florida ທ່ານ Jeb Bush ​ອະດີດຫົວໜ້າ​ບໍ​ບິ​ຫານ​ບໍລິສັດ Hewlett Packard
ທ່ານ​ນາງ Carly Fiorina ຜູ້​ປົກຄອງ​ລັດ Ohio ທ່ນ John Kasich ​ແລະ ສະມາຊິກ​
ສະພາ​ສູງ ລັດ Kentucky ທ່ານ Rand Paul.

​ໃນ​ຂະນະດຽວ​ກັບ ຜູ້​ປົກ​ຄອງ​ລັດ New Jersey ທ່ານ​ Christie ​ແລະ​ອະດີດ ຜູ້​ປົກຄອງ​ລັດ Arkansas ທ່ານ Mike Huckabee ຜູ້​ທີ່​ໄດ້​ຢູ່​ເທິງ​ເວທີ​ສອງ​ຄັ້ງ ຂອງ​ການ​ໂຕ້​ວ່າ​ທີ​ສາມ​ເທື່ີອ ​ໄດ້​ຖືກ​ຊຸກ​ອອກ​ໄປ​ອັນ​ທີ່​ຮ້ອງ​ວ່າ ການ​ໂຕ້​ວາ​ທີ

“ມີ​ຄະ​ແນນ​ໜ້ອຍ.”

​ໃນ​ການຈະ​ມີ​ສິດ​ເຂົ້າ​ຮວມ​ໂຕ້​ວາ​ທີ ບັນດາ​ຜູ້​ສະໝັກ​ຕ້ອງ​ໄດ້​ຄະ​ແນນ​ສະ​ເລຍ​ຢ່າງ​ໜ້ອຍ 2.5 ​ເປີ​ເຊັນ​ຈາກການ​ສະໜັບສະໜູນ ​ໃນ​ການ​ຢັ່ງ​ສຽງ​ແຫ່ງ​ຊາດ​ຫວ່າງ​ມໍ່ໆ​ມານີ້ຈົ ນ​ຮອດ​ວັນ​ທີ່ 4 ​ເດືອນ​ພະຈິກ ​ໃນ​ຂະນະທີ່​ຜູ້​ສະມັກທີ່ມີ “ຄະ​ແນ​ນໜ້ອຍ” ຕ້ອງ​ໄດ້​ທຳ​ຄະ​ແນນ​ຢ່າງໜ້ອຍ​ໜຶ່ງເປີ​ເຊັນ ຢູ່​ໃນ​ການ​ໂຕ້​ວາທີ​ໃດໆ ຂອງ​ການ​ຢັ່ງ​ສຽງ​ຫວ່າງ​ມໍ່ໆ​ມາ​ນີ້.

ທ່ານ Christie ​ແລະ ທ່ານ Huckabee ຈະ​ຮ່ວມຢູ່​ເທິງ​ເວທີ​ກັບ ຜູ້​ປົກຄອງ​ລັດ Louisiana ທ່ານ Bobby Jindal ​ແລະ​ອະດີດ ສະມາຊິກ​ສະພາ​ສູງ ທ່ານ Rick Santorum.

ຫລັງ​ຈາກ​ການ​ປະກາດ​ລາຍ​ຊື່ ຕໍ່​ມາ​ໜ້ອຍ​ໜຶ່ງ ທ່ານ Christie ໄດ້ Tweeted ​ວ່າ “​ເວ​ທີ
​ບໍ່​ເປັນ​ທີ່​ສຳ​ຄັນ ​ເອົາ​ສະຖານ​ທີ່​ໃຫ້​ຂ້າ​ພະ​ເຈົ້າ ​ແລະ​ຂ້າພະ​ເຈົ້າ​ຈະ​ໄປ​ທີ່​ນັ້ນ ​ເ​ພື່ອກ່າວ
​ເຖິງເລື້ອງ​ສຳຄັນ.”