ກອງທັບເຮືອ ສະຫະລັດ ແລະ ກຳປູເຈຍ ຮ່ວມກັນ ຊ້ອມຮົບ ໃນອ່າວ ໄທ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ກອງທັບ​ເຮືອສະຫະລັດ ໄດ້ສົ່ງໜຶ່ງໃນກຳປັ່ນທີ່ໃໝ່ທີ່ສຸດ ແລະ ກໍ ທັນສະໄໝທີ່ ສຸດໄປປະເທດ ກຳປູເຈຍ ເພື່ອ​ເຂົ້າຮ່ວມການຊ້ອມ ຮົບທາງ​ທະ​ເລໃນອ່າວໄທ. ​ການ ​ແລ່ນຮຽງຂ້າງກັນ ກັບກຳປັ່ນຂອງ ກຳປູເຈຍ ລູກເຮືອຂອງກຳປັ່ນ USS Fort Worth ແມ່ນກຳລັງປະ ຕິບັດການຝຶກຊ້ອມຮ່ວມທາງດ້ານການທະຫານ ທີ່ຈະຊ່ວຍ​ເສີມ ສ້າງສາຍພົວພັນ ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້. ຜູ້ສື່ ຂ່າວ David Boyle ມີລາຍງານສຳລັບວີໂອເອ ຈາກແຂວງ ເພຣຍ ສີຫານຸກ ປະເທດ ກຳປູເຈຍເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

Your browser doesn’t support HTML5

ຟັງລາຍງານ ກອງທັບເຮືອ ສະຫະລັດ ແລະ ກຳປູເຈຍ ຮ່ວມກັນ ຊ້ອມຮົບ ໃນອ່າວ ໄທ

ໃນອ່າວໄທ, ເຈົ້າໜ້າທີ່ກອງທັບເຮືອ ສະຫະລັດ ແລະ ກຳປູເຈຍ ກະກຽມທີ່ຈະ​ໂຈມ​ຕີເປົ້າໝາຍ ທີ່ມີຊື່ຫຼິ້ນວ່າ ໝາກເລັ່ນນັກຂ້າ ຫຼື Killer Tomato.

ການຝຶກຊ້ອມຍິງ​ໂດຍ​ໃຊ້​ລູກປືນແທ້ແມ່ນສ່ວນໜຶ່ງຂອງໂຄງການໆຮ່ວມມື ກຽມພ້ອມທາງເຮືອ ແລະ ການຝຶກຊ້ອມຂອງທະຫານເຮືອ ສະຫະລັດ ທີ່​ເອີ້ນວ່າ CARAT, ເຊິ່ງຈັດຂຶ້ນໃນປີນີ້ເປັນ ຄັ້ງທີ 6 ກັບ ກຳປູເຈຍ.

ໂຄງການ CARAT ແມ່ນໄດ້ອອກແບບມາເພື່ອຮອງຮັບກັບຄວາມສາມາດຂອງ ສະຫະລັດ ທີ່ ເປັນຄູ່ຮ່ວມກັບທະຫານເຮືອຂອງປະເທດອື່ນ ເພື່ອຕໍ່ສູ້ກັບໄພຂົ່ມຂູ່ ທາງນ້ຳ ແລະ ສະໜອງ ການຊ່ວຍເຫຼືອສຸກເສີນຫຼັງຈາກ​ເກີດໄພພິບັດທຳມະຊາດ.

ແລະ ເຖິງແມ່ນວ່າຝ່າຍໃດຝ່າຍໜຶ່ງຈະເວົ້າກ່ຽວກັບມັນໂດຍກົງ, ມັນກໍຍັງຊ່ວຍໃຫ້ ສະຫະລັດ ພັດທະນາແຜນຍຸດທະສາດການເປັນພັນທະມິດກັນ ໃນໜ້ານ້ຳບ່ອນ ທີ່ມີຄວາມເຄັ່ງຕຶງກັບ ຈີນ ​ໃນທະເລຈີນໃຕ້ ເພີ່ມສູງຂຶ້ນນັ້ນ.

ພົນເຮືອຈັດຕະວາ H.B. Le ທີ່​ບັງຄັບ​ເຮືອພິຄາດກຸ່ມ​ທີ 7 ກ່າວວ່າ “ຂ້າພະເຈົ້າ ຄິດວ່າສາຍ ພົວແມ່ນສາເຫດທີ່ເຮັດໃຫ້ພວກເຮົາມາຢູ່ທີ່ນີ້. ສ່ວນໃຫຍ່ຂອງ ສາເຫດທີ່ເຮືອພິຄາດກຸ່ມ​ທີ 7 ໄດ້ຖືກສົ່ງມາພາກພື້ນເອເຊຍປາຊີຟິກ, ດັ່ງນັ້ນ ພວກເຮົາຈິ່ງສາມາດພັດທະນາແຜນຍຸດ ທະສາດສາຍພົວພັນພວກນີ້ ກັບປະ ເທດທີ່ມີຄວາມສຳຄັນໆຢູ່ໃນພາກພື້ນ.”

ຮ້ອຍໂທ Joshua Root ແມ່ນທະນາຍຄວາມ ຂອງ​ກອງທັບ​ເຮືອສະຫະລັດ ໄດ້ໃຊ້ຄວາມຖະ ໜັດໃນການໃຊ້ພາສາຂະເໝນ ທີ່ລາວໄດ້ຮຽນມາໃນອົງການ​ອາສາ​ສະ ໝັກ​ເພື່ອສັນຕິພາບ ເຮັດໃຫ້ການສື່ສານກັນດຳເນີນໄປດ້ວຍຄວາມ ນິ້ມນວນ.

ຮ້ອຍໂທ Joshua Root ກ່າວວ່າ “ກອງທັບເຮືອ ສະຫະລັດ ຕ້ອງເຮັດວຽກກັບ ກອງທັບເຮືອ ຫຼາຍປະເທດ ແລະ ເບິ່ງວິທີຂອງວັດທະນະທຳອື່ນບັນລຸເປົ້າ ໝາຍ, ເປັນອີກທາງໜຶ່ງຂອງ ການສື່ສານກັນ, ມັນມີຄວາມສຳຄັນຫຼາຍສຳລັບ ກອງທັບເຮືອ ສະຫະລັດ ເພື່ອ​ໃຫ້ມີປະສິດ ທິຜົນເພາະວ່າ ພວກເຮົາປະຕິບັດ ການກັບຫຼາຍປະເທດຫຼາຍຄັ້ງມາ​ແລ້ວ, ການປະຕິບັດ ການຂອງອົງການ ສະຫະປະຊາຊາດ, ເຊິ່ງມັນມີຄວາມສຳຄັນ, ມັນບໍ່ແມ່ນສິ່ງທີ່ເປັນໄປ ໃນທາງ ດຽວເລີຍ.”

ຮ້ອຍເອກທະຫານ​ເຮືອ In Sokhemra, ຜູ້ບັນຊາການເຮືອລາດຕະເວນໜ່ວຍທີ 6 ກຳປູ​ເຈຍ ກ່າວວ່າ “ໃນເວລາທີ່ທະຫານ ອາເມຣິກາ ມາ, ທຳອິດພວກເຮົາບໍ່ ໄດ້ເຂົ້າໃຈແນວຄິດຂອງ ພວກເຂົາເຈົ້າ. ແຕ່ວ່າຕອນນີ້ ພວກເຮົາເຂົ້າໃຈມັນ ແລະ ມັນເຮັດໃຫ້ການສື່ສານນຳພວກ ເຂົາເຈົ້າງ່າຍຂຶ້ນ.”

​ໃນ​ການເດີນທາງໄປກັບ ເຮືອລາດຕະເວນປະເພດ Stenka ສະໄໝ ໂຊວຽດ ສອງລຳຂອງ ກຳປູເຈຍ, ສະຫະລັດ ໄດ້ສົ່ງກຳປັ່ນທີ່ໃໝ່ທີ່ສຸດຂອງຕົນ, ກຳປັ່ນ ປະເພດປະຕິບັດການໃກ້ຝັ່ງ USS Fort Worth ​ໄປ​ຮ່ວມ ໃນຂະນະທີ່ ສະຫະລັດ ພະຍາຍາມທີ່ຈະສ້າງຄູ່​ຮ່ວມ​ງານທີ່ແຂງ ແກ່ນຂຶ້ນຢູ່ໃນພາກພື້ນ, ເຮືອພວກນີ້, ເຊິ່ງເໝາະສົມໂດຍສະເພາະກັບໜ້ານ້ຳ ເອເຊຍຕາເວັນ ສຽງໃຕ້ ພ້ອມດ້ວຍເຮືອທີ່​ກິນ​ນ້ຳຕື້ນຂອງພວກເຂົາເຈົ້າ, ແມ່ນຄາດວ່າຈະແບກຮັບບົດ ບາດທີ່​ເພີ້ມເພີ່ມທະວີຂຶ້ນ.