ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃນວັນພະຫັດມື້ນີ້ໄດ້ຮຽກຮ້ອງໃຫ້ທຸກໆ
ປະເທດ ຈົ່ງປະເຊີນໜ້າກັບໄພຂົ່ມຂູ່ທີ່ວາງໂດຍເກົາຫລີເໜືອ ແລະສະແດງອອກມາ
ໃຫ້ເຫັນຢ່າງເປີດເຜີຍແກ່ປະເທດດັ່ງກ່າວວ່າ “ຈະມີຜົນທີ່ຈະຕິດຕາມມາ ມນການ
ປະພຶດທີ່ບໍ່ດີຂອງເຂົາເຈົ້າ.”
ໃນການຖະແຫລງລະຫວ່າງການຢ້ຽມຢາມໂປແລນນັ້ນ ປະທານາທິບໍດີ ທຣໍາ ກ່າວ
ວ່າ ບໍ່ແມ່ນໂຕທ່ານເອງທີ່ຈະຂີດເສັ້ນແດງ ຫລືເວົ້າກ່ຽວກັບແຜນຂອງທ່ານ ແຕ່ວ່າມີ
“ມີມາດຕະການທີ່ຮ້າຍແຮງຈຳນວນນຶ່ງ” ທີ່ທ່ານກຳລັງຄຸ່ນຄິດຢູ່. ທ່ານບໍ່ໄດ້ບັນລະ
ອຽດຫຍັງຕື່ມອີກ.
ໃນວັນພຸດວານນີ້ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດ ທ່ານ
ນາງ Nikki Haley ກ່າວຕໍ່ບັນດາສະມາຊິກສະພາຄວາມໝັ້ນຄົງວ່າ ສະຫະລັດ ກຳ
ລັງກະກຽມ ທີ່ຈະໃຊ້ວິທີການທາງທະຫານ ເພື່ອປ້ອງກັນໄພຂົ່ມຂູ່ ຈາກການຍິງລູກ
ສອນໄຟຂີປະນາວຸດ ຂ້າມທະວີບ ໂດຍເກົາຫລີເໜືອ. ແຕ່ທ່ານນາງກ່າວວ່າ ມັນຈະ
ດີທີ່ສຸດທີ່ຈະພະຍາຍາມແກ້ໄຂວິກິດການຜ່ານທາງການທູດແລະມາດຕະການທາງ
ດ້ານເສດຖະກິດ.
Your browser doesn’t support HTML5
'We Must Do More,' Haley Tells U.N.
ທ່ານນາງ Haley ກ່າວວ່າ ສະຫະລັດ ກຳລັງກະກຽມປ້ອງກັນໂຕ ແລະບັນດາພັນ
ທະມິດ. “ນຶ່ງໃນຄວາມສາມາດຂອງພວກເຮົາ ແມ່ນກາງຕໍ່ກຳລັງທະຫານທີ່ເກັ່ງກ້າ
ຂອງພວກເຮົາ." ສະຫະລັດ ມີກຳລັງຖະຫານຢູ່ໃນເກົາຫລີໃຕ້ 28,500 ຄົນ ແລະ
ປະມານ 50,000 ຄົນຢູ່ໃນຍີ່ປຸ່ນ.
ທ່ານນາງ Haley ກ່າວຕໍ່ບັນດາສະມາຊິກສະພາຄວາມໝັ້ນຄົງຢູ່ໃນກອງປະຊຸມສຸກ
ເສີນໃນວັນພຸດວານນີ້ວ່າ “ພວກເຮົາຈະນຳໃຊ້ເຂົາເຈົ້າ ຖ້າພວກເຮົາຕ້ອງເຮັດ ແຕ່
ພວກເຮົາຢາກຈະກ້າວໄປໃນທິດທາງດັ່ງກ່າວ.”
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ມີປະຕິກິລິຍາກັບ ບັນດານັກວິທະຍາສາດ ແລະຜູ້ຊ່ຽວຊານ ຫໍລັງຈາກການທົດລອງຍິງລູກສອນໄຟຂີປະນາວຸດຂ້າມທະວີບ.
ເກົາຫລີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ ICBM ເປັນເທື່ອທຳອິດ ທີ່ໄດ້ກໍ່ໃຫ້
ເກີດມີການປະນາມຢ່າງກວ້າງຂວາງ ແລະ ເກີດວິກິດການທາງດ້ານທູດໃນທັນທີຫລັງ
ຈາກນັ້ນ. ສ່ວນນຶ່ງຂອງອາເມຣິກາເໜືອ ເປັນທີ່ເຊື່ອກັນວ່າຢູ່ໃນໄລລັດສະໝີຂອງລູກ
ສອນໄຟ ທີ່ປະກອບດ້ວຍຫລາຍທ່ອນ ທີ່ພຽງຢາງໄດ້ຍິງທົດລອງໃນວັນອັງຄານທີ່
ຜ່ານມາ.
Your browser doesn’t support HTML5
North Korea Missile Test Triggers International Condemnation
ບັນດາເຈົ້າໜ້າທີ່ທະຫານ ສະຫະລັດ ກ່າວວ່າ ມີຫລາຍເຫດຜົນທີ່ມີຄວາມເປັນຫ່ວງ
ກ່ຽວກັບການທຳຂອງ ເກົາຫລີເໜືອ ແຕ່ການຂົ່ມຂູ່ໂດຍທົ່ວໄປຕໍ່ສະຫະລັດ ແລະບັນ
ດາປະເທດພັນທະມິດ ໂດຍສະເພາະ ຍີ່ປຸ່ນ ແລະເກົາຫລີໃຕ້ນັ້ນ ຍັງຢູ່ໃນຂອບ
ເຂດຈຳກັດ.
ທ່ານນາງ Haley ກ່າວວ່າ ສະຫະລັດ ຈະສະເໜີການລົງໂທດສະບັບໃໝ່ ຕໍ່ເກົາຫລີ
ເໜືອ ໃນບໍ່ຊ້ານີ້. ຮ່າງຍັດຕິໃໝ່ສະບັບນຶ່ງ ຈະຖືກແຈກຢາຍໃຫ້ແກ່ບັນດາສະມາຊິກ
ສະພາຄວາມໝັ້ນຄົງ “ໃນບໍ່ເທົ່າໃດມື້ຂ້າງໜ້ານີ້” ທ່ານນາງໄດ້ໃຫ້ຂໍ້ສັງເກດ ໂດຍ
ກ່າວເພີ້ມຕື່ມວ່າ ມາດຕະການນີ້ “ຈະເພີ້ມການຕອບໂຕ້ ຂອງສາກົນ ໃນວິທີ ທີ່ສົມ
ສ່ວນກັບການເພີ່ມທະວີ ຄວາມເຄັ່ງຕຶງ ຂອງເກົາຫລີເໜືອ.”
ອ່ານຂ່າວນີ້ເພີ່່ມເປັນພາສາອັງກິດ
Your browser doesn’t support HTML5
North Korean Missile