ສະຫະລັດ ຮຽກຮ້ອງໃຫ້ອາຊຽນ ດໍາເນີນການກັບມຽນມາ ແລະປະຕິເສດ ຕໍ່ການອ້າງກຳມະສິດ ທາງທະເລຂອງຈີນ

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ ກ່າວຖະແຫລງ ໃນນະຄອນຫລວງວໍຊິງຕັນ.

ສະຫະລັດ ປະຕິເສດຕໍ່ການອ້າງກຳມະສິດທາງທະເລ ທີ່ “ບໍ່ຖືກຕ້ອງຕາມກົດໝາຍ” ຂອງຈີນ ໃນທະເລຈີນໃຕ້ ແລະການຢືນຢັດກັບຊາດຕ່າງໆ ໃນເອເຊຍຕາເວັນອອກສຽງໃຕ້ ທີ່ຕ້ອງປະເຊີນກັບ “ການບີບບັງຄັບ” ຂອງປັກກິ່ງ, ນັ້ນຄືຄຳເວົ້າຂອງລັດຖະມົນຕີການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ ທີ່ໄດ້ກ່າວໃນວັນພຸດມື້ນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ໃນການປະຊຸມປຶກສາຫາລືທາງວີດີໂອກັບບັນດາລັດຖະມົນຕີການຕ່າງປະເທດຈາກສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN, ທ່ານບລິງເກັນ ຍັງໄດ້ກ່າວອີກວ່າ ສະຫະລັດມີ “ຄວາມກັງວົນໃຈເປັນຢ່າງຍິ່ງ” ກ່ຽວກັບສະຖານະການໃນມຽນມາ ແລະຮຽກຮ້ອງໃຫ້ສະມາຄົມດັ່ງກ່າວຈົ່ງດໍາເນີນການ ເພື່ອຢຸດຕິຄວາມຮຸນແຮງແລະຟື້ນຟູປະຊາທິປະໄຕໃນປະເທດນີ້.

ອາຊຽນ ຄືຜູ້ນໍາໃນຄວາມພະຍາຍາມທາງການທູດຫລັກ ໃນປະເທດສະມາຊິກ ມຽນມາ ນັບຕັ້ງແຕ່ໄດ້ມີການເຮັດລັດຖະປະຫານເມື່ອວັນທີ 1 ກຸມພາຜ່ານມາ, ເຊິ່ງເຮັດໃຫ້ມຽນມາ ເກີດຄວາມສັບສົນວຸ້ນວາຍ. ລັດຖະບານຜະເດັດການທະ ຫານມຽນມາທີ່ເຂົ້າຢຶດອໍານາດ ບໍ່ໄດ້ໃຫ້ຄວາມສົນໃຈຫຍັງຫຼາຍ ຕໍ່ມະຕິຄວາມເຫັນເປັນເອກກະສັນ 5 ຂໍ້ ຂອງອາຊຽນ, ເຊິ່ງໄດ້ບັນລຸໃນເດືອນເມສາ ທີ່ຮຽກ ຮ້ອງໃຫ້ຢຸດຕິຄວາມຮຸນແຮງ, ເປີດການເຈລະຈາທາງການເມືອງ ແລະແຕ່ງຕັ້ງນັກການທູດພິເສດປະຈໍາພູມິພາກນີ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານບລິງເກັນ ຮຽກຮ້ອງໃຫ້ອາຊຽນ “ດໍາເນີນການໂດຍທັນທີ” ກ່ຽວກັບມະຕິຄວາມເຫັນເປັນເອກກະສັນ ແລະແຕ່ງ ຕັ້ງທູດພິເສດປະຈໍາມຽນມາ, ອີງຕາມໂຄສົກຂອງກະຊວງການຕ່າງປະເທດສະ ຫະລັດ ທ່ານເນັດ ໄພສ໌ ທີ່ກ່າວຢູ່ໃນຖະແຫລງການ. ທ່ານບລິງເກັນໄດ້ຂໍໃຫ້ປ່ອຍໂຕຜູ້ທີ່ “ຖືກຄຸມຂັງຢ່າງບໍຢຸດຕິທໍາ” ທັງໝົດໃນປະເທດ, ແລະຂໍໃຫ້ຟື້ນຟູ
ເພື່ອປ່ຽນແປງປະເທດມຽນມາ ໃຫ້ມາເປັນລະບອບປະຊາທິປະໄຕ, ນັ້ນຄືຄຳເວົ້າຂອງທ່ານໄພສ໌ ໄດ້ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ