ສຫລ ຮຽກໃຫ້ເປີດ ກອງປະຊຸມ ສິດທິມະນຸດ ຢູ່ສະພາຄວາມໝັ້ນຄົງ ສປຊ

ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki Haley ລົງຄະແນນສຽງສຳລັບຮ່າງມະຕິ ກ່າວປະນາມການໃຊ້ອາວຸດ ເຄມີ ໃນຊີເຣຍ ຢູ່ກອງປະຊຸມ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ. ທີ່ນະຄອນນິວຢອກ. 12 ເມສາ, 2017.

ສະຫະລັດ ໄດ້ຮຽກ​ໃຫ້​ເປີດກອງປະຊຸມນັດພິເສດ ສະພາຄວາມໝັ້ນຄົງອົງການສະຫະ ປະຊາຊາດໃນວັນອັງຄານວານນີ້ ກ່ຽວກັບຄວາມສຳຄັນຂອງການປົກປ້ອງສິດທິມະນຸດ
ແລະ ບົດບາດຂອງບັນຫາດັ່ງກ່າວ ໃນການປ້ອງກັນບໍ່​ໃຫ້​ເກີດ​ບັນຫາຂັດແຍ້ງ ແລະ ສະ ໜັບສະໜູນຄວາມປອດໄພສາກົນ, ແຕ່ໄດ້ຍົກ​ເລີກການເຄື່ອນໄຫວ ທີ່ຄາດວ່າຈະມີຂຶ້ນ ເພື່ອເຮັດໃຫ້ການທົບທວນ ກ່ຽວກັບ ສິດທິມະນຸດ ເປັນພາກສ່ວນທາງການຂອງທຸກໆ
ກອງປະຊຸມສະພາ.

ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ Nikki Haley ໄດ້ເລືອກ ເກົາຫຼີເໜືອ ແລະ
ຊີເຣຍ ເປັນປະເທດທີ່ການລ່ວງລະເມີດສິດທິມະນຸດມັກເກີດຂຶ້ນ ແລະ ເປັນລະບົບ,
ແລະ ທ່ານນາງໄດ້ເຕືອນວ່າ ວິກິດການລະຫວ່າງ​ປ​ະ​ເທດຄັ້ງຕໍ່ໄປ ອາດເກີດຂຶ້ນໃນປະ
ເທດ ບ່ອນທີ່ສິດທິມະນຸດບໍ່ໄດ້ຮັບຄວາມເອົາໃຈໃສ່, ເຊັ່ນປະເທດ ຄິວບາ ຫຼື ອີຣ່ານ.

ທ່ານນາງ Haley ໄດ້ກ່າວວ່າ “ມັນບໍ່ມີຫຍັງເປັນຕາຕົກໃຈທີ່ ລະບອບການປົກຄອງທີ່
ມີຄວາມໂຫດຮ້າຍທີ່ສຸດໃນໂລກ ຍັງແມ່ນຜູ້ລະລ່ວງລະ ເມີດສິດທິມະນຸດຫຼາຍທີ່ສຸດ
ເຊັ່ນກັນ.”
ທ່ານນາງຍັງໄດ້ກ່າວປະຈານລັດຖະບານໃນປະເທດ ບູຣຸນດີ ແລະ ມຽນມາ, ແຕ່ທ່ານນາງບໍ່ໄດ້ກ່າວເຖິງການລ່ວງລະເມີດໂດຍພັນທະມິດຂອງ ສະຫະລັດ ເຊັ່ນ
ຊາອຸດີ ອາເຣເບຍ, ອີຈິບ ແລະ ເທີກີ, ຫຼື ກຸ່ມທີ່ບໍ່ມີປະເທດຄື ລັດອິສລາມເຊິ່ງໄດ້ຖືກກ່າວ
ຫາ ກ່ຽວກັບ ການ​ກໍ່​ໂທດ​ກຳ ແລະ ການລ່ວງລະເມີດ ຫຼາຍໆ​ຢ່າງ.

ທ່ານນາງ Haley ໄດ້ກ່າວ ກ່ຽວກັບ ວຽກງານຂອງສະພາຄວາມໝັ້ນຄົງວ່າ “ເວົ້າຕາມ
ຕົງແລ້ວ, ໃນວາລະກອງປະຊຸມຂອງພວກເຮົາມື້ນີ້ມັນຍາກທີ່ຈະບໍ່ລວມມີ ຄວາມເປັນ
ຫ່ວງໃນເລື່ອງຂອງສິດທິມະນຸດ, ແລະ ໄພຂົ່ມຂູ່ໃນອະນາຄົດຈະສືບຕໍ່ເປັນສິ່ງທ້າ
ທາຍຂອງພວກເຮົາ.” “ແຕ່ຖ້າສະພາຫາກລົ້ມແຫຼວ ທີ່ຈະຮັບມືກັບການລ່ວງລະເມີດ
ສິດທິມະນຸດຢ່າງຈິງຈັງແລ້ວ, ມັນສາມາດກາຍເປັນໄພຂົ່ມຂູ່ອັນແທ້ຈິງ ຕໍ່ສັນຕິພາບ
ແລະ ຄວາມປອດໄພຂອງສາກົນ ​ໄດ້ຢ່າງວ່ອງໄວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ