ສະຫະລັດຊື້ສ່ວນປະກອບອັນສຳຄັນ 32 ໂຕນໃນການສ້າງອາວຸດນິວເຄລຍຈາກອີຣ່ານ ເພື່ອເປັນການຊ່ວຍເຫລືອເຕຫະຣ່ານ ຈັດຕັ້ງປະຕິບັດ ເງື່ອນໄຂຂອງຂໍ້ຕົກລົງນິວເຄລຍ ທີ່ມີຄວາມສຳຄັນປະຫວັດສາດ.
ກະຊວງພະລັງງານແລະກະຊວງຕ່າງປະເທດສະຫະລັດໄດ້ຢືນຢັນໃນວັນສຸກວານນີ້ກ່ຽວກັບການຊື້ນໍ້າ ທີ່ມີມວນໜັກ ທີ່ນຳໃຊ້ຜະລິດທາດ plutonium ຊຶ່ງສາມາດນຳໄປສ້າງອາ ວຸດນິວເຄລຍໄດ້ນັ້ນ.
Your browser doesn’t support HTML5
US Iran Agreement
ແຜນການດັ່ງກ່າວໄດ້ປະກາດໃຫ້ຊາບໃນຂະນະທີ່ສະຫະລັດ ອີຣ່ານແລະບັນດາເຈົ້າໜ້າທີ່ອື່ນໆ ໄດ້ພົບປະກັນຢູ່ນະຄອນ Vienna ເພື່ອສົນທະນາຫາລືກ່ຽວກັບການຈັດຕັ້ງປະຕິ ບັດຂໍ້ຕົກລົງນິວເຄລຍທີ່ຮູ້ກັນໃນນາມແຜນການປະຕິບັດງານຮ່ວມໃນຂອບເຂດທີ່ກວ້າງ ຂວາງຫລື JCPOA.
ກ່ອນໜ້ານີ້ ອີຣ່ານໄດ້ຂາຍທາດ uranium ທີ່ມີຄຸນນະພາບຕໍ່າໃຫ້ແກ່ຣັດເຊຍເພື່ອຊ່ວຍໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.
ຂ່າວກ່ຽວກັບການຊື້ຂອງສະຫະລັດມີຂຶ້ນກ່ອນໜ້າການປະຊຸມໃນວັນສຸກວານນີ້ລະຫວ່າງ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດອີ ຣ່ານ ທ່ານ Mohammad Javad Zarif ຢູ່ນອກພິທີລົງນາມ ຂໍ້ຕົກລົງ ກ່ຽວກັບການປ່ຽນ ແປງດິນຟ້າອາກາດຂອງສະຫະປະຊາຊາດທີ່ນະຄອນນິວຢອກ.
ອີຣ່ານໄດ້ຈົ່ມທຸກວ່າ ຕົນບໍ່ໄດ້ຮັບການຜ່ອນຜັນ ໃນການລົງໂທດ ທີ່ຕົນຄວນໄດ້ຮັບພາຍ ໃຕ້ຂໍ້ຕົກລົງນິວເຄລຍ ຍ້ອນການຈຳກັດຮັດແຄບ ໂດຍສະຖາບັນການເງິນຕ່າງໆ.
ປະທານຄະນະກຳມະການສຳພັນຕ່າງປະເທດ ຜູ້ແທນສະພາຕໍ່າພັກຣິພັບບລິກັນ ທ່ານ Ed Royce,ຈາກລັດ California.
ກ່ອນເຂົ້າຮ່ວມການເຈລະຈານັ້ນ ທ່ານ Kerry ກ່າວວ່າ ສະຫະລັດບໍ່ໄດ້ ແລະຈະບໍ່ຢືນຂວາງທາງ ຂອງການອະນຸຍາດເຮັດທຸລະກິດໃນອີຣ່ານ ນັບແຕ່ຂໍ້ຕົກລົງນິວເຄລຍໄດ້ຈັດຕັ້ງປະຕິບັດໃນເດືອນມັງກອນທີ່ຜ່ານມາ.
ທ່ານກ່າວວ່າ “ບໍ່ເປັນຈັ່ງໂຊກ ປາກົດວ່າມີຄວາມສັບສົນ ຈຳນວນນຶ່ງໃນໝູ່ທະນາຄານຕ່າງປະເທດ ແລະພວກເຮົາຕ້ອງການພະຍາຍາມແລະໃຫ້ຄວາມກະຈ່າງແຈ້ງດັ່ງກ່າວ ຫລາຍເທົ່າທີ່ພວກເຮົາມີຄວາມສາມາດເຮັດໄດ້.”
ທ່ານ Zafif ກ່າວວ່າ ອີຣ່ານ ຍັງສືບຕໍ່ມີຄວາມເຫັນແຕກຕ່າງກັບສະຫະລັດ.