ສະຫະລັດ ໂຈະການລົງໂທດ ດ້ານເສດຖະກິດ ຕໍ່ມຽນມາ (ວີດິໂອ)

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະລັດຖະມົນຕີການຕ່າງປະເທດມຽນມາ ທ່ານ Wunna Maung Lwin ທີ່ກະຊວງການຕ່າງປະເທດສະຫະລັດ (17 ພຶດສະພາ 2012)

ສະຫະລັດ ​ໄດ້​ປະກາດ​ກ່ຽວ​ກັບ​ຂັ້ນຕອນ​ໃໝ່​ໃນ​ຄວາມ​ສຳພັນ​ກັບ​ມຽນມາ ​ໂດຍ​ໄດ້ໂຈະ​ການ​
ລົງ​ໂທດ​ທາງ​ດ້ານ​ເສດຖະກິດ ແລະ​ປະກາດ​ແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດສະຫະລັດ​ຄົນ​ທຳ​
ອິດປະຈຳ​ມຽນມາ ​ໃນ​ຮອບ 20 ກວ່າ​ປີ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ປະກາດ​ໃນ​ວັນ​ພະ
ຫັດ​ວານ​ນີ້ ຊ້ອງ​ໜ້າ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ ທ່ານ Wanna Maung Lwin ​
ທີ່​ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ສະຫະລັດ​ຢ່າງ​ເປັນ​ທາງ​ການ​ເທື່ອ​ທຳ​ອິດ​ໃນ​ຮອບ​ຫຼາຍ
​ທົດ​ສະ​ວັດ.

ທ່ານ​ນາງ Clinton ​ເວົ້າວ່າ “​ໃນ​ມື້ນີ້ ພວກ​ເຮົາ​ຂໍ​ກ່າວ​ຕໍ່​ບັນດາ​ທຸລະ​ກິດ​ ຂອງ​ອາ​ເມຣິກັນ​ວ່າ ​
ໃຫ້​ພາກັນ​ໄປ​ລົງທຶນ​ຢູ່​ໃນ​ມຽນມາ​ ແລະ​ດຳ​ເນີນ​ການແບບ​ມີ​ຄວາມ​ຮັບຜິດ​ຊອບ. ​ເປັນ​ຜູ້ຕາງ
ໜ້າ​ສຳ​ຫຼັບການ​ປ່ຽນ​ແປງ​ໃນ​ທາງ​ບວກ ​ແລະ​ເປັນ​ບໍລິສັດ​ທີ່​ດີຂອງ​ປະຊາຊົນ​. ຂໍ​ໃຫ້​ພວກ​ເຮົາ
​ທັງ​ໝົດ​ດຳ​ເນີນ​ງານ​ຮ່ວມ​ກັນ​ເພື່ອ​ສ້າງ​ວຽກ​ເຮັດງານ​ທຳ ສ້າງ​ໂອກາດ ​ແລະ​ ໃຫ້ການ​ສະໜັບ
ສະໜຸນ​ການ​ປະຕິ​ຮູບ.”

ທ່ານ​ນາງ Clinton ​ກ່າວ​ວ່າ ທ່ານ​ນາງ​ຄາດ​ວ່າ ​ບັນດາ​ບໍ​ລິ​ສັດ​ຂອງ​ສະຫະລັດ​ຈະສາມາດ​ຮັບ​
ມື​ກັບ​ທຸກ​ພາກສ່ວນ​ຂອງ​ມຽນມາ​ໄດ້ ນອກ​ໄປຈາກການມີ​ຊື່​ສຽງ​ໃນ​ເຂດ​ທ້ອງຖິ່ນ ​ແລະ​ການ​
ປະຕິບັດຂອງ​ບາງ​ບໍລິສັດທີ່​ບໍ່​ສອດຄ່ອງ​ກັບ​ນະ​ໂຍບາຍ​ຂອງ​ສະຫະລັດກ່ຽວ​ກັບ​ຄວາມ​ຮັບ​ຜິດ
ຊອບ​ຂອງ​ບໍລິສັດ​ນັ້ນ.

ນອກ​ນັ້ນ​ແລ້ວ ທ່ານນາງ Clinton ​ຍັງ​ເວົ້າວ່າ ທ່ານ Derek Mitchell ຜູ້ຕາງໜ້າ​ພິ​ເສດ​ຂອງ​
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ປະຈຳ​ມຽນມາ ຈະ​ຖືກ​ແຕ່ງຕັ້ງໃຫ້​ເປັນ​ເອກ​ອັກຄະ​ລັດຖະ
ທູດ​ປະຈຳ​ປະ​ເທດ​ດັ່ງກ່າວ. ​ເພື່ອ​ເປັນ​ການ​ຕອບ​ແທນ ທາງ​ຝ່າຍ​ມຽນມາ​ ກ່າວວ່າ ຕົນ​ກໍ​ຈະ​ສົ່ງ
​ເອກ​ອັກຄະ​ລັດຖະທູດ​ມາ​ປະຈຳ​ທີີ່​ກຸງ​ວໍ​ຊິງຕັນ.

​ແຕ່​ໃນ​ຂະ​ນະ​ດຽວ​ກັນ ທ່ານ​ນາງ Clinton ກໍ​ກ່າວ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ ການຫ້າມ​ຂາຍ​ອາ
ວຸດ​ໃຫ້​ແກ່ມຽນມາ​ ແລະ​ກົ​ດໝາຍ​ອື່ນໆ​ ທີ່​ສະໜັບສະໜຸນ​ການ​ລົງ​ໂທດ​ໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງ​ຕໍ່​ມຽນມາ ທັງ​ນີ້ກໍ​ເພາະວ່າ ວໍ​ຊິງ​ຕັນ​ຕ້ອ​ງການຢາກ​ເຫັນການ​ເຄື່ອນ​ໄຫວ​ຂອງກອງທັບ
ມຽນມາໄປ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງພົນລະ​ເຮືອນ.